ປະຊານຊົນລາວຫຼາຍພັນຄົນທີ່ອາໃສໃນກຸງເທບມະຫານະຄອນ (ກທມ) ໄປເທດໄທ, ໄດ້ພາກັນມາສັກວັກຊີນ ທີ່ສູນບໍລິການຕຶກ SCG ບາງຊື, ເຊິ່ງການສັກຢາວັກຊິນ ຄັ້ງນີ້ເປັນການຮ່ວມມື ລະຫວ່າງ ສະຖານທູດລາວ ປະຈໍາຣາຊະອານາຈັກ, ສໍານັກງານ ກຸງເທບມະຫານະຄອນ ແລະ ໂຄງການຈິດອາສາປິ່ນປົວໂຄວິດ-19 ເພື່ອມິດຕະພາບ ລາວ-ໄທ 70 ປີ ເພື່ອເປີດໂອກາດໃຫ້ປະຊາຊົນລາວທີ່ອາໃສໃນ ກຸງເທບມະຫານະຄອນ ໄດ້ເຂົ້າເຖິງວັກຊີນປ້ອງກັນໂຄວິດ-19 ໂດຍໄດ້ສັກວັກຊີນ ຊິໂນແວັກ ເປັນເຂັມທໍາອິດ ແລະ ແອັດສະຕາເຊເນກາ ເປັນເຂັມທີ່ສອງ ເລີ່ມແຕ່ວັນທີ່ 26-28 ຕຸລາ 2021. ໂຄງການສັກວັກຊີນດັ່ງກ່າວແມ່ນອານຸຍາດໃຫ້ພົນລະເມືອງລາວທີ່ຖຶພັດສະປອດລາວ ແລະ ໜັງສືຢັ້ງຢືນຕົວຕົນຂອງຄົນລາວມາລົງທະບຽນຜ່ານທາງອອນລາຍ ເພື່ອສັກຢາໃນເບຶື້ອງຕົ້ນມີຜູ້ມາລົງທະບຽນປະມານ 3,500 ຄົນ, ແຕ່ໃນຕົວຈິງມີຄົນລາວມາສັກຫຼາຍກວ່າຕົວເລກທີ່ລົງທະບຽນ ໂດຍການສັກຢາຄັ້ງນີ້ມີຈໍານວນທັງໝົດ 3,849 ຄົນ ຊຶ່ງຈໍານວນທີ່ມາຫຼາຍເກີນຕົວເລກລົງທະບຽນນັ້ນ ກໍຍ້ອນພົນລະເມືອງໄດ້ຮັບຂໍມູນຂ່າວສານການເປີດສັກວັກຊີນຈາກຜູ້ທີ່ມາໃນມື້ທໍາອິດ ແລະ ກໍພາກັນມາລົງທະບຽນທີ່ຕຶກ SCG ບາງຊືໂດຍກົງ. ສໍາລັບການສັກວັກຊີນເຂັມທີ່ສອງແມ່ນຈະມີຂື້ນໃນອີກ 3 ອາທິດຕໍ່ໜ້າ (16-18 ພະຈິກ 2021). ໃນການເປີດສັກວັກຊີນໃນວັນທີ່ 26 ຕຸລາ 2021 ມືິທໍາອິດ, ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ, ທ່ານ ກຽດຕິຄຸນ ຊາດປະເສີດ, ອາດີດທູດໄທປະຈໍາລາວ ແລະ ທັງເປັນທານສະມາຄົມ ໄທ-ລາວ ເພື່ອມິດຕະ ພາບ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຂອງສຳນັກງານ ກທມ ກໍໄດ້ເຂົ້າຮ່ວມ ເພື່ອຕິດຕາມສະພາບການເປີດສັກວັກຊີນ ແລະ ໃຫ້ກໍາລັງໃຈຄົນລາວທີ່ມາສັກວັກຊີນ. ໃນໂອກາດການເຂົ້າຮ່ວມດັ່ງກ່າວ, ທ່ານ ທູດ ແສງ ໄດ້ກ່າວຕໍ່ປະຊາຊົນທີ່ມາສັກວັກຊີນວ່າ ຕົນມີຄວາມດີໃຈຫຼາຍທີພີ່ນ້ອງລາວເຮົາມາສັກວັກຊີນເປັນຈໍານວນຫຼວງຫຼາຍ ພ້ອມທັງໄດ້ຖາມຂ່າວອ້າຍເອື້ອຍນ້ອງຄົນລາວເຮົາທີ່ມາສັກວັກຊີນ ແລະ ໄດ້ຢ້ຽມຢາມບັນດາສະຖານທີ່ໃນການບໍລິການສັກຊີນໃຫ້ແກ່ຄົນລາວ ແລະ ພົນລະເມືອງປະເທດເພື່ອນບ້ານ.
ທ່ານ ທູດ ແສງ ກໍຍັງໄດ້ກ່າວຕື່ມວ່າ ຂໍໃຫ້ພີ່ນ້ອງລາວເຮົາກັບມາສັກເຂັມທີ່ສອງອີກໃນກາງເດືອນໜ້າຢ່າງພ້ອມພຽງ. ຫຼັງຈາກການຢ້ຽມຢາມຖາມຂ່າວພິນ້ອງລາວເຮົາແລ້ວ, ທ່ານ ທູດ ແສງ ຍັງໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໄທຈໍາໜຶ່ງ ທີ່ມາຕິດຕາມເອົາຂ່າວ ຊຶ່ງທ່ານ ທູດ ໄດ້ກ່າວຂອບໃຈບັນດາແພດໝໍ, ພະຍາບານ, ເຈົ້າໜ້າທີ່ ກທມ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ທີ່ຊ່ວຍເຫຼືອຄົນລາວທີ່ອາໃສໃນ ກທມ ໄດ້ຮັບໂອກາດເຂົ້າເຖິງວັກຊີນ ແລະ ກໍເຮັດໃຫ້ໂຄງການນີ້ເກີດຂື້ນ ຊຶ່ງເປັນການຮ່ວມການຮ່ວມມືອັນດີງາມຖານບ້ານໃກ້ເຮືອນຄຽງອັນດີ ລະຫວ່າງ ລາວ-ໄທ ເວົ້າລວມ ເວົ້າສະເພາະ ລະຫວ່າງ ສະຖານທູດລາວ ແລະ ກທມ ກໍຄືໂຄງການຈິດອາສາ. ທ່ານ ທູດ ແສງ ຍັງກ່າວອີກວ່າ ຕົນມີຄວາມຕື່ນຕັນໃຈຫຼາຍທີ່ ສໍານັກງານ ກທມ ກໍຄືຜູ້ວ່າ ກທມ ທ່ານ ພົນຕໍາຫຼວດເອກ ອັດສະວິດ ຂັວນເມືອງ ແລະ ໂຄງການຈິດອາສາ ທີ່ມີນໍ້າໃຈເສຍສະລະ ແລະ ມີຄວາມຮັກຄວາມແພງຊ່ວຍເຫຼືອເຊິງກັນ ແລະ ກັນ ພ້ອມທັງຂໍໃຫ້ຄົນລາວໃນ ກທມ ໃຫ້ຮີບພາກັນມາສັກວັກຊີນ ເພື່ອສ້າງພຸມປ້ອງກັນຂອງພີ່ນ້ອງລາວເຮົາ ກໍຄືສ້າງພຸມຄຸ້ມກັນ.
ທ່ານ ໝໍ ນະວະພອນ ຕັນໄພບູນກຸນ, ຫົວໜ້າກຸ່ມງານວິຊາການ ແລະ ແຜນ ການ ຂອງກອງການຢາ ສໍານັກງານອານາໄມ ໄດ້ກ່າວວ່າໃນການບໍລິການຮັບສັກວັກຊີນໃຫ້ຄົນຕ່າງດ້າວ ໂດຍສະເພາະປະຊາຊົນລາວທ່ີ່ອາໃສໃນ ກທມ ຕົນໄດ້ເຮັດໜ້າທີ່ຮັບຜິດຊອບການບໍລິຫານຈັດການວັກຊີນ ຂອງສູນບໍລິການບາງຊື SCG ຊຶ່ງເປັນໂອກາດພິເສດທີ່ໄດ້ຕອນຮັບກຸ່ມປະຊາຊົນລາວໃນການສັກວັກແຊັງໃນຄົນລາວທີ່ຢູ່ ກທມ ໃຫ້ມີພຸມຄຸມກັນເກີດຂື້ນ. ພ້ອມດຽວກັນນີ້, ທ່ານ ໝໍ ໄດ້ໃຫ້ຄວາມເຊື້ອໝັ້ນວ່າ ທຶມແພດແມ່ນໄດ້ເກັບຮັກສາວັກຊີນ ໃຫ້ຢູ່ໃນອຸນນະພຸມທີ່ມີມາດຕະຖານສູງ ແລະ ເປັນວັກຊີນ ທີ່ມີຄຸນນະພາບດີ ໂດຍຄັ້ງນີ້ປະຊາຊົນລາວໄດ້ສັກວັກຊີນເຂັມທຳອິດແມ່ນສະນິດ ຊີໂນແວັກ ແລະ ເຂັມສອງຈະເປັນແອັດສະຕາເຊເນກາ ຊຶ່ງຂໍ້ດີຂອງສູດຂວ່າຍນີ້ແມ່ນຈະຊ່ວຍໃຫ້ປະຊາຊົນໄດ້ຮັບເຂັມທີ່ສອງໄວຂຶ້ນ ຫຼັງຈາກມີໄລຍະຫ່າງຈາກເຂັມ 1 ພຽງແຕ່ 3 ອາທິດ ແລະ ຈະເຮັດໃຫ້ຜູ້ຮັບວັກຊີນໄດ້ມີການສ້າງພູມຄຸ້ມກັນໄດ້ໄວຂື້ນ (ຖ້າສັກວັກຊີນສະນິດດຽວກັນຈະເວັ້ນໄລຍະຫ່າງ 3 ເດືອນ). ທ່ານ ໝໍ ສະແດງຄວາມຂອບໃຈທີ່ສະຖານທູດລາວໄດ້ສົ່ງທືມງານເຈົ້າໜ້າທີ່ສະຖານທູດມາຊ່ວຍໃນການອໍານວຍຄວາມສະດວກ, ໂດຍສະເພາະກ່ຽວກັບການສື່ສານລະຫວ່າງແພດ ແລະ ຄົນລາວ ຂັ້ນຕອນການ ປະກອບຟອມ ແລະ ຂັ້ນຕອນອື່ນໆກ່ອນເຂົ້າຮັບວັກຊີນ ຊຶ່ງທຶມງານສະຖານ ທູດໄດ້ຊ່ວຍແກ້ໄຂບັນຫານີ້ໄດ້ຢ່າງດີຫຼາຍ ແລະ ຫຼຸດເວລາໃນຂັ້ນຕອນຕ່າງໆລົງ ແລະ ໄວຂື້ນ.
ນາງ ບັງ ຄົນລາວທີ່ພິການທາງສາຍຕາ, ຢູ່ບ້ານນາບຽນ ນະຄອນຫຼວງວຽງຈັນ ໄດ້ເຂົ້າມາເຮັດວຽກຢູ່ ກທມ ໄດ້ 5 ປີ ແລ້ວ ຊຶ່ງລາວໄດ້ແຕ່ງງານກັບຄົນພິການທາງສາຍຕາທີ່ເປັນຄົນໄທ ແລະ ມາເຮັດວຽກຂາຍຫວຍ ພ້ອມທັງເປັນໝໍນວດນໍາ. ນາງ ບັງ ໄດ້ກ່າວວ່າ ຕົນມີຄວາມດີໃຈຫຼາຍທີ່ໄດ້ຮັບຂ່າວການເປີດໃຫ້ຄົນລາວທີ່ຢູ່ ກທມ ໄດ້ມາສັກວັກຊີນ ໃນມື້ນີ້ ແລະ ຕົນເອງກໍຫີບຟ້າວມາສັກເລີຍ ຫລັງໄດ້ຟັງຂ່າວນໍາໝູ່ເພື່ອນ ພ້ອມທັງຂໍຂອບໃຈ ສະຖານທູດລາວ ແລະ ທາງການໄທ ທີ່ເປີດໂອກາດຊ່ວຍເຫຼືອຜູ້ທີ່ພິການ ແລະ ຄົນລາວອື່ນໆອີກດ້ວຍ.
ທ້າວ ຍົງ, ອາຍຸ 40 ປີ ຢູ່ເມືອງຈຳພອນ ແຂວງສະຫັວດນະເຂດ ຊຶ່ງໄດ້ມາເຮັດວຽກເປັນພະນັກງານລ້າງລົດຢູ່ ປໍ້ານໍ້າມັນ ປຕທ ໃນ ກທມ 10 ປີ ແລ້ວ ໄດ້ກ່າວວ່າ ຕົນດີໃຈຫຼາຍທີ່ນາຍຈ້າງໄດ້ແຈ້ງໃຫ້ຮູ້ວ່າ ສະຖານທູດລາວ ຮ່ວມກັບ ກທມ ໄດ້ເປີດໃຫ້ຄົນລາວໄປສັກວັກຊີນໄດ້ແລ້ວ ໂດຍນາຍຈ້າງໄດ້ຮັບແຈ້ງປະກາດຈາກບໍລິສັດຈັດຫາງານຂອງໄທ ແລະ ຕົນກໍຮີບຟ້າວລົງທະບຽນ ຊຶ່ງຕົນກໍດີໃຈຫຼາຍທີີ່ລັດຖະບານລາວເຮົາຍັງມີຄວາມເປັນຫ່ວງເປັນໃຍຄົນລາວທີ່ເຮັດວຽກຢູ່ປະເທດໄທ ພ້ອມທັງຂອບໃຈລັດຖະບານໄທທີ່ໃຫ້ການຊ່ວຍເຫຼືອໃຫ້ຕົນໄດ້ເຂົ້າເຖິງວັກຊີນ.
ໂຄງການການສັກວັກຊີນດັ່ງກ່າວ ກໍຍັງມີຄົນກຳປູເຈ້ຍ ແລະ ມ້ຽມມາທີ່ອາໃສໃນ ກທມ ກໍໄດ້ຮັບໂອກາດມາສັກວັກຊີນຈາກຜູ້ວ່າ ກທມ ເຊັນດຽວກັນ.
ຂ່າວ,ພາບ: ກົມຂ່າວກະຊວງການຕ່າງປະເທດ


