ພິທີ ມອບ-ຮັບ ໜ້າທີ່ຂອງຄະນະປະຈຳສະພາປະຊາຊົ ນແຂວງຄຳມ່ວນ ຊຸດທີ I ແລະ ຊຸດທີ II ໄດ້ຈັດຂຶ້ນ ໃນວັນທີ 25 ພຶດສະພາ 2021 ທີ່ເຮືອນຮັບແຂກເລກ 1 ແຂວງຄຳມ່ວນ ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 12 ແຂວງຄຳມ່ວນ, ສະມາຊິກສະພາປະຊາຊົນແຂວງ ແລະ ບັນດາຫົວໜ້າພະແນກການອ້ອມຂ້ າງແຂວງເຂົ້າຮ່ວມ.
ທ່ານ ບຸນທອມ ແສງອາລຸນ ເລຂາທິການສະພາປະຊາຊົນແຂວງ ຊຸດທີ I ໄດ້ຜ່ານບົດບັນທຶກການ ມອບ-ຮັບ ໜ້າທີ່ຂອງຄະນະປະຈຳສະພາປະຊາຊົ ນແຂວງ ໃນນັ້ນແມ່ນໄດ້ຍົກໃຫ້ເຫັນຜົ ນສຳເລັດໃນການຊີ້ນຳໆພາ ຈັດຕັ້ງປະຕິບັດ ວຽກງານໃນໄລຍະ 05 ປີຂອງສະພາປະຊາຊົນແຂວງ ຊຸດທີ I ຜ່ານມາ. ໂດຍສະເພາະແມ່ນການຊີ້ນຳບັນດາ ຄະນະ ກຳມະການ ແລະ ເລຂາທິການສະພາປະຊາຊົນແຂວງ ຄົ້ນຄວ້າ, ພິຈາລະນາຮ່າງນິຕິກຳທີ່ອົງການປົ ກຄອງແຂວງສະເໜີມາໄດ້ 09 ສະບັບ, ນຳພາສ້າງນິຕິກຳພາຍໃນສະພາປະຊາຊົ ນແຂວງໄດ້ 14 ສະບັບ, ພິຈາລະນາບັນຫາສຳຄັນ ຂອງທ້ອງຖິ່ນ ເປັນຕົ້ນແມ່ນ ໄດ້ລົງມະຕິຮັບຮອງການສະເໜີຂອງທ່ ານເຈົ້າແຂວງ ກ່ຽວກັບບົດສະຫຼຸບການຈັດຕັ້ງ ປະຕິບັດ ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ແຕ່ປີ 2016-2021, ການສະເໜີແຕ່ງຕັ້ງ, ເລືອກຕັ້ງບຸກຄະລາກອນທີ່ດຳລົ ງຕຳແໜ່ງໃນອົງການປົກຄອງແຂວງ, ອົງການໄອຍະການ ປະຊາຊົນ-ສານປະຊາຊົນແຂວງ, ພິຈາລະນາ ແລະ ຮັບຮອງເອົາແຜນດັດແກ້ດ້ານງົ ບປະມານຂອງລັດ, ດັດແກ້ມູນຄ່າ ການລົງທຶນຂອງລັດ, ການຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານຂອງອົ ງການປົກຄອງແຂວງ, ການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການຍົກຍ້າຍຈັດສັນພູມລຳເນົາ, ຕິດຕາມ, ກວດກາຄຸນນະພາບໂຄງການກໍ່ສ້າງຕ່າງໆ ດ້ວຍງົບປະມານຂອງລັດ, ລົງພົບປະກັບພໍ່ແມ່ປະຊາຊົນຜູ້ມີ ສິດປ່ອນບັດເລືອກຕັ້ງໄດ້ 654 ຈຸດ, ມີຜູ້ເຂົ້າຮ່ວມຮັບຟັງ 102.546 ຄົນ, ໄດ້ປະສານສົມທົບກັບພະແນກການກ່ ຽວຂ້ອງ ພິຈາລະນາດຳເນີນ ການແກ້ໄຂຄະດີໄດ້ 744 ເລື່ອງ, ຍັງສືບຕໍ່ແກ້ໄຂ 01 ເລື່ອງ ແລະ ບັນດາວຽກງານອື່ນໆທີ່ມີຜົນສຳເລັ ດໃນຫຼາຍດ້ານ. ໂອກາດດຽວກັນກໍ່ໄດ້ມີການເຊັນ ມອບ-ຮັບ ໜ້າທີ່ ລະຫວ່າງ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ຊຸດທີ I ເຊິ່ງຕາງໜ້າໂດຍທ່ານ ສົມໃຈ ເພັດສີນວນ ປະທານສະພາປະຊາຊົນແຂວງ ຊຸດທີ I ກັບ ຄະນະປະຈຳສະພາປະຊາຊົນ ຂັ້ນແຂວງ ຊຸດທີ II ຕາງໜ້າໂດຍທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຊຸດທີ່ II.
ໃນໂອກາດທີ່ເຂົ້າຮ່ວມພິທີການ ມອບ-ຮັບ ໜ້າທີ່ດັ່ງກ່າວ ທ່ານເຈົ້າແຂວງຄຳມ່ວນ ກໍ່ໄດ້ກ່າວມີຄຳເຫັນ ແລະ ໄດ້ຮຽກຮ້ອງມາຍັງຄະນະສະພາປະຊາຊົ ນຂັ້ນແຂວງ ຊຸດທີ II ຈົ່ງໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ ອດ້ານດີ ຂອງຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ I ໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດຕົ ວຈິງ ແລະ ເປັນຮູບປະທຳຫຼາຍຂຶ້ນ, ສືບຕໍ່ເພີ່ມທະວີໃນການປະຕິບັດໜ້ າທີ່ຂອງສະພາປະຊາຊົນທ້ອງຖິ່ນ ຕາມພາລະບົດບາດທີ່ສຳຄັນເປັນຕົ້ ນແມ່ນ ການຄົ້ນຄວ້າທາງດ້ານນິຕິກຳຕ່າງໆ, ການຄົ້ນຄວ້າບັນຫາສຳຄັນພື້ ນຖານຂອງແຂວງ ແລະ ການເຮັດໜ້າທີ່ຕິດຕາມ, ກວດກາການຈັດຕັ້ງປະຕິບັດລະບຽບກົ ດໝາຍຂອງອົງການປົກຄອງຂັ້ນທ້ອງຖິ່ ນ ເພື່ອເຮັດໃຫ້ການບໍລິຫານລັດໃນຂັ້ ນທ້ອງຖິ່ນມີຄວາມເຂັ້ມແຂງຂຶ້ນກວ່ າເກົ່າ, ສືບຕໍ່ຜັນຂະຫຍາຍມະຕິຂອງກອງປະຊຸ ມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ກໍ່ຄືມະຕິຂອງກອງປະຊຸມຄັ້ງປະຖົ ມມະລຶກຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ພ້ອມທັງສືບຕໍ່ຄົ້ນຄວ້າສ້າງກົ ນໄກການປະຊຸມຮ່ວມກັບອົງການປົ ກຄອງແຂວງ ເພື່ອປຶກສາຫາລື ແລະ ແກ້ໄຂບັນຫາຮີບດ່ວນທີ່ຈຳເປັນ ໂດຍສະເພາະບັນຫາຄຳຮ້ອງຟ້ອງ, ຄຳສະເໜີຂອງທ້ອງຖິ່ນ ເພື່ອແກ້ໄຂບັນຫາໃຫ້ທັນກັ ບສະພາບການ.

