ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີດັ່ງກ່າວຈັດຂື້ນໃນວັນທີ 15 ສິງຫາ 2023 ຢູ່ຫ້ອງປະຊຸມໃຫຍ່ ວິທະຍຸກະຈາຍສຽງເເຫ່ງຊາດລາວ, ພາຍໃຕ້ການເປັນປະທານຂອງທ່ານ ສຸວັນ ວິໄລເເສງ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງເເຫ່ງຊາດລາວ,ທ່ານວໍລະສັກ ປຣະວົງວຽງຄໍາ ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງເເຫ່ງຊາດລາວ, ທ່ານ ສີພາ ນົງລາດ ອະດີດຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງເເຫ່ງຊາດລາວ, ມີອະດີດການນໍາວິທະຍຸກະຈາຍສຽງເເຫ່ງຊາດລາວ,ມີນັກຂ່າວອາວຸໂສ ອະດີດນັກການທູດລາວ,ພ້ອມດ້ວຍພະ ນັກງານ-ລັດຖະກອນອ້ອມຂ້າງ ວິທະຍຸກະຈາຍສຽງເເຫ່ງຊາດລາວເຂົ້າຮ່ວມ.
ໂອກາດນີ້ ທ່ານສຸວັນ ວີໄລເເສງ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງເເຫ່ງຊາດລາວມີຄໍາເຫັນວ່າ :
” ການຈັດພິທິໃນຄັ້ງນີ້ ເພື່ອພ້ອມກັນລະນຶກເຖີງວັນສ້າງຕັ້ງວີທະຍຸກະຈາຍສຽງເເຫ່ງຊາດລາວວັນທີ 13 ສີງຫາ ຄົບຮອບ 63 ປີ ລວມເຖີງວັນສໍາຄັນຕ່າງໆຂອງຊາດຂອງພັກ ຄຽງຄູ່ກັນນີ້ ຍັງເປັນການປະກາດການຈັດຕັ້ງຕໍາເເຫນ່ງບໍລິຫານປະເພດ 4 ຈໍານວນຫນື່ງຄົນ ເເລະ ຕໍາເເຫນ່ງບໍລິຫານປະເພດ 5 ຈໍານວນ 8 ຄົນ ເພື່ອປັບປຸງລະບົບການຈັດຕັ້ງພາຍໃນວີທະຍຸກະຈາຍສຽງເເຫ່ງຊາດລາວໃຫ້ມີຄວາມຫນັກເເຫນ້ນເຂັ້ມເເຂງຫລາຍຂື້ນກວ່າເກົ່າ ເເລະ ອື່ນໆ “
ໂອກາດດຽວກັນນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການປາຖະກະຖາເຫລົ່າຄືນມູນເຊື້ອວັນສ້າງຕັ້ງວິທະຍຸກະຈາຍສຽງເເຫ່ງຊາດລາວຈາກ ທ່ານສີພາ ນົງລາດ ອະດີດຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງເເຫ່ງຊາດລາວ ໂດຍທ່ານໄດ້ຍົກໃຫ້ເຫັນ ມູນເຊື້ອປະຫວັດຄວາມເປັນມາ, ຕົ້ນກໍາເນີດ, ການເຄື່ອນໄຫວ ເເລະ ການເຕີບໃຫຍ່ຂະຫຍາຍຕົວຂອງວິທະຍຸກະຈາຍສຽງແຫ່ງຊາດໃນເເຕ່ລະໄລຍະ
ເຊີ່ງຕະຫລອດໄລຍະຜ່ານມາກໍ່ຄືປັດຈຸບັນວິທະຍຸກະຈາຍສຽງເເຫ່ງຊາດລາວ ກໍ່ຄື ວິທະຍຸກະຈາຍສຽງຝ່າຍປະເທດລາວໃນເມື່ອກ່ອນ ໄດ້ເຮັດຫນ້າທີ່ການເມືອງຂອງຕົນຢ່າງເເຂງເເຮງ ເພື່ອທີ່ປຸກລະດົມຂົນຂວາຍປະຊາຊົນລຸກຮື້ຂື້ນເຮັດການປະຕິວັດເພື່ອຕ້ານກັບຈັກກະພັດອາເມລິກາ ແລະ ພວກປະຕິການຂາຍຊາດຢ່າງພິລະອາດຫານ, ສາມາດເວົ້າໄດ້ວ່າວິທະຍຸກະຈາຍສຽງຝ່າຍປະເທດລາວ ເປັນອາວຸດອັນແຫລມຄົມຂອງພັກ,ເປັນກະບອກສຽງໂຄສະນາແນວທາງການເມືອງຂອງພັກ ເປັນໂຄສົກຂອງການຈັດຕັ້ງປະຕິວັດ,ເປັນເວທີສະແດງຄໍາຄິດຄໍາເຫັນຂອງປະຊາຊົນລາວຜູ້ຮັກຊາດ ຮັກບ້ານເກີດເມືອງນອນໃນທົ່ວປະເທດ ທັງເຮັດຫນ້າທີ່ປຸກລະດົມຂົນຂວາຍທຸກກໍາລັງເຂົ້າຮ່ວມ ສະຫນາມຮົບຕໍ່ສູ້ປົດປ່ອຍຊາດຢ່າງດຸເດືອດຂ້ຽວຂາດ ດ້ວຍຄວາມສະຫມັກໃຈຕື່ນຕົວສູງທີ່ສຸດ.
ນັບເເຕ່ປະເທດຊາດໄດ້ຮັບການປົດປ່ອຍນັບແຕ່ປະເທດຊາດໄດ່ຮັບການປົດປ່ອຍວິທະຍຸກະຈາຍສຽງຝ່າຍປະເທດລາວໄດ້ປ່ຽນຊື່ມາ ເປັນວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໄດ້ພັດທະນາຕົນເອງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ ເນື່ອງທັງທາງດ້ານປະລິມານແລະຄຸນນະພາບ, ດ້ານເນື້ອໃນ ແລະ ເຕັກນິກຕ່າງໆໄດ້ນໍາໃຊ້ລະບົບທັນສະໄຫມເພື່ອເປັນພື້ນຖານໃນການຂະຫຍາຍສະຖານີວິທະຍຸຢູ່ແຕ່ລະທ້ອງຖີ່ນ ຄຽງຄູ່ກັນນີ້ວິທະຍຸກະຈາຍສຽງເເຫ່ງຊາດລາວນັບມື້ ມີບົດບາດສໍາຄັນ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລະບຽບກົດຫມາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນແຕ່ລະໄລຍະ ສະຫນອງຂໍ້ມູນຂ່າວສານ, ສາລະຫນ້າຮູ້ ແລະ ສາລະບັນເທີງຕ່າງໆ ພ້ອມທັງນໍາສະເຫນີຂໍ້ມູນຂ່າວສານເຫດການສໍາຄັນທາງ ສັງຄົມ ເເລະ ອື່ນໆ.
ການລະນຶກເຖີງວັນສ້າງຕັ້ງວີທະຍຸກະຈາຍສຽງເເຫ່ງຊາດລາວວັນທີ 13 ສີງຫາຄົບຮອບ 63 ປີໃນຄັ້ງນີ້ນອກຈາກມີການປາຖະກະຖາເຫລົ່າຄືນມູນເຊື້ອວັນສໍາຄັນດັ່ງກ່າວເເລ້ວ,ຜູ້ເຂົ້າຮ່ວມໄດ້ຮັບຟັງການເລົ່າປະສົບການ ຈາກ ທ່ານຢົງ ຈັນທະລັງສີ ອາດີດນັກຂ່າວ,ນັກການທູດ ກ່ຽວກັບປະສົບການການເຄື່ອນໄຫວເຮັດວຽກໃນຂະເເຫນງສື່ມວນຊົນ ເເລະ ການເຄື່ອນໄຫວວຽກງານການທູດຢູ່ຕ່າງປະເທດ ໃນໄລຍະຜ່ານມາ,ນອກຈາກນີ້ໄດ້ມີການປະກາດການຈັດຕັ້ງຂັ້ນຫົວຫນ້າ ເເລະ ຮອງຫົວຫນ້າພະເເນກ ພ້ອມທັງມີການເຄື່ອນໄຫວເເຂ່ງຂັນກິລາ ເປັນຕົ້ນ: ປີ່ງປ່ອງ, ເປຕັ້ງ ຍິງ-ຊາຍ ເເລະ ເເຂ່ງຂັນກິລາກະຕໍ້ ຕື່ມອີກ.
ພາບ : ສົມໄພວັນ ກອງມະນີ
ຂ່າວໂດຍ : ເດດອາລຸນ ເເກ້ວວິໄລ.