ທ່ານ ບັນດິດ ສິງຫາທຳ ຮອງຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງໂຂງ ແຂວງຈໍາປາສັກ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ ສັດລ້ຽງຂອງປະຊາຊົນຢູ່ບາງເຂດ ເມືອງໂຂງ ຕາຍຍ້ອນພະຍາດລະບາດຕາມລະດູການເປັນຕົ້ນ: ພະຍາດເຕົ້າໂຮມເລືອດ, ປາກເປື່ອຍລົງເລັບ ແລະ ອະຫິວາໝູຈໍານວນໜຶ່ງ ຢູ່ເມືອງໂຂງ ແຂວງຈໍາປາສັກ. ຕາມການເກັບກຳຂໍ້ມູນຂອງວິຊາການ ມາເຖິງປັດຈຸບັນທົ່ວເມືອງໂຂງ ແຂວງຈໍາປາສັກ ພົບສັດລ້ຽງປະເພດ ງົວ ແລະ ຄວາຍຕິດເຊື້ອ ແລະ ຕາຍຢູ່ 2 ຈຸດຄື: ກຸ່ມນາຝັ່ງ ແລະ ຈຸດບ້ານໃຫຍ່ເມືອງແສນ; ໃນນັ້ນ ກຸ່ມນາຝັ່ງ ພົບງົວຈຳນວນ 13 ໂຕ ແລະ ຄວາຍ 1 ໂຕມີອາການເຫງົາຊືມ ແຕ່ພາກສ່ວນສັດຕະວະແພດສາມາດ ປິ່ນປົວດີ ງົວຈຳນວນ 3 ໂຕ, ຕາຍ 11 ໂຕ (ງົວ 10 ໂຕ, ຄວາຍ 1 ໂຕ); ຈຸດບ້ານໃຫຍ່ເມືອງແສນພົບງົວຈຳນວນ 35 ໂຕ, ຄວາຍ 9 ໂຕ ເປັນພະຍາດປາກເປື່ອຍລົງເລັບ ແລະ ບ້ານດອນເຫຼັກໄຟ ພົບໝູ ຕາຍຈຳນວນ 20 ໂຕ.
ທ່ານ ບັນດິດ ສິງຫາທຳ ຮອງຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງໂຂງ ແຂວງຈໍາປາສັກໃຫ້ຮູ້ອີກວ່າ: ປະຈຸບັນພາກສ່ວນກ່ຽວຂ້ອງ ພວມລົງຕິດຕາມການລະບາດຂອງພະຍາດສັດ ເພື່ອແນະນໍາໃຫ້ປະຊາຊົນເຝົ້າລະວັງ ພະຍາດທີ່ອາດເກີດຂຶ້ນກັບສັດລ້ຽງ ໂດຍສະເພາະບ້ານທີ່ເຄີຍເກີດການລະບາດຂອງພະຍາດໃນໄລຍະຜ່ານມາ; ຖ້າພົບເຫັນໃຫ້ຮີບຮ້ອນແຈ້ງຕໍ່ອຳນາດການປົກຄອງ ຫຼື ພາກສ່ວນກ່ຽວຂ້ອງເພື່ອຫາວິທີປ້ອງກັນບໍໃຫ້ພະຍາດແຜ່ລະບາດເປັນບໍລິເວນກວ້າງ; ພ້ອມດຽວກັນນັ້ນ ຍັງໄດ້ອອກແຈ້ງການ ໃຫ້ຢຸດຂ້າສັດໃຫ່ຍເພື່ອປ້ອນຕະຫຼາດພາຍໃນເມືອງ ຈົນກວ່າການລະບາດຄັ້ງນີ້ຢຸດເຊົາໂດຍພື້ນຖານ.
ໂດຍ: ພຸດທະສິນ ວົງວິໄລທອງ