ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າ ວັນທີ 20 ເມສາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ບັນດາທ່ານຫົວໜ້າກົມ ພາຍໃນ ຫສນຍ ໂດຍການເປັນປະທານ ຂອງທ່ານ ຄຳລາວັນ ຈັນທະລາວັນ, ຮອງລັດ ຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ; ມີບັນດາທ່ານ ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າ ຫສນຍ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະພະແນກ ພາຍໃນ ຫສນຍ ເຂົ້າຮ່ວມ.
ໃນພິທີ, ບັນດາທ່ານ ຫົວໜ້າກົມຜູ້ເກົ່າ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດລາຍງານຫຍໍ້ຂອງກົມ ກ່ຽວ ກັບຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີ ຜ່ານມາ. ຫຼັງຈາກນັ້ນ ກໍ່ໄດ້ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວ ໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ຈຳ ນວນ 7 ກົມ ພາຍໃນ ຫສນຍ.
ໃນໂອກາດນີ້, ທ່ານ ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍໄດ້ກ່າວວ່າ ການໝູນວຽນໜ້າທີ່ຕໍາແໜ່ງພະນັກງານນໍາພາ- ຄຸ້ມຄອງ, ການສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການ ເປັນເລື່ອງປົກກະຕິ ຂອງພັກ ແລະ ລັດເຮົາ ໂດຍອີງໃສ່ຄວາມຮຽກ ຮ້ອງຕ້ອງການ ແລະ ຄວາມຈໍາເປັນໃນໄລຍະໃໝ່ ໂດຍສະເພາະ ແມ່ນຜົນກອງປະຊຸມໃຫຍ່ ຜູ້ ແທນອົງຄະນະພັກ ຫສນຍ ຄັ້ງທີ Vກອງປະຊຸມໃຫຍ່ ຄັ້ງທີີ V ຂອງອົງຄະນະພັກ ຫສນຍ ທັງເປັນການປະຕິບັດຕາມການຕົກລົງ ແລະ ທິດຊີ້ນໍາຂອງຂັ້ນເທິງ.
ພ້ອມດຽວກັນນີ້, ທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທ່ານຫົວໜ້າກົມຜູ້ເກົ່າ ທີ່ໄດ້ຮ່ວມກັບຄະນະກົມ ນໍາພາສະມາຊິກພັກ, ພະນັກງານ ພາຍໃນກົມຂອງຕົນເອງ ຈັດຕັ້ງປະຕິບັດຕາມພາລະບົດບາດໜ້າທີ່ ຂອງກົມ ຈົນໄດ້ຮັບຜົນສໍາເລັດເປັນຢ່າງດີ; ສໍາລັບບັນດາທ່ານຫົວໜ້າກົມ ທີ່ໄດ້ຮັບການແຕ່ງຕັ້ງ ໃໝ່ໃນຄັ້ງນີ້ ກໍ່ລ້ວນແລ້ວແຕ່ຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຜົນງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ພາຍໃນຂອບເຂດຄວາມຮັບ ຜິດຊອບຂອງຕົນ ແລະ ໄດ້ຮັບການໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ ກໍ່ຄື ການຈັດຕັ້ງ, ສິ່ງສໍາຄັນ ຍັງເປັນທີ່ຍອມຮັບຂອງບັນດາມະຫາ ຊົນ, ສະມາຊິກພັກ-ພະນັກງານ ພາຍໃນຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ເພື່ອເປັນທິດທາງໃຫ້ແກ່ມອບ-ຮັບໜ້າທີ່ ຂອງບັນດາຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ພາຍໃນຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ຄັ້ງນີ້, ທ່ານ ປະທານກອງປະຊຸມ ຍັງໄດ້ມີຄຳເຫັນເນັ້ນໜັກ ໃຫ້ບັນດາທ່ານຫົວໜ້າກົມຜູ້ໃໝ່ ເອົາ ໃຈໃສ່ຕື່ມບາງດ້ານ ເປັນຕົ້ນ: (1) ນຳໃຊ້ຄວາມຮູ້ຄວາມສາມາດ ແລະ ປະສົບການຂອງຕົນ ຮ່ວມກັບຄະນະກົມ, ສະມາຊິກພັກ, ພະນັກງານ ຈັດຕັ້ງປະຕິບັດວຽກງານ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບ ໃຫ້ມີຜົນສຳເລັດຕາມແຜນການທີ່ກຳນົດໄວ້ ໂດຍການເສີມຂະຫຍາຍຈຸດດີ ກໍ່ຄືຜົນສຳເລັດ ທີ່ຫົວໜ້າກົມຜູ້ເກົ່າ ໄດ້ນຳພາຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ພ້ອມທັງ ນຳພາຄົ້ນຄວ້າ, ແກ້ໄຂຂໍ້ຄົງຄ້າງຕ່າງໆ ໃຫ້ຕົກໄປ ເປັນກ້າວໆ; (2) ປະຕິບັດແບບ ແຜນວິທີເຮັດວຽກ ລວມສູນປະຊາທິປະໄຕ, ມີການປຶກສາຫາລື ແລະ ຕົກລົງເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຄວາມຮັບຜິດ ຊອບ ຈະແຈ້ງ, ເຮັດວຽກມີແຜນການ ແລະ ແທດເຖິງຕົວຈິງ, ກ້າເຮັດ ກ້າຮັບຜິດຊອບ ໂດຍມີການຕິດຕາມ, ຊຸກຍູ້, ກວດກາ, ສະຫຼຸບຖອດຖອນບົດຮຽນ ແລະ ລາຍງານ ເປັນປົກກະຕິ; (3) ຕ້ອງມີຄຸນສົມບັດສິນທຳປະຕິວັດ, ບໍ່ອວດອົ່ງທະນົງຕົວ, ມີຄວາມເສຍສະຫຼະ, ມີຄວາມຮັບຜິດຊອບສູງ, ບໍ່ອູ້ມວຽກ, ປະຕິບັດວຽກງານ ມີຄວາມຈະແຈ້ງ ຊັດເຈນ ແລະ ຖືຜົນປະໂຫຍດສ່ວນລວມ ເປັນກົກ; (4) ມີຄວາມຊື່ ສັດບໍລິສຸດ, ກ້າສະເໜີບັນຫາ ກົງໄປກົງມາ, ພາວະວິໄສ, ສອດຄ່ອງກັບຄວາມເປັນຈິງ; ເດັດຂາດ ບໍ່ໃຫ້ມີການສ້າງພັກພວກ ຫຼື ກຸ່ມກ້ອນ; (5) ປະຕິບັດວຽກງານ ໃຫ້ໄປຕາມຂັ້ນຕອນ, ຕາມສາຍໄຍການຈັດຕັ້ງ ກໍ່ຄື ບັນດາກົນໄກລະບຽບການ ແລະ ກົດໝາຍ; (6) ພ້ອມກັນຮັກສາຄວາມລັບ ທາງລັດຖະ ການ ໃຫ້ມີຄວາມຮັບປະກັນແທ້ ໂດຍການເພີ່ມທະວີສະຕິລະວັງຕົວ ຕໍ່ວຽກງານດັ່ງກ່າວ ຢູ່ສະເໝີ.
ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງບັນດາທ່ານ ຄະນະກົມ, ຄະນະພະແນກ ຕະຫຼອດຮອດ ພະນັກ ງານ-ລັດຖະກອນທັງໝົດ ພາຍ ໃນ ຫສນຍ ສືບຕໍ່ເສີມຂະຫຍາຍຮັກສາຄວາມສາມັກຄີຮັກແພງ ເປັນຈິດໜຶ່ງໃຈດຽວ ບົນພື້ນຖານການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຈິງໃຈ ຕໍານິຕິຊົມ ແລະ ສົ່ງຂ່າວ ເພື່ອກໍ່ສ້າງເຊິ່ງກັນ ແລະ ກັນ, ພ້ອມກັນເຮັດສຳເລັດໜ້າທີ່ ໂດຍສະເພາະ ການເປັນເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິ ການຮັບໃຊ້ທີ່ດີ ໃຫ້ແກ່ຂັ້ນເທິງ ກໍ່ຄື ປະຊາຊົນ.
ພາບ ແລະ ຂ່າວໂດຍ: ກົມປະຊາສໍາພັນ ຫສນຍ
May be an image of 11 people and people standing
May be an image of 11 people and people standing
May be an image of 9 people
May be an image of 11 people and people standing