ໄລຍະ 9 ເດືອນຜ່ານມາ (ປະຈໍາໄຕມາດ 3 ປີ 2021) ບໍລິສັດ ພູສີກໍ່້ສ້າງ ແລະ ພັດທະນາ ມະຫາຊົນ ຫຼື (PCD) ສາມາດມອບພັນທະອາກອນເງິນເດືອນໃຫ້ລັດ ຖະບານ 264.242.787 ກີບ; ນັບວ່າເປັນການປະກອບສ່ວນຢ່າງເຂັ້ມງວດຂອງບໍລິສັດທີ່ມີຕໍ່ພັກ-ລັດຖະບານ.
ບໍລິສັດ ພູສີກໍ່້ສ້າງ ແລະ ພັດທະນາ ມະຫາຊົນ ຫຼື (PCD) ຜູ້ຊ່ຽວ ຊານດ້ານໃຫ້ບໍລິການວຽກງານວິສະວະກຳກໍ່ສ້າງແບບຄົບວົງຈອນ ຢູ່ ສປປ ລາວ ກຳລັງ ດຳເນີນ ການກໍ່ສ້າງ ຢູ່ 02 ໂຄງການຄື: ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ (ແຕ່ບ້ານອູ້ ນະຄອນຫຼວງພະບາງ ຫາ ບ້ານສີບຸນເຮືອງ, ເມືອງນານ, ແຂວງຫຼວງພະບາງ) ລວງຍາວ 50.2 ກິໂລແມັດ ແລະ ໂຄງການກໍ່ສ້າງທາງຍົກລະດັບ (ແຕ່ບ້ານກິ່ວເຈຍ ຫາ ບ້ານເມືອງຮືບ, ເມືອງໂພນທອງ, ແຂວງຫຼວງພະບາງ) ຄວາມຍາວ 32.565 ກິໂລແມັດ ແລະ ໂຄງການອື່ນໆອີກຈໍານວນໜຶ່ງ.
ໃນຊຸມປີຜ່ານມາ, ປະເທດເຮົາໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບຕໍ່ບໍລິສັດຫຼາຍສົມຄວນ ໂດຍສະເພາະຜົນກໍາໄລຂອງບໍລິສັດກະຫຼຸດລົງ, ເຖິງແນວໃດກໍ່ຕາມ ທາງບໍລິສັດໄດ້ປະກອບ ສ່ວນຕາມເງື່ອນໄຂຕົວຈິງ. ໃນນີ້, ໄດ້ມອບພັນທະອາກອນເງິນເດືອນໃຫ້ລັດໃນໄຕມາດ 3 ປີ 2021 ຈໍານວນ 264.242.787 ກີບ.
Loading...