ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນເວທີງານກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ, ນັກກິລາໂອລິມປິກຈາກແຫ່ງຕ່າງໆໃນທົ່ວໂລກຕ່າງກໍ່ເຄົາລົບກັນ, ໃຫ້ກຳລັງໃຈແກ່ກັນ,ບຸກທະລຸກຂອບເຂດຄວາມສາມາດ, ເອົາຊະນະຕົນເອງ, ໄດ້ສະແດງໃຫ້ເຫັນຈິດໃຈໃນຄຳຂວັນໃໝ່ຂອງໂອລິມປິກທີ່ “ໄວກວ່າເກົ່າສູງກວ່າເກົ່າ, ເຂັ້ມແຂງກວ່າເກົ່າ, ສາມັກຄີກວ່າເກົ່າ”, ໄດ້ນຳເອົາຄວາມອົບອຸ່ນແລະຄວາມຫວັງມາໃຫ້ປະຊາຊົນຢູ່ໃນໂລກ, ໄດ້ຫວ່ານແນວພັນແຫ່ງສັນຕິພາບແລະມິດຕະພາບໃຫ້ກັບໂລກ, ໄດ້ກະຕຸກກຳລັງອັນເຂັ້ມແຂງທີ່ເພີ່ມຄວາມສາມັກຄີ ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ພ້ອມກັນກ້າວໄປສູ່ອະນາຄົດຂອງມວນມະນຸດ.
ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: “ຂະບວນການໂອລິມປິກໄດ້ແຝງຊ້ອນໄວ້ ຄວາມມຸ່ງຫວັງອັນດີງາມຂອງມວນມະນຸດທີ່ມີຕໍ່ສັນຕິພາບ ຄວາມສາມັກຄີ ແລະ ຄວາມກ້າວໜ້າ.”
ຢູ່ໃນສະໜາມແຂ່ງຂັນໄດ້ແຂ່ງຂັນກັນຢ່າງດຸເດືອດ, ຕ່າງໃຫ້ກຳລັງໃຈກັນ; ຢູ່ນອກສະໜາມແຂ່ງຂັນໄດ້ກອດຊົມ ແລະອວຍພອນໃຫ້ແກ່ກັນ, ຕ່າງເຄົາລົບກັນ. ໃນເວລາແຂ່ງຂັນໃນງານກິລາໂອລິມປິກລະດູໜາວ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ, ເລື່ອງລາວແບບນີ້ໄດ້ເກີດຂຶ້ນທຸກໆມື້. ໃນການແຂ່ງຂັນສະກີແປ້ນດ່ຽວໃນທ່າກາງເວຫາເພດຍິງຊິງຊະນະເລີດທີ່ຈັດຂຶ້ນຢູ່ລານກະໂດດ, ນັກກິລາຍີ່ປຸ່ນທ້າທາຍລີລາຄວາມຍາກສູງ, ແຕ່ເສຍໄຊແລະລົ້ມລົງ, ນັກກິລາທັງຫຼາຍທີ່ເຂົ້າຮ່ວມການແຂ່ງຂັນໄດ້ພາກັນໄປກອດຊົມ ແລະປອບໃຈລາວ. ໃນການແຂ່ງຂັນໄອສເຄີລິງຍິງຊາຍປະສົມຂອງງານກິລາໂອລິມປິກລະດູໜາວ,ພາຍຫຼັງ ການແຂ່ງຂັນ,ນັກກິລາສອງຝ່າຍຕ່າງໄດ້ແລກປ່ຽນຂອງຂວັນເພື່ອເປັນທີ່ລະນຶກ; ຢູ່ສະໜາມການແຂ່ງຂັນສະກີຄວາມໄວ, ພາຍຫຼັງນັກກິລາທີ່ໜຸ່ມນ້ອຍຂອງຈີນແລ່ນຜ່ານເສັ້ນໄຊ ແລ້ວ, ໄດ້ເດ່ມືເພື່ອສະແດງຄວາມນັບຖືນັກກິລາຜູ້ອາວຸໂວຂອງເຢຍລະມັນທີ່ມີອາຍຸ 49 ປີທີ່ເຂົ້າຮ່ວມການແຂ່ງຂັນໃນຈຸດຽວກັນ; ໃນການແຂ່ງຂັນສະກີກາງເວຫາໃນທ່າຟຣີສະໄຕເພດຍິງຊິງຊະນະເລີດ, ນັກກິລາອາເມຣິກາພາຍຫຼັງເກີດມີຄວາມຜິດພາດແລ້ວ, ຍັງກົດໄລໃຫ້ແກ່ນັກກິລາຈີນທີ່ໄດ້ຮັບແຊັມປ້ຽນດ້ວຍຄວາມຊື່ມຊົມຍິນດີ; ໃນການແຂ່ງຂັນສະກີພາກສະໜາມ 15 ກິໂລແມັດເພດຊາຍ, ພາຍຫຼັງການແຂ່ງຂັນ, ນັກກິລາຊື່ດັງຂອງແຟັງລັງທີ່ໄດ້ຮັບແຊັມປ້ຽນຍັງຄົງຢືນຢູ່ເສັ້ນໄຊເພື່ອຕ້ອນຮັບນັກກິລາທີ່ແລ່ນຜ່ານເສັ້ນໄຊຢ່າງເປັນລະດັບແລະແຕະມື ພ້ອມທັງກອດຊົມກັບພວກເຂົາເຈົ້າ.
ເວລາທີ່ຊາບຊຶ້ງໃຈຄົນຕ່າງໆໄດ້ກາຍເປັນເວທີແຫ່ງຄວາມສາມັກຄີມິດຕະພາບ. ງານກິລາໂອລິມປິກລະດູໜາວ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງໄດ້ກາຍເປັນຂົວຕໍ່ ທີ່ຊຸກຍູ້ຄວາມເຂົ້າໃຈກັນແລະການຄົບຄ້າສະມາຄົມ ລະຫວ່າງປະຊາຊົນປະເທດຕ່າງໆ,ຈິດໃຈໂອລິມປິກທີ່ “ສາມັກຄີກວ່າເກົ່າ”ໄດ້ເປັ່ງລັດສະໜີເຫຼື້ອມຍິບໆ.