ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ຊິງຕາວ (Qingdao: ) ແມ່ນນະຄອນທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແຂວງຊານຕົງຂອງຈີນ ແລະ ເປັນນະຄອນທີ່ເປັນຈຸດໝາຍປາຍທາງສໍາຄັນຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພາະມີສະຖານທີ່ທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ແລະ ອື່ນໆ ທີ່ມີຄວາມສວຍງາມຢ່າງຫລາກຫລາຍ. ໃນບັນດາສະຖານທີ່ທ່ອງທ່ຽວເຫລົ່ານັ້ນ ມີສະຖານທີ່ໜຶ່ງທີ່ນັກທ່ອງທ່ຽວເມື່ອໄດ້ເດີນທາງໄປນະຄອນຊິງຕາວແລ້ວ ຕ້ອງໄດ້ໄປສໍາຜັດ ແລະ ຂາດບໍ່ໄດ້ ແມ່ນຫໍພິພິດຕະພັນເບຍຊິງຕາວ ເຊີ່ງຕັ້ງຢູ່ໃນເຂດໂຮງງານເກົ່າຂອງບໍລິສັດດັ່ງກ່າວ.

ຫໍພິພິດຕະພັນເບຍຊິງຕາວເລີ່ມເປີດບໍລິການນັກທ່ອງທ່ຽວຢ່າງເປັນທາງການ ໃນວັນທີ 15 ສິງຫາປີ 2003 ເຊີ່ງກົງກັບປີແຫ່ງການສະເຫລີມສະຫລອງ ຄົບຮອບ 100 ປີ ຂອງການສ້າງຕັ້ງບໍລິສັດເບຍຊິງຕາວ. ນັກທ່ອງທ່ຽວສາມາດເຂົ້າຊົມໄດ້ໂດຍບໍ່ເສຍຄ່າ ເຊີ່ງພາຍໃນຫໍພິພິດຕະພັນດັ່ງກ່າວ ໄດ້ນໍາເອົາບັນດາຮູບພາບ, ອຸປະກອນການຜະລິດ, ຜະລິດຕະພັນເບຍ ແລະ ອື່ນໆ ຢ່າງຫລາກຫລາຍມາວາງສະແດງໃຫ້ເຫັນເຖີງປະຫວັດຄວາມເປັນມາ, ຂະບວນການປຸງແຕ່ງເບຍ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດເບຍຊີງຕາວໃນແຕ່ລະໄລຍະຈົນມາເຖີງປັດຈຸບັນ ເຊີ່ງມີອາຍຸຫລາຍກວ່າ 1 ສັດຕະວັດ, ເປັນເບຍທີ່ຜະລິດກ່ອນໝູ່ໃນປະເທດຈີນ ແລະ ປັດຈຸບັນ ກໍແມ່ນໜຶ່ງໃນຫລາຍຜະລິດຕະພັນເບຍທີ່ໄດ້ຮັບຄວາມນິຍົມໃນອັນດັບຕົ້ນໆ ຢູ່ປະເທດຈີນ ແລະ ໃນໂລກ.

ນອກຈາກນັກທ່ອງທ່ຽວ ໄດ້ທ່ຽວຊົມບັນດາຮູບພາບ, ເຄື່ອງມືທີ່ນໍາໃຊ້ເຂົ້າໃນການຜະລິດເບຍ, ຊົມຂະບວນການຜະລິດເບຍ ແລະ ອື່ນໆ, ພາຍໃນຫໍພິພິດຕະພັນແຫ່ງນີ້ຍັງມີຮ້ານຂາຍເຄື່ອງທີ່ລະນຶກຫລາກຫລາຍຊະນິດທີ່ກ່ຽວຂ້ອງກັບເບຍຊິງຕາວເພື່ອໃຫ້ນັກທ່ອງທ່ຽວໄດ້ຊື້ກັບບ້ານເພື່ອໄປເກັບໄວ້ເປັນທີ່ລະນຶກ. ນອກຈາກນີ້ ນັກທ່ອງທ່ຽວຍັງສາມາດີມເບຍຊິງຕາວທີ່ມີຫລາຍຜະລິດຕະພັນເຊີ່ງບໍລິສັດຈັດສັນໄວ້ບໍລິການນັກທ່ອງທ່ຽວ.

ເບຍ ແມ່ນເຄື່ອງດື່ມທີ່ມີທາດເຫລົ້າ ເຊີ່ງຫລາຍຄົນອາດຄິດວ່າ ການສ້າງຫໍພິພິດຕະພັນເບຍ ອາດເປັນການຊຸກ ຍູ້ສົ່ງເສີມໃຫ້ຄົນດື່ມເບຍກັນຫລາຍຂຶ້ນ ແລະ ບັນຫາໃຫຍ່ທີ່ຕາມມາແມ່ນອຸບັດຕິເຫດ, ແຕ່ນີ້ອາດເປັນຄວາມຄິດຂອງຄົນບາງປະເທດທີ່ການປະຕິບັດກົດໝາຍກ່ຽວກັບເຄື່ອງດື່ມທີ່ມີທາດເຫລົ້າບໍ່ເຂັ້ມງວດເທົ່ານັ້ນ  ເພາະທີ່ນະຄອນຊິງຕາວ ກໍຄື ປະເທດຈີນ ການປະຕິບັດກົດໝາຍທຸກສະບັບເຂັ້ມງວດທີ່ສຸດ ເຮັດໃຫ້ຜູ້ໃດທີ່ມີໜ້າທີຂັບລົດແມ່ນຮັບຮູ້ດີວ່າຕົນເອງຄວນດື່ມຫລື ບໍ່ດື່ມຖ້າຫາກຈະມີການຂັບຂີ່ ເພາະກົດໝາຍບໍ່ໄດ້ມີການລະເວັ້ນໂທດແຕ່ຢ່າງໃດຕໍ່ຜູ້ທີ່ດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະນະ. ດັ່ງນັ້ນ ຈິ່ງເຮັດໃຫ້ຫໍພິພິດຕະພັນເບຍຊິງຕາວ ເປັນອີກສະຖານທີ່ແຫ່ງໜຶ່ງທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຈໍານວນບໍ່ໜ້ອຍໃນແຕ່ລະປີ.