ງານຫຼວງພະບາງຮາບມາລາທອນ 2022 ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ່ 30 ຕຸລາ 2022 ນີ້ ຢ່າງຄຶກຄື້ນ ເພື່ອສືບຕໍ່ດຳເນີນກິດຈະກຳ ແລ່ນເພື່ອນການກູສົນ ລະດົມທືນເຂົ້າໂຮງໝໍເພື່ອນລາວ ສຳລັບເດັກ ແຂວງຫຼວງພະບາງ ໂດຍມີນັກກິລາແລ່ນເພື່ອການກູສົນ ແລະທີມງານທີ່ແລ່ນອອກຈາກນະຄອນຫຼວງວຽງຈັນ ໃນວັນທີ່ 25-29 ຕຸລາ (10) 2022 ມາສູ່ແຂວງຫຼວງພະບາງ ໃນໄລຍະທາງ 385 ກິໂລແມັດ ໄດ້ແລ່ນຮ່ວມກັບມວນຊົນຊາວຫຼວງພະບາງເປັນຈຳນວນຫຼາຍ. ໂອກາດມີຄຳເຫັນກ່າວເປີດງານ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງໄດ້ ສະແດງຄວາມຊົມເຊີຍຄະນະຮັບຜິດຊອບຈັດງານ ທີ່ໄດ້ມີຄວາມເອົາໃຈໃສ່ກະກຽມຄວາມພ້ອມເຮັດໃຫ້ ງານຫຼວງພະບາງຮາບມາລາທອນ 2022 ໄດ້ຮັບການຈັດຂື້ນອີກຄັ້ງ ພາຍຫຼັງບໍ່ໄດ້ຈັດມາເປັນເວລາ 2 ປີ ພ້ອມນີ້ ທ່ານໄດ້ເຊີນຊວນໃຫ້ທຸກພາກສ່ວນໃນສັງຄົມ ພ້ອມ ກັນປະກອບສ່ວນທຸກດ້ານ ເພື່ອເຮັດໃຫ້ການລະດົມທືນຈັດຊື້ອຸປະກອນການແພດ ແລະລະດົມທືນຊ່ວຍໂຮງໝໍເພື່ອລາວສຳລັບເດັກ ບັນລຸຕາມແຜນການທີ່ວາງໄວ້.
ການຈັດງານຄັ້ງນີ້ ໄດ້ມີນັກກິລາແລ່ນທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມແລ່ນປະມານ 2.000 ຄົນ ໂດຍແບ່ງເປັນ 3 ຮຸ່ນຄື: 7 ກິໂລແມັດ, 14 ກິໂລແມັດ ແລະ 21 ກິໂລແມັດ ໂດຍເລີ້ມແລ່ນຈາກໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ ແລ່ນອ້ອມໄປຕາມເສັ້ນທາງພາຍໃນເທດສະບານແຂວງ ແລ້ວເຂົ້າເສັ້ນໄຊຈຸດເລີ້ມຕົ້ນ ເພື່ອສືບຕໍ່ລະດົມທືນໃຫ້ໄດ້ 900.000.000 ກີບຂື້ນໄປ, ສຳລັບທ່ານທີ່ຈະຮ່ວມບໍລິຈາກ ສາ ມາດບໍລິຈາກ ຜ່ານ QR code ໃນໂພສເຕີ້ ຫລື ໂອນເຂົ້າບັນຊີ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ຊື່ບັນຊີ: Events for Good (EFG) (ອີເວັ້ນຟໍກູດ) ບັນຊີເງີນ(ກີບ): 1041100102783, ເນື້ອໃນໃສ່ວ່າ: ບໍລິຈາກ ແລ່ນ 385 ກມ, ຈາກນັ້ນ ໃຫ້ທ່ານແຄບໜ້າຈໍໂອນທີ່ທ່ານໂອນ, ສົ່ງຮູບ ແລະ ຊື່ ຂອງທ່ານມາຫາ ແອັດມິນວອດແອັບ 020 9190 1222, ເພື່ອຈະໂພດສ໌ລົງຮູບຂອງທ່ານຜ່ານທາງ Team WeRun and Run Laos Facebook Fan Page ເພື່ອສະແດງຄວາມຂອບໃຈ ເຊີ່ງການບໍລິຈາກຈະເປີດຮັບຢ່າງຕໍ່ເນື່ອງ ມາຮອດຕອນແລງຂອງວັນທີ່ 29 ຕຸລາ (10) 2022 ຍອດເງີນບໍລິຈາກຜ່ານບັນຊີ ໄດ້ມີຕົວເລກຫລາຍກວ່າ 500 ລ້ານກີບ. ພາຍຫຼັງສຳເລັດການແລ່ນ ໄດ່ມີການມອບຫຼຽນ ໃຫ້ກັບຜູ້ທີ່ເຂົ້າເສັ້ນໄຊ ແລະມອບໂລ່ລາງວັນໃຫ້ກັບຜູ້ທີ່ເຂົ້າເສັ້ນໄຊອັນດັບທີ່ 1, 2 ແລະ 3 ໂດຍແມ່ນ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂອງແຂວງ ແລະຜູ້ອຸປະຖຳຫຼັກ ໃນການຈັດງານ.
Loading...