ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີເຊັນບົດບັນທຶກການຮ່ວມມືດ້ານວຽກງານວິຊາສະເພາະ ລະຫວ່າງ ກົມຕໍາຫຼວດນິຕິວິທະຍາ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາ 2022.​ ຢູ່ທີ່ ກົມຕໍາຫຼວດນິຕິວິທະຍາ ກະຊວງປ້ອງກັນຄວາມສະຫງົບ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ນິລະວົງ ເຈື່ອງຕະວະລາດ ກໍາມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີຫົວໜ້າກົມ, ຮອງກົມ, ກົມກອງ, ພະແນກການ, ຂະແໜງການ ພະນັກງານວິຊາສະເພາະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຫາຍ ພັນຕີ ກອງສິນ ພົມວົງໄຊ ຫົວໜ້າພະແນກບໍລິຫານ-ສັງລວມ ກົມຕໍາຫຼວດນິຕິວິທະຍາ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຜ່ານບົດບັນທຶກຊ່ວຍຈໍາການຮ່ວມມືດ້ານວຽກງານວິຊາສະເພາະ( ພິສູດຫຼັກຖານ, ເກັບຕົວຢ່າງ, ຮັກສາ ແລະ ວິໄຈຕົວຢ່າງ ລະຫວ່າງ ກົມຕໍາຫຼວດນິຕິວິທະຍາ ກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ແລະ ກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ, ອີງຕາມຂໍ້ຕົກລົງວ່າດ້ວຍພາລະບົດບາດຂອງກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ, ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບວ່າດ້ວຍການຈັດຕັ້ງເຄື່ອນໄຫວຂອງກົມຕໍາຫຼວດນິຕິວິທະຍາ ແລະ ກອງປະຊຸມແລກປ່ຽນບົດຮຽນດ້ານວຽກງານວິຊາສະເພາະລະຫວ່າງ ກົມຕໍາຫຼວດນິຕິວິທະຍາ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ຈຸດປະສົງເພື່ອຊ່ວຍຈໍາ ແລະ ອໍານວຍຄວາມສະດວກໃນການພົວພັນປະສານງານ, ກຽມພ້ອມແກ້ໄຂບັນຫາທີ່ຈະເກີດຂຶ້ນ ທີ່ກ່ຽວຂອງກັບພາລະບົດບາດ-ໜ້າທີ່ທັງສອງຝ່າຍ, ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຮັບປະກັນໄດ້ຄວາມວ່ອງໄວ, ຊັດເຈນ, ມີປະສິດທິຜົນ, ເປັນເສນາທິການໃຫ້ແກ່ຂັ້ນເທິງໄດ້ດີຂຶ້ນ, ເປັນການຮ່ວມມືຂອງສອງກໍາລັງປະກອບອາວຸດດ້ວຍການດ້ານເຕັກນິກ-ວິຊາການ, ການສະໜອງຂໍ້ມູນ ຮ່ວມກັນກວດກາ, ພິສູດຫຼັກຖານ, ຊັນນະສູດ ເກັບຕົວຢ່າງ, ຮັກສາ ແລະ ວິໄຈຕົວຢ່າງ ສ້າງຄວາມອາດສາມາດ ແລະ ແລກປ່ຽນຄວາມຮູ້ຂໍ້ມູນ, ການຝຶກອົບຮົມ, ສະຫຼຸບຖອດຖອນບົດຮຽນໃນຂົງເຂດວຽກງານທີ່ກ່ຽວຂ້ອງ, ການແກ້ໄຂບັນຫາເຫດການທາງເຄມີ. ຈາກນັ້ນທັງສອງຝ່າຍຈຶ່ງໄດ້ຕົກລົງເຫັນເປັນເອກະພາບ ເຊັນບົດບັນທຶກຊ່ວຍຈໍາຮ່ວມກັນ ລະຫວ່າງ ສະຫາຍ ພັນເອກ ທຽມ ຫອມຊະນະ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ແລະ ສະຫາຍ ພັນເອກ ບຸນຖິ່ນ ແກ້ວມົນລັດຊີ ຫົວໜ້າກົມຕໍາຫຼວດນິຕິວິທະຍາ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໂດຍມີຕ່າງໜ້າຄະນະນໍາທັງສອງກໍາລັງ ພ້ອມດ້ວຍພະນັກງານ, ວິຊາການທີ່ກ່ຽວຂອ້ງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
( ພາບ-ຂ່າວ: ເກນ ວິໄລສານ )