ທ່ານ ເພັດ ພົມພີພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຖະແຫລງຂ່າວໃນຕອນບ່າຍວັນທີ 28 ພຶດສະພາ 2022 ທີ່ນະຄອນຫລວງວຽງຈັນ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ. ທ່ານໃຫ້ຮູ້ວ່າ: ປີນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນຕົນເອງໃຫ້ເປັນຂະບວນຟົດຟື້ນ ໂດຍມີແຜນການ ຄື: ເກັບແກ່ນ 20.000 ກິໂລກຣາມ, ກ້າເບ້ຍ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 37.200 ເຮັກຕາ, ໃນນີ້ ປູກໄມ້ເພື່ອປົກປັກຮັກສາສິ່ງ ແວດລ້ອມຢູ່ໃນຂອບເຂດປ່າປ້ອງກັນ, ປ່າສະຫງວນ 7.400 ເຮັກຕາ, ປູກປ່າທົດແທນເຂດໂຄງ ການພື້ນຖານໂຄງລ່າງ ແລະ ປູກໄມ້ອຸດສາຫະກໍາເປັນສິນຄ້າ 24.800 ເຮັກຕາ ແລະ ທີ່ເປັນດິນຂອງບຸກຄົນ ນິຕິບຸກຄົນ 5.000 ເຮັກຕາ. ໃນນີ້ ສະເພາະໃນວັນທີ 1 ມິຖຸ ນາ ທົ່ວປະເທດ ຈະປູກຕົ້ນໄມ້ໃນເນື້ອທີ່ 1.213 ເຮັກຕາ, ນໍາໃຊ້ເບ້ຍໄມ້ 1.465.233 ກວ່າເບ້ຍ, ລວມມີ: ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ຍາງ, ໄມ້ສັກ, ໄມ້ແຄນ, ໄມ້ສົ້ມຝາດ, ໄມ້ຂະຍຸງ, ໄມ້ແຕ້ຮໍ, ໄມ້ສະຝາງ, ໄມ້ກາກະເລົາ, ໄມ້ຄູນ, ໄມ້ສາມສາ ແລະ ໄມ້ອື່ນໆ. ພ້ອມນີ້ ແຕ່ລະແຂວງໄດ້ວາງແຜນການຈັດງານວາງສະແດງເບ້ຍໄມ້ ເພື່ອສົ່ງເສີມການປູກໄມ້ ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ.

ທ່ານ ເພັດ ພົມພີພັກ ໃຫ້ຮູ້ຕື່ມວ່າ: ລັດຖະບານ ໄດ້ກໍາຍຸດທະສາດ ປ່າໄມ້ ເຊິ່ງວາງຄາດຫມາຍສູ້ຊົນ ຮັກສາທີ່ດິນປ່າໄມ້ ປະມານ 16,5 ລ້ານ ເຮັກຕາ ແລະ ຈະຍົກລະດັບຄວາມປົກ ຫຸ້ມປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະ ເທດ ຫຼື ເທົ່າກັບ 16,5 ລ້ານ ເຮັກຕາ, ໃນນັ້ນ, ວາງຄາດຫມາຍຕາມ ແຜນການ ປ່າສະຫງວນ ໃຫ້ໄດ້ 4,7 ລ້ານ ເຮັກ ຕາ, ປ່າປ້ອງກັນ 8,2 ລ້ານ ເຮັກຕາ, ປ່າຜະລິດ 3,1 ລ້ານ ເຮັກຕາ , ຟື້ນຟູປ່າທໍາມະຊາດ 6 ລ້ານ ເຮັກຕາ ແລະ ປ່າປູກ 5 ແສນ ເຮັກຕາ ດ້ວຍການສົ່ງເສີມທຸກພາກສ່ວນເສດຖະກິດ , ຜູ້ປະກອບການ ແລະ ພາກສ່ວນຕ່າງໆ ໃນສັງຄົມ ໃຫ້ເຂົ້າຮ່ວມປູກຕົ້ນໄມ້ຕາມທ່າແຮງ ແລະ ເງື່ອນໄຂຕົວຈິງ. ຢ່າງໃດກໍ່ຕາມ, ການປົກປັກຮັກສາປ່າໄມ້ ຍັງມີສິ່ງທ້າທາຍ ທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ປ່າໄມ້ ແລະ ທີ່ດິນປ່າໄມ້ ໂດຍສະເພາະ ການບຸກລຸກ ເຂດ 3 ປະເພດປ່າ, ພ້ອມນີ້ ວຽກການກໍານົດທີ່ດິນປ່າໄມ້ ເຂົ້າໃນ 3 ປະເພດປ່າ ກໍຍັງບໍ່ທັນສໍາເລັດ ຊຶ່ງເປັນສິ່ງທ້າທາຍ ຕໍ່ການບັນລຸເປົ້າຫມາຍ ການຍົກລະດັບຄວາມປົກ ຫຸ້ມປ່າໄມ້ໃຫ້ໄດ້ 70% (ປະມານ 16,5 ເຮັກຕາ) ຕາມແຜນຄາດຫມາຍສູ້ຊົນໃນຍຸດທະສາດປ່າໄມ້.
ດັ່ງນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ປວງຊົນທັງຊາດ ຈົ່ງເຊີດຊູສະຕິຮັກຊາດ ແລະ ຫວງແຫນປ່າໄມ້ ປະ ກອບສ່ວນຕາມເງື່ອນໄຂຄວາມສາມາດໃນການປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກຂອງຊາດໃຫ້ນັບມື້ນັບອຸດົມສົມບູນ ແລະ ສາມາດຕອບສະຫນອງຄວາມຮຽກຮ້ອງຕ້ອງການວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ ໄດ້ຢ່າງຍືນນານບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບ ພະຍາກອນປ່າໄມ້ ຊຶ່ງເປັນສ່ວນປະກອບອັນສໍາຄັນເຂົ້າໃນການພັດທະນາເສດຖະ ກິດຂອງຊາດ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ ເພາະການປູກຕົ້ນໄມ້ ແມ່ນສາມາດປູກໄດ້ ແຕ່ດຽວນີ້ ເປັນຕົ້ນໄປ ແລະ ຕະຫຼອດຮອດລະດູຝົນ, ບ່ອນໃດມີ ເງື່ອນໄຂ ເນື້ອທີ່ ແລະ ແຫຼ່ງນໍ້າ ກໍສາມາດປູກໄດ້ຕະຫຼອດ. ປູກຜູ້ລະ 1-2 ຕົ້ນ ໃນເນື້ອທີ່ດິນເປົ່າຫວ່າງຂອງຕົນ, ໃນຮົວ, ສວນ, ທີ່ດິນປຸກສ້າງ, ເດີ່ນໂຮງຮຽນ, ສໍານັກງານອົງການ ແລະ ຕາມແຄມທາງ ເຊິ່ງສາມາດປູກໄດ້ທຸກໆ ຊະນິດໄມ້ຕາມເງື່ອນໄຂຕົວຈິງ, ດັ່ງຄໍາຂວັນ ທີ່ວ່າ: “ ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດ ລ້ອມ, ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ ”.
Cr: ມົດແດງນ້ອຍ