ນັບແຕ່ເດືອນສິງຫາ ຫາ ເດືອນຕຸລາ ປີ 2021 ເຈົ້າໜ້າທີ່ຕໍາຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກະຊວງປ້ອງກັນຄວາມສະຫງົບ ສາມາດມ້າງຄະດີກ່ຽວ ກັບຢາເສບຕິດໃນຂອບເເຂດທົ່ວປະເທດໄດ້ທັງໝົດ 1.106 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 1.562 ຄົນ, ຍິງ 176 ຄົນ, ໃນນັ້ນເປັນຄົນຕ່າງປະເທດ 42 ຄົນ, ຍິງ 2 ຄົນ. ຢຶດຢາບ້ານໄດ້ 101.586.361 ເມັດ ຫລື ເທົ່າກັບ 10.158 ກິໂລກຼາມ, ຢາໄອສ໌ 1.593 ກິໂລກຼາມ, ເຮໂລອິນ 10 ກິໂລກຼາມ, ກັນຊາ 3.036 ກິໂລກຼາມ ແລະ ອື່ນໆ.

ພັນເອກ ບົວພັນ ພວງມະນີ ຮອງຫົວໜ້າກົມໃຫ່ຍຕໍາຫຼວດ, ກະຊວງປ້ອງກັນຄວາມສະຫົງບ ໃຫ້ສຳພາດຕໍ່ນັກຂ່າວໂທລະພາບປ້ອງກັນຄວາມສະຫງົບເມື່ອບໍ່ດົນມານີ້ວ່າ: ພາຍຫລັງສະພາແຫ່ງຊາດ ໄດ້ຮັບຮອງເອົາ 2 ວາລະແຫ່ງຊາດຂອງລັດຖະ ບານ. ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອວາງແຜນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍໄດ້ແຕ່ງ ຕັ້ງຄະນະຮັບຜິດຊອບຂັ້ນກະຊວງງຢ່າງລະອຽດ. ສ່ວນການຈັດຕັ້ງປະຕິບັດວຽກງານຕົວຈິງ ໄດ້ແບ່ງອອກເປັນ 3 ໄລຍະ ຄື: ໄລຍະທີ 1 ແຕ່ເດືອນກັນຍາ ຫາ ທັນວາ 2021 ເປັນໄລຍະກະກຽມດ້ວຍການເຜີຍແຜ່ເອກະສານ ແລະ ກະກຽມວຽກງານດ້ານຕ່າງໆ ທີ່ກ່ຽວຂ້ອງ, ໄລຍະທີ 2 ແຕ່ເເດືອນມັງກອນ ປີ 2022 ຫາ ເດືອນ ສິງຫາ ປີ 2023 ເປັນໄລຍະຈັດຕັ້ງປະຕິບັດວຽກງານຕົວຈິງຢ່າງຮອບດ້ານ ແລະ ເຕັມຮູບແບບ ແລະ ໄລຍະທີ 3 ແຕ່ເດືອນກັນຍາ ຫາ ເດືອນທັນວາ 2023 ແມ່ນໄລຍະສະຫລຸບຄືນໝາກຜົນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ.


ຮອງຫົວໜ້າກົມໃຫ່ຍຕໍາຫຼວດ ໃຫ້ຮູ້ຕື່ມວ່າ: ເຖີງວ່າຍັງບໍ່ທັນເຖີງໄລຍະການຈັດ ຕັ້ງປະຕິບັດວຽກງານຢ່າງ ຮອບດ້ານ ແຕ່ໃນໄລຍະ 3 ເດືອນຜ່ານມາ ຄື: ແຕ່ເດືອນສິງຫາ ຫາ ເດືອນຕຸລາ ປີ 2021 ເຈົ້າໜ້າທີ່ຕໍາຫລວດສະກັດກັ້ນ ແລະ ຕ້ານຢາເສບ ຕິດ ສາມາດມ້າງຄະດີກ່ຽວກັບຢາເສບຕິດໃນຂອບເຂດທົ່ວປະເທດໄດ້ທັງໝົດ 1.106 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 1.562 ຄົນ, ຍິງ 176 ຄົນ, ໃນນີ້ ຫລາຍກວ່າໝູ່ແມ່ນຢາບ້າ ຈໍານວນ 101.586.361 ເມັດ ຫລື ເທົ່າກັບ 10.158 ກິໂລກຼາມ. ປັດຈຸ ບັນ ກະຊວງປ້ອງກັນຄວາມສະຫງົບ ພວມເລັ່ງໃຫ້ແຕ່ລະອົງການປົກຄອງທ້ອງຖິ່ນ ພາຍຫລັງສໍາເລັດການເຜີຍແຜ່ເອກະສານກ່ຽວກັບວາລະແຫ່ງຊາດແລ້ວ ໃຫ້ຮີບ ຮ້ອນສ້າງແຜນດໍາເນີນງານຂອງຕົນຢ່າງລະອຽດເພື່ອກ້າວເຂົ້າສູ່ການປະຕິບັດວຽກ ງານຕົວຈິງຢ່າງຮອບດ້ານໃນໄລຍະທີ 2 ໃຫ້ປະສົບຜົນສໍາລັດຕາມຄາດໝາຍທີ່ລັດ ຖະບານໄດ້ວາງໄວ້.

Cr: ມົດແດງນ້ອຍ