ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 25 ເມສາ 2022 ທີ່ສູນກາງສະຫະພັນກໍາມະບານລາວ, ນະຄອນຫລວງວຽງຈັນ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະ ພັນກຳມະບານລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນກໍາມະກອນສາກົນ ຄົບຮອບ 136 ປີ (ວັນທີ 1 ພຶດສະພາ 1886-1 ພຶດສະພາ 2022). ທ່ານໄດ້ຍົກຄວາມເປັນມາ ແລະ ຄວາມສໍາຄັນຂອງວັນກໍາມະກອນສາກົນ, ວັນທີ 1 ພຶດສະ ພາ ເຊິ່ງໃນທ້າຍສັດຕະວັດທີ 18 ຫາຕົ້ນສັດຕະວັດທີ 19 ຫຼາຍປະເທດໃນທະວີບເອີລົບ ແລະ ອາເມີລິກາ ໄດ້ສໍາເລັດການໂຄ້ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະ ບອບນາຍທຶນຂຶ້ນແທນ, ແຕ່ພາຍໃຕ້ການປົກ ຄອງຂອງພວກນາຍທຶນ ຊົນຊັ້ນກໍາ ມະກອນໄດ້ຖືກກົດຂີ່ຂູດຮີດນັບມື້ຢ່າງໜັກໜ່ວງ ເຊິ່ງມັນສະແດງອອກ ໃນການອອກແຮງງານ, ມີການຂົ່ມເຫັງ, ທຸບຕີ, ອອກແຮງງານມື້ໜຶ່ງ 14-15 ຊົ່ວໂມງ, ລະ ບົບການປ້ອງກັນຄວາມປອດໄພແມ່ນຍັງບໍສູງ ເຮັດໃຫ້ມີຄວາມສ່ຽງອັນຕະລາຍຕໍ່ຊີວິດ, ອອກແຮງງານໜັກ ຄ່າແຮງງານໄດ້ຕໍ່າ; ສະຫວັດດີການ -ສັງຄົມ ກໍ່ບໍ່ໄດ້ຮັບ ສະນັ້ນ, ຈຶ່ງເຮັດໃຫ້ເກີດມີຂໍ້ຂັດແຍ່ງ ລະຫວ່າງ ພວກນາຍທຶນ ແລະ ແຮງງານກໍາມະກອນ ເຮັດໃຫ້ຂະບວນການລຸກຮື້ຂື້ນຂອງກໍາມະກອນ ເພື່ອປະທ້ວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ; ຂະບວນການຕໍ່ສູ້ຄັ້ງທໍາອິດແມ່ນຢູ່ປະເທດ ອັງກິດ ໃນ ປີ 1764 ເພາະອັງກິດສະໄໝນັ້ນ ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກໍາໄວກວ່າໝູ່. ເພື່ອປົກ ປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ແລະ ນໍາພາກໍາ ມະກອນຕໍ່ສູ້ຕ້ານພວກນາຍທຶນ ຊົນຊັ້ນກໍາມະກອນໃນປະ ເທດອັງກິດຈຶ່ງໄດ້ສ້າງຕັ້ງ ອົງການກໍາມະບານ ເປັນຕົວ ແທນຂອງຕົນຂຶ້ນຈາກນັ້ນຂະບວນການຕໍ່ສູ້ຂອງຊົນຊັ້ນກໍາ ມະກອນ, ຊາວຜູ້ອອກແຮງງານນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ທ່ານ ພອນສານ ວິໄລເມັ້ງ ໃຫ້ຮູ້ຕື່ມວ່າ: ເພື່ອລະນຶກ ເຖິງວັນປະຫວັດສາດດັ່ງກ່າວ ກໍ່ຄືວັນກໍາມະກອນສາກົນ ໃຫ້ມີຄວາມໝາຍສໍາຄັນ ແລະ ເລິກເຊິ່ງ, ສູນກາງສະຫະພັນກໍາມະບານລາວ ຈຶ່ງໄດ້ຂຶ້ນແຜນກິດຈະກໍາເພື່ອຕ້ອນຮັບວັນກໍາມະກອນ ສາກົນ ຄົບຮອບ 136 ປີ ໂດຍໄດ້ອອກແຈ້ງການໃຫ້ສະຫະພັນກໍາມະບານ ກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ແລະ ກໍາມະບານຮາກຖານໃນຂອບເຂດທົ່ວປະເທດ ໃຫ້ມີການກະກຽມສະເຫຼີມສະ ຫຼອງວັນດັ່ງກ່າວ ໂດຍຖືເອົາສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ເປັນຫຼັກໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຊື່ອມຊຶມເຂົ້າໃຈມູນເຊື້ອປະຫວັດຄວາມເປັນມາຂອງວັນສໍາຄັນດັ່ງກ່າວ ໂດຍແນໃສ່ປຸກລະດົມ, ສ້າງຈິດສໍານຶກໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໃຫ້ມີຄວາມບຸກບືນ, ຫ້າວຫັນ, ຕັ້ງໜ້າປະ ກອບສ່ວນເຂົ້າໃນການເຄື່ອນ ໄຫວວຽກງານກໍາມະບານ, ສ້າງຂະບວນການແຂ່ງຂັນປະຕິບັດໜ້າທີ່ວິຊາສະເພາະ, ຂະບວນການແຂ່ງຂັນການຜະລິດໃຫ້ໄດ້ຫຼາຍຂຶ້ນ, ຂະບວນການປະຕິບັດວິໄນໃນການອອກແຮງງານ ແລະ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວໂດຍຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ 8, ແຜນພັດທະນາວຽກງານກໍາມະບານລາວ 5 ປີ ຄັ້ງທີ 4 (2021-2025) ແລະ ການຈັດຕັ້ງປະຕິບັດ ຂອງສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາທາງດ້ານເສດ ຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ.
ພ້ອມນີ້ທ່ານ ໄດ້ຕາງໜ້າໃຫ້ ສູນກາງສະຫະພັນກໍາ ມະບານລາວ ສະເໜີມາຍັງທຸກພາກສ່ວນກໍ່ຄື ສະຫະພັນກໍາມະບານກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງ ຈັນ ແລະ ກໍາມະບານໃນຂອບເຂດທົ່ວປະເທດ ຈົ່ງພ້ອມ ກັນເອົາໃຈໃສ່ປຸກລະດົມສ້າງຂະບວນການຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຄົບຮອບ 136 ປີ ດ້ວຍຂະບວນການຕ່າງໆ ເຊັ່ນ:
– ສະເໜີໃຫ້ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງ ຈັນ ຈັດຕັ້ງການເຜີຍແຜ່ປາຖະກະຖາຫວນຄືນມູນເຊື້ອວັນກໍາມະກອນສາກົນ ຄົບ ຮອບ 136 ປີ ໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວ ຮັບ ຮູ້ເຂົ້າ ໃຈໃຫ້ເລິກເຊິ່ງ ແລະ ທົ່ວເຖິງ;ໂດຍເລັ່ງໃສ່ຈັດຕັ້ງເຜີຍແຜ່ປາຖະກະຖາມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 136 ປີ ໃນປີນີ້ ເປົ້າໝາຍແມ່ນມອບໃຫ້ປະທານຄະນະບໍລິຫານງານສະຫະພັນກໍາມະບານ ກະຊວງ, ອົງການ, ແຂວງ, ນະຄອນຫຼວງ, ເມືອງ, ຮາກຖານ ແລະ ບັນດາບໍລິສັດ ໂຮງຈັກໂຮງງານຕ່າງໆ ທັງພາກລັດ ແລະ ເອກະຊົນໂດຍແມ່ນຄະນະປະທານຄະນະບໍລິຫານງານສະຫະພັນກໍາມະບານແຕ່ລະຂັ້ນເປັນເຈົ້າການ ແລະ ຮັບຜິດຊອບຈັດຕັ້ງ ປາຖະ ກະຖາ. ພ້ອມກັນນັ້ນ, ກໍໃຫ້ໂຄສະນາຜ່ານທາງສື່ມວນຊົນ ເຊັ່ນ: ໜັງສືພິມ, ວິທະຍຸ ໂທລະພາບ, ສື່ອອນລາຍ ແລະ ສື່ອື່ນໆ ຕາມຄວາມເໝາະສົມ; ໃຫ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່ວັນທີ18ເດືອນ ເມສາ 2022 ເປັນຕົ້ນໄປ.
– ບ່ອນໃດທີ່ມີເງື່ອນໄຂ ກໍໃຫ້ຈັດຕັ້ງຂະບວນການຕ່າງໆ ເຊັ່ນ: ຈັດຂະບວນການແຂ່ງຂັນສືມືແຮງງານ, ແຂ່ງຂັນກິລາມວນຊົນ, ອະນາໄມຕາມສໍານັກງານ-ອົງການ, ຈັດກິດຈະກໍາຖາມ-ຕອບ ກ່ຽວກັບມູນເຊື້ອວັນກໍາມະກອນສາກົນ ແລະ ມູນເຊື້ອຂອງຊົນຊັ້ນກໍາມະກອນລາວ, ກິດຈະກຳສະແດງສິນລະປະ, ກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ສ້າງລະຄອນກ້ອມ ທີ່ມີເນື້ອໃນສ່ອງແສງໃຫ້ເຫັນມູນເຊື້ອຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງຊົນຊັ້ນກຳມະກອນສາກົນ ແລະ ຊົນຊັ້ນກຳມະກອນລາວພ້ອມທັງແນໃສ່ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງ ງານຕາມຄວາມສາມາດຕົວຈິງຂອງແຕ່ ລະພາກສ່ວນ ແຕ່ຕ້ອງປະຕິບັດບັນດາມາດຕະການປ້ອງກັນພະຍາດ ໂຄວິດ-19;
– ສະເໜີໃຫ້ສະຫະພັນກໍາມະບານແຕ່ລະຂັ້ນຂໍທິດຊີ້ນຳຈາກຄະນະພັກ, ຄະນະນຳກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຄະນະປະທານຄະນະບໍລິຫານງານສະຫະພັນກໍາມະບານຂັ້ນຂອງຕົນເພື່ອຈັດຕັ້ງປະຕິບັດແຈ້ງການແນະນຳສະບັບນີ້ ໃຫ້ສຳເລັດຕາມຈຸດປະສົງ ແລະ ລະ ດັບຄາດໝາຍທີ່ໄດ້ວາງໄວ້;
– ພາຍຫຼັງຈັດຕັ້ງປະຕິບັດສໍາເລັດແລ້ວ ໃຫ້ລາຍງານຄະນະພັກ, ຄະນະນໍາຂັ້ນຂອງຕົນ ແລະ ສູນກາງສະຫະພັນກໍາມະບານລາວ ຮັບຊາບ.
ໃນນາມຕາງໜ້າໃຫ້ຄະນະປະທານ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ກໍ່ຄືສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃນຂອບ ເຂດທົ່ວປະເທດ ທ່ານຍັງໄດ້ຮຽກຮ້ອງມາຍັງທຸກທ່ານ ທຸກສະຫາຍ ຕະຫຼອດຮອດເຖິງ ພໍ່ແມ່ ພີ້ນ້ອງປະຊາຊົນລາວ ບັນດາເຜົ່າທີ່ອາໃສຢູ່ພາຍໃນປະເທດ ແລະ ຕ່າງປະເທດ ຈົ່ງພ້ອມພາກັນເອົາໃຈໃສ່ ຮັກສາມູນເຊື້ອອັນດີງາມຂອງຊາດລາວ ເວົ້າລວມ ເວົ້າສະ ເພາະ ກໍ່ຄື ມູນເຊື້ອປະຕິວັດຂອງຊົນຊັ້ນກໍາມະກອນ ທີ່ພັກປະຊາຊົນປະຕິວັດເປັນແກນນໍາຂອງການສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນ, ຮຸ່ງເຮືອງ ແລະ ສີວິໄລ.