ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເຈົ້າໜ້າທີ່ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ຮູ້ວ່າ: ໃນເວລາປະມານ 3:45 ໂມງຂອງວັນທີ 16 ສິງຫາ ຜ່ານມາ ໄດ້ມີເຫດການລົດກະບະວີໂກ້ ສີປອນເງິນ ໝາຍເລກທະບຽນ ບໍ່ແກ້ວ ກກ 4394 ແລ່ນມາແຕ່ທາງບ້ານ ມ້ວງຄຳ ມຸ່ງໜ້າໄປຕົ້ນເຜິ້ງ ແຂວງບໍ່ແກ້ວ ມາຮອດປະຕູ 2 ທາງເຂົ້າເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ມີລົດບັນທຸກ ກຳລັງຈະເຂົ້າໄປເຂດກໍ່ສ້າງຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຕ່ຈະໂຄ້ງເຂົ້າປະຕູບໍ່ໄດ້ຈຶ່ງຖອຍຫຼັງກັບຄືນ ເຮັດໃຫ້ລົດກະບະວີໂກ້ແລ່ນມາດ້ວຍຄວາມໄວສູງ ຕຳເອົາທ້າຍລົດ; ເວລານັ້ນ ເຈົ້າຫນ້າທີ່ຮັກສາຄວາມປອດໄພ ເຂດເສດຖະກິດພິເສດ ໄດ້ອອກໄປເບິ່ງເຫດການ ແລ້ວໄດ້ເຫັນຄົນຂັບລົດກະບະຄັນດັ່ງກ່າວແລ່ນໜີແລ້ວມີຄົນມາຮັບເອົາໄປ, ລປພ ຈຶ່ງແຈ້ງຕໍ່ເຈົ້າໜ້າທີ່ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ.
ເຈົ້າໜ້າທີ່ເຂົ້າກວດກາຈຸດເກີດເຫດ ພົບເຫັນຢາເສບຕິດ ປະເພດຢາບ້າ ຈຳນວນ 21 ເປົາເທົ່າກັບ 3.150 ມັດ ມີທັງໝົດ 6.300.000 ເມັດ ນໍ້າໜັກ 756 ກິໂລກຼາມ ໃນລົດກະບະຄັນດັ່ງກ່າວ ຈຶ່ງໄດ້ກັກລົດ ແລະ ຍຶດຢາເສບຕິດຈໍານວນນີ້ໄວ້ ເພື່ອສືບຕໍ່ສືບສວນ-ສອບສວນ ຕາມຈັບເປົ້າໝາຍທີ່ກ່ຽວຂ້ອງມາດຳເນີນຄະດີ.
ຂ່າວ: ໜັງສືພິມຄວາມສະຫງົບ
May be an image of 5 people and car