ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີການສະເຫຼີມ ສະຫຼອງວັນສ້າງຕັ້ງກອງກວດ-ກູ້ ລະເບີດ 58 ເພຶ່ອມະນຸດສະທຳ ຄົບຮອບ 9 ປີ ຄື: ວັນທີ​ 3 ພຶດສະພາ 2013 – 3 ພຶດສະພາ 2022. ໄດ້ຈັດຂຶ້ນ ໃນວັນທີ 3 ພຶດສະພາ 2022, ໂດຍການເຂົ້າ​ຮ່ວມ​ເປັນປະທານ ຂອງສະຫາຍ ພັນເອກບຸນສົດ ອິນສີນາ ຮອງຫົວໜ້າ ກົມຊ່າງແສງ ກົມໃຫ່ຍເສນາທິການກອງ​ທັບ.​ມີຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ບັນດາພະແນກການຂອງກົມຊ່າງແສງ ແລະ ແຂກຖືກເຊີນຈາກຫ້ອງການ ຄສຊກລ ເຂົ້າຮ່ວມ.
ສະຫາຍ ພັນໂທ ພອນແກ້ວ ອໍລະດົມ ເລຂາຄະນະພັກ ຫົວໜ້າການທະຫານ ກອງກວດ-ກູ້ ລະເບີດ 58 ເພຶ່ອມະນຸດສະທຳ ໄດ້​ກ່າວທົບທວນຫວນຄືນມູນເຊື້ອ,​ ໂດຍຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານວິຊາສະເພາະ ກອງກວດ-ກູ້ລະເບີດ ເພື່ອມະນຸດສະທຳ 58 ແມ່ນກົມກອງໜຶ່ງທີ່ໄດ້ຮັບການສ້າງຂື້ນຈາກກະຊວງປ້ອງກັນປະເທດ ເພື່ອປະຕິບັດໜ້າທີ່ການສຳຫຼວດ ກວດ-ກູ້ ແລະ ທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປລາວ, ກອງກວກ-ກູ້ລະເບີດ 58 ແມ່ນກົມກອງທີ່ໄດ້ແຍກອອກຈາກກອງຮ້ອຍທີ່1ຂອງກອງພັນຊ່າງແສງສູ້ຮົບ 579 ກອງດັ່ງກ່າວໃສ່ຊື່ວ່າ: ກອງກວດ-ກູ້ລະເບີດ 58 ມີຕົວເລກໝາຍ ( 58 )ແມ່ນໝາຍເຖິງເລກລຳດັບຂອງກອງຮ້ອຍເອກະລາດທີ່ຂື້ນກັບກົມຊ່າງແສງ ກົມໃຫ່ຍເສນາທິການ ກະຊວງປ້ອງກັນປະເທດ ໂດຍມີລະບົບການຈັດຕັ້ງເປັນກອງຮ້ອຍເອກະລາດໃນເບິ່ງຕົ້ນມີຈຳນວນພົນ 78 ສະຫາຍ ຕາມຂໍ້ຕົກລົງຂອງກົມໃຫ່ຍເສນາທິການກອງທັບ ໂດຍພາຍໃຕ້ການຊີ້ນຳ-ນຳພາ ຂອງກົມຊ່າງແສງ ເຮັດໜ້າທີ່ເຄື່ອນໄຫວສຳຫຼວດ,ກວດ-ກູ້ລະເບີດບໍ່ທັນແຕກຕາມການມອບໝາຍຈາກກະຊວງປ້ອງກັນປະເທດໃນໄລຍະຕໍ່ມາຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ກອງກວດ-ກູ້ ລະເບີດໄດ້ມີການປັບປຸງໂຄງຮ່າງການຈັດຕັ້ງເພື່ອໃຫ້ແທດເໝາະກັບໜ້າທີ່ວຽກງານຕົວຈິງເພຶ່ອສຶບຕໍ່ເຮັດສຳເລັດນ້າທີ່ສຳຫຼວດ,ກວດ-ກູ້ ແລະ ທຳລາຍລະເບີດທີ່ຕົກຄ້່ງຢູ່ ສປປ ລາວ ອອກຈາກພື້ນທີ່ທຳການຜະລິດ ແລະ ໂຄງການກໍ່ສ້າງຂອງລັດຖະບານ, ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຊ່ວຍເຫຼືອຈາກສາກົນ ນອກຈາກນີ້ພວກເຮົາຫຍັງໄດ້ປະສານງານຮ່ວມມື້ກັບຫ້ອງການຄະນະກຳມະທິການຄຸ້ມຄອງລະເບີດແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວໃນຂອບເຂດທົ່ວປະເທດ ສົກປີ 2021- 2022 ແມ່ນໄດ້ຮ່ວມມື້ໜ່ວຍງານສຳຫຼວດ ກວດ-ກູ້ ລະເບີດບໍ່ທັນແຕກຮ່ວມກັບກຳລັງປະກອບອາວຸດແຫ່ງສະຫະພັນລັດເຊຍທີ່ຕົກຄ້າງຢູ່ເມືອງນາກາຍ ແຂວງ ຄຳມ່ວນພ້ອມນີ້ຫຍັງໄດ້ປະສານນັກວິຊາສະເພາະ ສໍາຫຼວດ, ກວດກູ້ ແລະ ທໍາລາຍ ລະເບີດ ໃນໄລຍະທີ່ຜ່ານມາໃຫ້ກາຍເປັນມູນເຊື້ອທີ່ອົງອາດກ້າຫານ ອັນລໍ້າຄ່າຂອງກົມກອງ ໃນການປະຕິບັດໜ້າທີຮ່ວມກັບວິຊາການ,ຫ້ອງການ ຄຊກລ ແລະ ອົງການອື່ນໆ ພາຍໃຕ້ການຊີ້ນໍາ-ນໍາພາຂອງ ກົມຊ່າງແສງ ກົມໃຫ່ຍເສນາທິການພ້ອມນີ້ພວກຫຍັງໄດ້ເອົາໃຈໃສ່ວຽກງານອົບຮົມ-ຫັດແອບເຝຶກກຳລັງແຮງກາຍ ແລະ ພ້ອມກັນຈັດຕັ້ງປະຕິບັດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບໂດຍປິ່ນອ້ອມ 4 ໜ້າທີ່ໃຫ່ຍ 26 ແຜນການຂອງກະຊວງປ້ອງກັນປະເທດວາງອອກເປັນຂະບວນການຟົດຟື້ນ, ເພື່ອສ້າງກົມ ເປັນກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກົມກອງວັດທະນະທຳ,ນັກຮົບວັດທະນະທຳ ນອກຈາກນີ້ຫຍັງໄດ້ຮັບຊົມການສະແດງໜ່ວຍສີລະປະສະໝັກຫຼີນຂອງກົມກອງຕື່ມອີກ.
ຈາກຜົນງານການເຄື່ອນດັ່ງກ່າວກົມກອງພວກເຮົາຫຍັງໄດ້ຮັບການຍ້ອງຍໍຊົມເຊີຍຈາກພາກ-ລັດ ແລະ ການຈັດຕັ້ງຂັ້ນເທິ່ງ ນັບແຕ່ໃບຍ້ອງຍໍ ຮອດຫຼຽນໄຊປະເພດຕ່າງໆ ໃຫ້ສ່ວນບຸກຄົນ ແລະ ລວມໝູ່ຢ່າງສົມກຽດ.
ພາບ-ຂ່າວ: ກົມຊ່າງແສງ