ໃນວັນທີ 4 ພະຈິກ 2022 ນີ້, ຢູ້ທີ່ຫ້ອງວ່າການປົກຄອງ ແຂວງ ຫລວງພະບາງ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ ຄະນະ ຜູ້ບັນຊາການ ທະຫານອາກາດ ອາຊຽນ ເຂົ້າຢ້ຽມຂໍ່ານັບ ເຊິ່ງນຳພາໂດຍ ທ່ານ ພົນຈັດຕະວາ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການ ທະຫານອາກາດ ກອງທັບປະຊາຊົນລາວ ເນື່ອງໃນໂອກາດສຳເລັດກອງປະຊຸມ ຜູ້ບັນຊາການທະຫານອາກາດ ອາຊຽນ ຄັ້ງທີ 19 ທີ່ ສປປ ລາວ ເປັນເຈົ້າພາບ ຈັດຂຶ້ນທີ່ແຂວງຫລວງພະບາງ ໃນລະຫວ່າງ ວັນທີ 3-5 ພະຈິກ 2022 ນີ້.
 
ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາ ສູງ ຕໍ່ຄະນະ ຜູ້ບັນຊາການທະຫານອາກາດ ອາຊຽນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ , ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ຂອງກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນ ຄັ້ງ19 ແມ່ນມີຄວາມໝາຍສໍາຄັນເປັນການເສີມສ້າງສາຍ ພົວພັນ, ເສີມຂະຫຍາຍຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ເສີມສ້າງສິດຜົນປະໂຫຍດຮ່ວມກັນ ລົງເລິກໃນການຮ່ວມມື ທາງດ້ານຄວາມໝັ້ນຄົງ, ຄວາມສະຫງົບ ແລະ ຄວາມປອດໄພໃນພາກພື້ນ, ເສີມຂະຫຍາຍການພົວພັນຮ່ວມມືໂດຍສະເພາະເຫລົ່າຮົບທະຫານອາກາດໃຫ້ອຸດົມສົມບູນຂຶ້ນກວ່າເກົ່າ ດັ່ງຄໍາຂ້ວນ“ອາຊຽນ ຮ່ວມກັນເພື່ອສັນຕິພາບ ແລະ ສະຖຽນລະພາບ” ພ້ອມດຽວກັນນັ້ນ ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຊີນຊວນ ບັນດາ ຜູ້ບັນຊາການທະຫານອາກາດ ອາຊຽນ ພ້ອມຄະນະ ພັນລະຍາ ທ່ຽວຊົມບັນດາ ສະຖານທີ່ທ່່ອງທ່ຽວ ທາງທຳມະຊາດ ແລະ ວັດທະນະທຳ ຮີດຄອງປະເພນີ ຂອງແຂວງຫລວງພະບາງ ແລະ ອວຍພອນໃຫ້ບັນດາຄະນະ ຜູ້ບັນຊາການທະຫານອາກາດ ອາຊຽນ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ນຳເອົາເນື້ອໃນຈິດໃຈຜົນຂອງກອງປະຊຸມ ຜູ້ບັນຊາການທະຫານອາກາດ ອາຊຽນ ຄັ້ງທີ19 ໄປຈັດຕັ້ງຜັນຂະຫຍາຍ ຢ່າງເປັນຮູບປະທໍາ.
ເນື່ອງໃນໂອກາດ, ເດີ່ນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ຄະນະ ຜູ້ບັນຊາການທະຫານອາກາດ ອາຊຽນ ພ້ອມ ພັນລະຍາ ຄັ້ງນີ້ ຍັງໄດ້ ທ່ຽວຊົມ ສະຖານທີ່ທ່ອງທ່ຽວ ທາງທໍາມະຊາດ ແລະ ວັດທະນະທຳ ຂອງ ແຂວງ ຫລວງພະບາງ ແລະ ແຂ່ງຂັນກິລາກັອບມິດຕະພາບ ເຊິ່ງດໍາເນີນໄປດ້ວຍບັນຍາກາດຟົດຟື້ນ.
Loading...