ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ປັດຈຸບັນ, ສະພາບການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນໃນນະຄອນຫຼວງວຽງຈັນ ໄດ້ແຜ່ລະບາດເປັນວົງກວ້າງ ລວມທັງຢູ່ຫລາຍຯແຂວງ, ສາຍເຫດຕົ້ນຕໍເກີດຈາກ ການຖືເບົາບໍ່ມີຄວາມເຂັ້ມງວດຕໍ່ມາດຕະການຕ່າງໆ ທີ່ທາງຄະນະສະເພາະວາງອອກແຕ່ລະໄລຍະ, ມາດຕະການປ້ອງກັນຂອງຄົນຈໍານວນໜຶ່ງ ແລະ ການໄປມາຫາສູ່ພົວພັນວຽກງານຂອງຄົນໃນສັງຄົມ. ສະເພາະຢູ່ນະຄອນຫລວງວຽງຈັນ, ນັບແຕ່ຕົ້ນເດືອນກັນຍາ 2021 ເປັນຕົ້ນມາ, ຕົວເລກຜູ້ຕິດ ເຊື້ອໂຄວິດ-19 ພາຍໃນຊຸມຊົນແມ່ນສູງສົມຄວນ, ທີ່ໜັກໜ່ວງກວ່າໝູ່ ແມ່ນພົບການແຜ່ລະບາດຢູ່ໃນໂຮງງານຕັດຫຍິບແຫ່ງໜຶ່ງ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ, ໂດຍມີພະນັກງານ, ກໍາມະກອນຂອງໂຮງງານ ຕິດເຊື້ອແລ້ວຫລາຍກວ່າ 600 ຄົນ ຂອງຈໍານວນກໍາມະກອນທີ່ມີຫລາຍກວ່າ 1.000 ຄົນ. ຂະນະດຽວກັນ, ຄະນະສະເພາະກິດນະຄອນຫລວງວຽງຈັນ, ກໍໄດ້ປະເມີນການວ່າ ການຕິດເຊື້ອຂອງກໍາມະກອນຢູ່ໂຮງງານແຫ່ງນີ້ ຈະກະຈາຍອອກໄປຕິດຕໍ່ໃສ່ຄົນພາຍນອກອີກເປັນຈໍານວນຫລາຍ ແລະ ຖ້າປະປ່ອຍໃຫ້ຄົນໃນສັງຄົມ ໄປມາຫາສູ່ ມີການພົວພັນກັນຕາມປົກກະຕິ, ພະຍາດໂຄວິດ-19 ກໍຈະແຜ່ລາມ ຮ້າຍແຮງຂຶ້ນໄປອີກ. ດັ່ງນັ້ນ, ມາຮອດວັນທີ 19 ກັນຍາ 2021 ເຈົ້າຄອງນະຄອນຫລວງວຽງຈັນ ຈຶ່ງອອກແຈ້ງການໃຫ້ປິດນະຄອນຫລວງວຽງຈັນ ແຕ່ວັນທີ 19-30 ກັນຍາ 2021, ໂດຍປິດການເຂົ້າ-ອອກນະຄອນຫລວງວຽງຈັນ ແລະ ມາດຕະການສໍາຄັນແມ່ນຫ້າມປະຊາຊົນອອກເຮືອນ (ຍົກເວັ້ນກໍລະນີຈໍາເປັນ ແລະ ກໍລະນີໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດເທົ່ານັ້ນ), ພະນັກງານ ໃຫ້ເຮັດວຽກຢູ່ເຮືອນຜ່ານລະບົບອອນລາຍ, ປິດສູນການຄ້າ, ຊຸບເປີມາເກັດ, ມິນິມາດ, ຮ້ານຂາຍເຄື່ອງແຄມທາງ ແລະ ການບໍລິການທຸກຮູບແບບ ທີ່ອາດມີຄວາມສ່ຽງໃນການຕິດເຊື້ອໄດ້ງ່າຍ.
ການປະຕິບັດແຈ້ງການ 2 ວັນຜ່ານມານີ້, ໂດຍລວມເຫັນວ່າປະຊາຊົນສ່ວນຫລາຍແມ່ນປະຕິບັດໄດ້ດີ. ແຕ່ມີຈໍານວນໜຶ່ງຍັງຖືເບົາ, ເຊິ່ງສະແດງໃຫ້ເຫັນຕາມຈຸດກວດກາຂອງເຈົ້າໜ້າທີ່ ໃນຫລາຍເຂດຫລາຍເມືອງ ຍັງມີລົດອັ່ງອໍໜາແໜ້ນ, ບາງຄົນໃຫ້ເຫດຜົນວ່າໄປຫ້ອງການ, ບາງຄົນເຮັດວຽກນໍາບໍລິສັດເອກະຊົນບໍ່ໄດ້ພັກວຽກ, ບາງຄົນອອກໄປສວນ, ບາງຄົນພັດຖືໂອກາດນີ້ໄປເລາະເບິ່ງສະພາບຕົວເມືອງ ແລະ ເຫດຜົນອື່ນໆ. ເຖິງຢ່າງໃດກໍຕາມ, ຫລາຍຄົນອາດມີເຫດຜົນອອກຈາກເຮືອນແຕກຕ່າງກັນ, ແຕ່ຜູ້ຈໍາເປັນຕ້ອງໄດ້ອອກໄປວຽກແທ້ກໍຂໍໃຫ້ມີສະຕິລະວັງຕົວ, ປະຕິບັດມາດຕະການປ້ອງກັນພະຍາດຢ່າງເຄັ່ງຄັດ ເປັນຕົ້ນໃສ່ຜ້າອັດ-ປາກ-ດັງ, ຮັກສາໄລຍະຫ່າງໃນສັງຄົມ, ໝັ້ນລ້າງມືດ້ວຍສະບູ ຫລື ເຈວຂ້າເຊື້ອ. ສ່ວນຜູ້ທີ່ບໍ່ ມີວຽກອັນຈໍາເປັນ ກໍຂໍໃຫ້ຢູ່ເຮືອນ ເພື່ອຫລີກເວັ້ນຄວາມສ່ຽງທີ່ຈະຕິດເຊື້ອໃນຊຸມຊົນ.
ຂ່າວ: ສຸພາສະຫວັນ