ສູນກາງສະຫະພັນກໍາມະບານລາວ ກຽມຈັດຫລາຍກິດຈະກໍາ ເພື່ອສະ ເຫຼີມສະຫລອງວັນສ້າງຕັ້ງອົງການຈັດ ຕັ້ງກຳມະບານລາວ ຄົບຮອບ 66 ປີ (1 ກຸມພາ 1956 – 01 ກຸມພາ 2022) ເພື່ອໃຫ້ເຕັມໄປດ້ວຍຄວາມໝາຍທີ່ເລິກເຊີ່ງ ແລະ ປ້ອງກັນໄດ້ພະຍາດໂຄວິດ-19.
ທ່ານ ພອນສານ ວິໄລເມັ້ງ ຄະນະພັກ, ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໄດ້ຖະແຫລງຂ່າວ ໃນວັນທີ 26 ມັງກອນ 2022 ທີ່ສໍານັກງານສູນກາງສະຫະພັນກໍາມະບານລາວ, ນະຄອນຫລວງວຽງ ຈັນ ວ່າ: ວັນທີ 1 ກຸມພາ ຂອງທຸກໆ ປີ ແມ່ນວັນສັ້ງຕັ້ງກໍາ ມະບານລາວ ເຊິ່ງເປັນປາງບຸນໃຫຍ່ຂອງອົງການກໍາມະບານ ແລະ ຜູ້ອອກແຮງງານ. ປີນີ້ ສູນ ກາງສະຫະພັນກໍາ ມະບານລາວ ໄດ້ອອກແຈ້ງການໃຫ້ສະຫະພັນກໍາມະບານລາວທຸກຂັ້ນໃນຂອບເຂດທົ່ວປະເທດ ຈັດຕັ້ງເຊື່ອມຊຶມເລົ່າປະຫວັດຫວນຄືນມູນເຊື້ອວັນສໍາຄັນດັ່ງກ່າວ ເພື່ອໃຫ້ສະມາຊິກກໍາມະບານ ແລະ ຜູ້ອອກແຮງງານໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈເຖິງຜົນງານຂອງການປະກອບສ່ວນຂອງອົງການກໍາມະບານໃນພາລະກິດປະຕິວັດຊາດ, ປະຊາທິປະໄຕ, ປົກປັກຮັກສາ ແລະ ພັດທະນາປະເທດ ຊາດຂອງອົງການຈັດຕັ້ງກໍາມະບານລາວໃນຕະຫຼອດໄລ ຍະ 66 ປີ ຜ່ານມາ.
ສໍາລັບສູນກາງສະຫະພັນກໍາມະບານລາວ ໄດ້ຈັດຫລາຍກິດຈະກໍາ ເປັນຕົ້ນ: ໄດ້ໂຄສະນາເຜີຍແຜ່ໃຫ້ສະມາຊິກກໍາມະບານ ແລະ ຜູ້ອອກແຮງໃນທົ່ວປະເທດຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງລັດຖະບານ ແນ່ໃສ່ປະກອບສ່ວນຊ່ວຍແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບ ຕິດພາຍໃນປະເທດໃຫ້ນັບມື້ຫລຸດລົງ, ຈັດປາຖະກະຖາ ເພື່ອເຮັດໃຫ້ສະມາຊິກກໍາມະບານ ແລະ ຜູ້ອອກແຮງງານຢູ່ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ ໄດ້ຮັບຮູ້ເຂົ້າ ໃຈກ່ຽວກັບມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ທີ່ຕິດພັນຂອງມູນເຊື້ອແຕ່ ລະໄລຍະຂອງການຕໍ່ສູ້ກູ້ຊາດ ຈົນມາເຖິງປັດຈຸບັນນີ້, ທັງເປັນການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ປຸກລະດົມ ແລະ ສ້າງຈິດສໍານຶກໃຫ້ເຂົາເຈົ້າເຂົ້າໃນຂະບວນ ການປະຕິບັດໜ້າທີ່ວຽກງານວິຊາສະເພາະ,ມີລະບຽບວິໄນໃນການອອກແຮງງານ ແລະ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໂດຍຕິດຕິດພັນກັບຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະ ນາໃຫ້ນັບມື້ໄດ້ຮັບຜົນສໍາເລັດ, ກະກຽມຈັດການບໍລິຈາກເລືອດຊ່ວຍເຫລືອສັງຄົມ, ລວມເຖີງຈັດການແຂ່ງຂັນກິລາ ແລະ ສິລະປະ ໃນທ້ອງ ຖິ່ນ ຫລື ສໍານັກງານ-ອົງການທີ່ມີເງື່ອນໄຂເໝາະສົມ.
ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໃຫ້ຮູ້ຕື່ມວ່າ: ສໍາລັບທຸກກິດຈະກໍາທີ່ຈະຈັດຂຶ້ນ ຕ້ອງມີມາດຕະການປ້ອງກັນພະຍາດໂຄວິດ-19 ຕາມທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ, ພ້ອມນີ້ ທ່ານຍັງໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຮຽກຮ້ອງມາຍັງທຸກສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງ ງານທຸກຄົນ ຕະຫຼອດຮອດເຖິງ ພໍ່ແມ່ ພີ້ນ້ອງປະຊາຊົນລາວບັນດາເຜົ່າທີ່ອາໃສຢູ່ພາຍໃນປະເທດ ແລະ ຕ່າງປະ ເທດ ຈົ່ງພ້ອມພາກັນເອົາໃຈໃສ່ ຮັກສາມູນເຊື້ອອັນດີງາມຂອງຊາດລາວ ເວົ້າລວມ ເວົ້າສະເພາະ ແມ່ນມູນເຊື້ອປະຕິ ວັດຂອງວັນສ້າງຕັ້ງກໍາມະບານລາວ ເຂົ້າໃນການສ້າງສາພັດທະ ນາປະເທດຊາດ ກໍ່ຄືການພັດທະນາວຽກງານກໍາ ມະບານໃຫ້ມີການພັດທະ ນາ ແລະ ຂະຫຍາຍຕົວຢ່າງແຂງແຮງ. ຕາມຄໍາຂວັນຂອງກໍາມະບານລາວໄດ້ກ່າວໄວ້ວ່າ: “ ກໍາມະບານລາວເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ແລະ ນໍ້າໃຈສາກົນກໍາມະຊີບ ”
Cr: ບຸນຕຽງ ຈັນທະວົງ