ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 9 ກັນຍາ 2022 ນີ້, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດ ລົງຕິດ ຕາມກວດກາການຕິດຕັ້ງເຄື່ອງຈັກອຸປະ ກອນການສ້ອມແປງຟື້ນຟູລົດ,ການປະ ກອບບົວລະບັດລົດຢູ່ໂຮງງານມິດຕະ ພາບລາວ-ຫວຽດນາມ ແລະ ສາງກົນຈັກ 2 ເຊິ່ງໄດ້ຮັບການຊ່ວຍເຫຼືອ ທາງດ້ານເຕັກນິກການທະຫານຈາກ ສ.ຣັດເຊຍ ໃຫ້ການຕ້ອນຮັບໂດຍສະຫາຍ ພົນຕີ ຄຣາຍຢຽບ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດຣັດເຊຍປະຈຳ ສປປ ລາວ, ມີສະຫາຍ ພົນຕີ ປະສິດທ່ຽງທໍາ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ,ຫົວໜ້າກົມໃຫຍ່ເຕັກ ນິກກອງທັບ ,ມີຄະນະນໍາກະຊວງ,ກົມວິຊາສະເພາະ, ຫ້ອງການ,ຄະນະຊ່ຽວ ຊານ ສ.ຣັດເຊຍ ແລະ ຂະແໜງການທີກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ການຢາເຊ໊ບ ມີຄາອິລ ນິໂກລາຍ ວິຊາການຊ່ຽວຊານ ສ.ຣັດເຊຍ ໄດ້ລາຍງານໂດຍຫຍໍ້ກ່ຽວກັບແຜນການຕິດຕັ້ງເຄື່ອງຈັກ, ວາງຕາຂ່າຍລະບົບໄຟຟ້າ, ລະບົບທໍ່ນໍ້າ ແລະ ລະບົບລົມ ແລະ ສິ່ງອຳນວຍຄວາມສະດວກອື່ນໆຢ່າງລະອຽດຜ່ານການເຮັດວຽກ ຂອງຄະນະຊ່ຽວຊານ ສ.ຣັດເຊຍ ຮ່ວມກັບພະນັກງານເຕັກນິກການທະຫານໃນກອງທັບກໍ່ພົບທັງຂໍ້ສະດວກ ແລະ ຄວາມຫຍຸ້ງຍາກ ແຕ່ດ້ວຍຄວາມບຸກບືນຮ່ວມມືກັນ ຂອງພະນັກງານວິຊາການ ຂອງທັງ 2 ຝ່າຍເຮັດໃຫ້ການຕິດຕັ້ງເຄື່ອງຈັກ, ເຄື່ອງ ມື,ອຸປະກອນວັດຖຸອາໄຫຼ່ຊະນິດຕ່າງໆໄດ້ສຳເລັດເປັນທີ່ໜ້າເພິ່ງພໍໃຈແລະມີຄຸນນະ ພາບພ້ອມທັງມີຄວາມຮັບປະ ກັນດີ,ຄຽງຄູ່ກັບວຽກຕິດຕັ້ງອຸປະກອນເຕັກນິກການທະຫານແລະການອົບຮົມໃນເວລາຊ່ວງໄລຍະເວລາສັ້ນພຽງແຕ່ເດືອນກ່ວາກໍ່ໄດ້ດຳເນີນສ້ອມແປງຟື້ນຟູລົດອຸປະກອນເຕັກນິກການທະຫານສຳເລັດຕາມຈຸດປະ ສົງແລະຄາດໝາຍໃນ3 ຄັນຢ່າງສົມບູນ ແລະ ຈະດຳເນີນສືບຕໍ່ອົບຮົມນຳໃຊ້ອຸປະກອນພ້ອມທັງສ້ອມແປງຕົວຈິງໃຫ້ແກ່ພະນັກງານໃນກອງທັບປະຊາຊົນລາວຈົນກ່າວຈະມີຄວາມຊຳນານຄ່ອງແຄ້ວ. ນອກນັ້ນເພື່ອໃຫ້ໂຮງງານມິດຕະພາບລາວ-ຫວຽດນາມນີ້ມີຄວາມສາມາດສ້ອມແປງໃຫຍ່,ພາຫານະກົນຈັກໜັກໄດ້ຢ່າງມີຄຸນນະພາບຍັງຈະສືບຕໍ່ຊ່ວຍສະ ໜອງເຄື່ອງມື,ເຄື່ອງຈັກອີກໃຫ້ຄົບຖ້ວນຕາມແຜນການ.ສືບຕໍ່ປັບປຸງແບບແຜນວິທີ່ເຮັດວຽກໃຫ້ສອດຄ່ອງກັບເຕັກນິກການທະຫານ,ເທັກໂນໂລຢິສາຍໃຍການສ້ອມແປງ, ຈັດຕັ້ງແບ່ງງານມອບໝາຍໜ້າທີ່ໃຫ້ແຕ່ລະຂະແໜງການແລະບຸກ ຄົນຮັບຜິດຊອບຕາມພາລະບົດບາດຂອງຕົນຢ່າງຈະ ແຈ້ງຮັບປະກັນໃນການຂັບເຄື່ອນເຕັກນິກການທະຫານໃຫ້ມີຄຸນນະ ພາບ. ຈາກນັ້ນ ສະຫາຍ ພັນໂທ ລອນສີ ທໍາມະວົງ ຮອງຫົວໜ້າອໍານວຍການໂຮງງານມິດຕະພາບລາວ-ຫວຽດນາມຜູ້ຮັບຜິດຊອບພາກສະໜາມກໍ່ໄດ້ຂຶ້ນລາຍງານແຜນການຈັດວາງສາຍໃຍຂອງການຕິດຕັ້ງເຄື່ອງຈັກໃນໂຮງງານ ແລະ ນໍາພາຄະນະລົງກວດກາອຸປະກອນ ການສ້ອມແປງ,ຟື້ນຟູແລະ ລົດທີ່ສ້ອມແປງສຳເລັດແລ້ວອີກຈໍານວນໜື່ງ.
ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍ່ໄດ້ສະແດງຄວາມຂອບໃຈ ພ້ອມ​ທັງ​ຍ້ອງຍໍຊົມເຊີຍຕໍ່​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ລະຫວ່າງ ສອງ​ປະເທດ ກໍ່ຄືສອງກະຊວງປ້ອງກັນປະເທດລາວ-ຣັດເຊຍ ນັບ​ມື້​ໄດ້​ຮັບ​ການ​ເສີມຂະຫຍາຍ​ໃນ​ຫຼາຍ​ດ້ານ ເພື່ອ​ປະກອບສ່ວນ​ຊຸກຍູ້ສົ່ງເສີມ​ການ​ພົວພັນຮ່ວມ​ມື​ທີ່​ດີງາມລະຫວ່າງລາວ-ຣັດເຊຍ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆຂຶ້ນ.
ຮູບພາບ,ຂໍ້ມູນຈາກ:ພະແນກໂຄສະນາອົບຮົມ ກຕນ.