ທຸກໆ ປີ ເມື່ອຮອດມື້ຂຶ້ນ 15 ຄ່ຳ ເດືອນ 8 ລາວ ຫລື ວັນເພັງ 15 ຄ່ຳ ເປັນວັນເຂົ້າພັນສາທາງສາສະຫນາພຸດ ຊຶ່ງກາຍເປັນຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ເຄີຍປະຕິບັດສືບທອດກັນມາແຕ່ບູຮານນະການ. ສໍາລັບວັນເຂົ້າພັນສາປີນີ້ແມ່ນກົງກັບ ວັນທີ 24 ກໍລະກົດ ຊຶ່ງນັບຈາກນີ້ໄປເປັນເວລາ 3 ເດືອນ ພຼະສົງສຳມະເນນຈະໄດ້ບໍາເພັນກຸສົນຢູ່ແຕ່ໃນວັດ ແລະ ປົກປັກຮັກສາວັດວາອາຮາມ, ໄຫວ້ພຼະສວດມົນ, ເທດສະໜາເຜີຍແຜ່ຫລັກຄຳ ສັ່ງສອນຂອງພະພຸດທະເຈົ້າໃຫ້ແກ່ອອກຕົນນຍາດໂຍມໃຫ້ຕັ້ງໜ້າຢູ່ໃນສິນໃນທຳ, ໝັ້ນທຳຄວາມດີ ແລະ ສ້າງຜົນປະໂຫຍດໃຫ້ສັງຄົມ.

ຕາມຕຳນານເກົ່າແກ່ຂອງລາວ ເລົ່າຕໍ່ກັນມາວ່າ: ການທີ່ພະສົງອົງຄະເຈົ້າອອກໄປເດີນຕາມສະຖານທີ່ຕ່າງໆ ນັ້ນ ມີບາງຄັ້ງໄປຢຽບໄຮ່ນາຮົ້ວສວນຂອງປະຊາຊົນເຮັດໃຫ້ຜົນ ລະປູກໄດ້ຮັບຄວາມເສຍຫາຍ, ດັງນັ້ນ ພະພຸດທະເຈົ້າຈິ່ງໃຫ້ພະສົງເຂົ້າຈຳພັນສາຕະຫລອດໄລຍະເວລາ 3 ເດືອນ ໂດຍບໍ່ອະນຸຍາດໃຫ້ໄປນອນຄ້າງຄືນຢູ່ບ່ອນອື່ນ ຍົກເວັ້ນແຕ່ມີທຸລະຈຳເປັນ ເຊັ່ນ: ພະອຸປັດຊາຄູບາອາຈານ, ພໍ່ແມ່ເຈັບປ່ວຍແລະເສຍຊີວິດ, ໄຟໄຫມ້ກຸຕິວິຫານ ແລະ ເຫດ ການຮ້າຍແຮງອື່ນໆ ແຕ່ພະສົງຕ້ອງກັບມາຈຳສິນຢູ່ບ່ອນເກົ່າພາຍໃນ 7 ວັນ. ຫາກເກີນກຳນົດນີ້ຖືວ່າບໍ່ໄດ້ຮັບປະ ໂຫຍດແຫ່ງການຈຳພັນສາ ຈັດວ່າພັນສາຂາດ.
ສໍາລັບອອກຕົນຍາດໂຍມ ກໍ່ຄື ມວນຊົນທົ່ວໄປທີ່ນັບຖືສາດສະຫນາພຸດຈຳນວນໜຶ່ງໄດ້ຖືເອົາ ໂອກາດເຂົ້າພັນສາສ້າງສິ່ງທີ່ເປັນສິລິມົງຄຸນ ຫລື ສິ່ງທີ່ດີໃໝ່ໃຫ້ແກ່ຕົນເອງ ເປັນຕົ້ນ: ນັບຖືສິນຫ້າຕະຫລອດໄລຍະ 3 ເດືອນ, ບາງຄົນຢຸດດື່ມເຫລົ້າເຂົ້າພັນສາ, ບໍາເພັນປະໂຫຍດໃຫ້ແກ່ຄອບ ຄົວ ແລະ ສັງຄົມ.

ຢ່າງໃດກໍຕາມ ໃນໄລຍະຫລັງໆ ມານີ້ ການປະຕິບັດຕົນຂອງມວນຊົນຈໍານວນບໍ່ຫນ້ອຍ ໂດຍສະເພາະໃນໝູ່ຊາວໜຸ່ມ ໃນໄລຍະເຂົ້າພັນສາເຊີ່ງເປັນໄລຍະທີ່ມີບຸນປະ ເພນີຫລາຍຢ່າງໄດ້ປ່ຽນແປງໄປຕາມຍຸກສະໄໝ, ທັງໃນຮູບແບບການແຕ່ງຕົວ ແລະ ການປະພຶດຕົນໃນເວລາເຂົ້າວັດອາຮາມ, ສໍາຄັນໄປກວ່ານັ້ນ ເມື່ອມີບຸນສໍາຄັນທາງສາດສະຫນາ ໂດຍສະເພາະໃນວັນສິນທີ່ຍັງຢູ່ໃນໄລຍະເຂົ້າພັນ ສາ ມີມວນຊົນບາງກຸ່ມຫລັງຈາກໃສ່ບາດແລ້ວມັກເອົາເຫລົ້າເອົາເບຍໃສ່ລົດໄປດື່ມຢູ່ຕາມສະຖານ ທີ່ທ່ອງທ່ຽວຕ່າງໆ ກັບຄອບຄົວ, ຫມູ່ຄູ່ ແລະ ຍາດພີ່ນ້ອງ, ຊຶ່ງບາງຄັ້ງດື່ມເກີນກໍານົດ ເຮັດໃຫ້ຂາດສະຕິຈົນເຖີງຂັ້ນອາລະວາດຕີກັນ ຫລື ເກີດອຸບັດຕິເຫດໃນເວລາກັບບ້ານ ສ້າງຄວາມເສຍຫາຍທັງຊີວິດ ແລະ ຊັບສິນ ແລະ ເຮັດໃຫ້ວັນທີ່ເປັນສິລິມຸງຄຸນກາຍເປັນວັນແຫ່ງການສ້າງສິ່ງຫຍໍ້ທໍ້ເກີດຂຶ້ນ.
ດັ່ງນັ້ນ ຕະຫລອດໄລຍະ 3 ເດືອນຂອງການເຂົ້າພັນ ສາ ນັບຈາກມື້ນີ້ເປັນຕົ້ນໄປ ຂໍໃຫ້ທຸກຄົນຈົ່ງປະຕິບັດຕາມຫລັກພຸດທະສາດສະຫນາອັນດີງາມທີ່ເຄີຍປະຕິບັດສືບທອດກັນມາຢ່າງເຄັ່ງຄັດ, ການນຸ່ງຖືໃນເວລາເຂົ້າວັດຟັງທຳ ຫລື ເວລາໄປທ່ຽວງານບຸນປະເພນີສຳຄັນຕ່າງໆ ໃນໄລຍະເຂົ້າພັນ ສາ ຫລື ຫລັງພັນສາ ໂດຍສະເພາະເອື້ອຍນ້ອງຍິງບໍ່ຄວນແຕ່ງກາຍທີ່ອວດ ອ້າງ ຫລື ນຸ່ງໜ້ອຍຫົ່ມໜ້ອຍຈົນເກີນໄປ ຊື່ງຈະເປັນການຜິດຕໍ່ຮີດຄອງປະ ເພນີ ແລະ ວັດ ທະນາະທຳອັນດີງາມຂອງຊາດລາວ ເພື່ອໃຫ້ຊາວຕ່າງປະ ເທດ ຍ້ອງຍໍສັນລະເສີນວ່າຄົນລາວຍັງສາ ມາດຮັກສາຮີດຄອງປະເພນີໃນການນຸ່ງຖືໄວ້ໄດ້ເປັນຢ່າງດີ.

ພ້ອມກັນນີ້ ການຂັບຂີ່ພາຫະນະຕາມຖະໜົນຫົນທາງຕ້ອງມີສະຕິລະວັງຕົວ, ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ເມື່ອດື່ມສິ່ງມຶນເມົາແລ້ວບໍ່ຄວນຂັບລົດ ແລະ ຄ່ອຍໄປຄ່ອຍມາ, ເຫັນອົກເຫັນໃຈຊື່ງກັນ ແລະ ກັນ ໃນເວລາຂັບຂີ່. ສໍາລັບຜູ້ທີ່ມັກດື່ມສິ່ງມຶນເມົາເປັນປະຈໍາ, ຖ້າເປັນໄປໄດ້ຄວນຖືເອົາໂອກາດເຂົ້າພັນປີນີ້ເປັນປີແຫ່ງການເຊົາຢຸດການດື່ມເຫລົ້າ-ດື່ມເບຍ ຫລື ສິ່ງມຶນເມົາຕ່າງໆ ໃຫ້ໄດ້ ທັ້ງນີ້ກໍເພື່ອຮັກສາສຸຂະພາບຂອງຕົວທ່ານເອງ, ທັ້ງຍັງເປັນການປະຢັດງົບປະມານຂອງທ່ານ ແລະ ຄອບຄົວ ເພາະໃນໄລຍະທີ່ເຂົ້າຍາກໝາກແພງຍ້ອນມີການລະບາດຂອງພະຍາດໂຄວິດ-19 ຄືປັດຈຸບັນນີ້ ການປະຢັດມັດທະ ຍັດ ຫລື ຈັບຈ່າຍໃຊ້ສອຍໃຫ້ເປັນ ເປັນສິ່ງສໍາຄັນທີ່ສຸດ ເພາະຍັງບໍ່ຮູ້ເທື່ອວ່າ ພະຍາດທີ່ອັນຕະລາຍຮ້າຍແຮງດັ່ງກ່າວ ຈະສືບຕໍ່ລະບາດຮ້າຍແຮງຕໍ່ໄປອີກດົນປານໃດ.
ໂດຍ: ຄົນໃໝ່