ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງວັນທີ 8-10 ກໍລະກົດ 2023 ນີ້ ຢູ່ວັດໂພນທອງ ພູຣິວັດທະນາຣາມ ເມືອງໂພນທອງ ແຂວງຫລວງພະບາງ ໄດ້ຈັດພິທີສະເຫຼີມສະຫຼອງຜົນສຳເລັດການກໍ່ສ້າງວັດແຫ່ງໃຫມ່ ໂດຍການເປັນປະທານກິຕິມະສັກ ເຈົ້າພາບເຈົ້າສັດທາຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄອບຄົວລູກຫຼານເປັນສັດທາເຄົ້າ, ຕະຫຼອດເຖິງຍາດໂຍມສັດທາທັງຫຼາຍ, ມີເຈົ້າສັດທາທັງ ພາຍໃນແຂວງຫຼວງພະບາງ, ຕ່າງແຂວງ, ຕະຫຼອດຮອດມ່ວນຊົນຊາວພຸດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ສະເພາະວັນທີ່ 8 ກໍລະກົດ ໄດ້ມີກະານກະກຽມເຄື່ອງວັດຖຸທານ ແລະພິທີມອບ-ຮັບ, ສ່ວນວັນທີ 09 ກໍລະກົດ 2023 ໄດ້ມິພີທີສະຫຼຸບການກໍ່ສ້າງ ແລະມອບຮັບການກໍ່ສ້າງ, ເຊີ່ງ ທ່ານ ອານຸສິດ ຄັດຕິຍະລາດ ບໍລິສັດ ອານຸສິດ ສຳ ຫຼວດ-ອອກແບບ ແລະກໍ່ສ້າງເຄຫະສະຖານ ໃນນາມບໍລິສັດຮັບເໝົາ ໄດ້ລາຍງານກ່ຽວກັບການກໍ່ສ້າງວັດຂອງເມືອງໂພນທອງ ເຊິ່ງມີເນື້ອທີ່ປະມານ 860 ແມັດ ແລະເລີ່ມລົງມືບຸກເບີກທາງຂື້ນວັດ ແລະປັບໜ້າດິນ ແຕ່ວັນທີ 26 ພຶດສະພາ 2022 ເປັນຕົ້ນມາ, ວຽກທີ່ກໍ່ສ້າງໃນເບື້ອງຕົ້ນປະກອບມີ ພັດທະສິມາ ຫຼື ອາຣາມ 1 ຫຼັງ ແລະພະທາດ 1 ລູກ ລວມມູນຄ່າ ທັງໝົດ 1 ຕື້ກວ່າກີບ ແລະໄດ້ມິພິທີວາງສີລາເລີກ ໃນວັນທີ 08 ມິຖຸນາ 2022 ຜ່ານມາ, ຈາກນັ້ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄຳເຫັນກ່າວມອບວັດທີ່ສ້າງໃໝ່ ໃຫ້ແກ່ການນຳເມືອງໂພນທອງ ເຊິ່ງທ່ານກ່າວວ່າ: ການກໍ່ສ້າງວັດວາອາຣາມ ໃຫ້ເມືອງໂພນທອງ ໃນຄັ້ງນີ້ ເພື່ອເປັນການປົກປັກຮັກສາພຸດທະສາສະໜາ, ວັດທະນະທໍາອັນດີງາມຂອງຊາດ ກໍຄືຂອງເມືອງໂພນທອງ ເພື່ອໃຫ້ເປັນບ່ອນພັກເຊົາຂອງພຣະສົງ ສາມະເນນ ໄດ້ບວດເຂົ້າສຶກສາຮ່ຳຮຽນພຣະທຳມະວິໄນ, ເປັນບ່ອນເຕົ້າໂຮມຄວາມສາມັກຄີ, ບ່ອນເຮັດບຸນສິນກິນທານ ແລະທັງເປັນການສືບທອດຮີດຄອງປະເພນີອັນດີງາມ ແລະລໍ້າຄ່າຂອງຊາດລາວ ເວົ້າລວມ ເວົ້າສະເພາະແມ່ນຊາວເມືອງໂພນທອງ ໃຫ້ຢູ່ຄູ່ຊາວເມືອງໂພນທອງຕະຫຼອດໄປ, ໂອກາດນີ້ ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງໆໂພນທອງ ໄດ້ມີຄຳເຫັນກ່າວຮັບ ແລະສະແດງຄວາມຮູ້ບຸນຄຸນ ສະແດງຄວາມຂອບໃຈ ຕໍ່ເຈົ້າສັດທາ ແລະຜູ້ມີຈິດໃຈເຫຼື້ອມໃສສັດທາ ທີ່ພ້ອມກັນສ້າງວັດໃຫ້ເມືອງໂພນທອງ ໃນຄັ້ງນີ້ຈົນສຳເລັດ. ຈາກນັ້ນ ໄດ້ເຂົ້າສູ່ພິທີທາງພຸດທະສາສະໜາ ໂດຍໄດ້ໄຫວ້ພຣະ-ຮັບສິນ, ສູດມະຫາພຸດທະມົນ ປະຣິຕະມຸງຄຸນ ຍົກຍອດຊໍ່ຟ້າ 9 ຍອດໃສ່ຫຼັງຄາພັດທະສິມາ, ຍອດຊໍ່ຟ້າ 1 ຍອດ ໃສ່ພຣະທາດເຈດີ, ຈາກນັ້ນ ຄະນະສົງ 21 ອົງ ໄດ້ທຳສັງຄະກັມ ຂອດສິມຝັງລູກນິມິດ ປັກຫຼັກໝາຍເຂດແດນພັດທະສິມາ ແລະຖວາຍພັດຕາຫານເພນແດ່ພະສົງ. ຕອນບ່າຍ ໄດ້ມິພິທີເຖຣາພິເສກຫົດສົງ 2 ກອງ ເພື່ອສະຫຼອງພັດທະສິມາໃໝ່, ຟັງເທດສະຫຼອງ 3 ກັນ, ຄາຣະວະ-ຮັບພອນ, ຕອນແລງ ໄດ້ມີພິທີສູດພຸດທາພິເສກ ບັ້ນຕົ້ນ ໂພທິສັດ ອິຕິປິໂສ ສົມໂພດພຣະພຸດທະຮູບພຣະປະທານໃນພັດທະສິມາ ແລ້ວຄົບງັນຕະຫຼອດຄືນ. ສ່ວນຕອນເຊົ້າວັນທີ 10 ກໍລະກົດ ໄດ້ມີພິທີສູດໄຊຍັນໂຕ ເປີດພະເນດຕາພຣະພຸດທະຮູບພຣະປະທານ, ໄຫວ້ພຣະ-ຮັບສິນ ສູດຊັກອະນິຈາບັງສະກຸນ, ຟັງທັມມະເທດສະໜາ 1 ກັນ, ພິທີໃສ່ບາດສັງຄະທານ ແລະຖວາຍພັດຕາຫານແດ່ພະສົງ ເປັນອັນວ່າຈົບພິທີງານ ຢ່າງເປັນທາງການ.
ຂ່າວ-ພາບ: ອພສ ແຂວງ
May be an image of 5 people
May be an image of 1 person, temple and text
May be an image of 3 people
May be an image of 10 people and temple