ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີມອບ-ຮັບປື້ມແບບຮຽນແລະປະກາດທຶນຊ່ວຍເຫລືອ ການສຶກສາໃຫ້ໂຮງຮຽນປະຖົມສົມບູນ ນາໄຮ່ດຽວ ນະຄອນຫລວງວຽງຈັນ ຈັດຂື້ນຕອນບ່າຍວັນທີ 13 ພຶດສະພາ 2022 ທີ່ໂຮງຮຽນປະຖົມສົມບູນນາໄຮ່ດຽວ ໂດຍການເປັນປະທານຂອງ ທ່ານ ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ, ທ່ານ ປອ. ນາງອິສໂຊເບວໂຄແມນ, ຮອງຜູ້ບໍລິຫານດ້ານນະໂຍບາຍແລະໂຄງການ ອົງການ USAID, ແລະທ່ານ ປອ ນາງເພຍຣິເບັນໂລບຣິດໂຕ້ຜູ້ຕາງໜ້າອົງການ ອຸຍນີເຊັບປະຈຳ ສປປ ລາວ.
ພາຍໃຕ້ການຮ່ວມມືຄັ້ງໃໝ່ນີ້, ອົງການ USAID ຈະສະໜັບສະໜູນທຶນ ຈໍານວນ 2.600.000 ໂດລາສະຫະລັດ ໃຫ້ແກ່ແຜນງານການສຶກສາຂອງອົງການອຸຍນີເຊັບ ເພື່ອຮັບປະກັນໃຫ້ເດັກນ້ອຍ, ໂດຍສະເພາະແມ່ນຜູ້ດ້ອຍໂອກາດ ແລະກຸ່ມເດັກທີ່ມີຄວາມສ່ຽງ ຂອງ ສປປ ລາວ, ໄດ້ກຽມຄວາມພ້ອມໃນການເຂົ້າໂຮງຮຽນ ແລະສຶບຕໍ່ການຮຽນຢູ່ໃນໂຮງຮຽນ ເພື່ອປັບປຸງຄວາມສາມາດດ້ານພາສາລາວ ແລະການຄິດເລກ, ໄດ້ມີທັກສະ ແລະຄວາມຮູ້, ການເຫັນຄຸນຄ່າແລະທັດສະນະຄະຕິທີ່ຈຳເປັນເພື່ອການພັດທະນາ ແລະຈະເລີ່ມເຕີບໂຕຕາມອາຍຸຂອງຕົນ.
ທ່ານ ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ ກ່າວໃນພິທີວ່າ: ເດັກນ້ອຍໃນມື້ນີ້ແມ່ນຜູ້ໃຫຍ່ໃນມື້ຫນ້າ, ການໃຫ້ຄວາມເອົາໃຈໃສ່ແລະລົງທືນໃສ່ການສຶກສາຂອງເດັກແມ່ນການປູພື້ນຖານທີ່ແຫນ້ນຫນາສຳລັບເຂົາເຈົ້າໃຫ້ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ. ການສະຫນອງການສຶກສາແກ່ເດັກແມ່ນການພັດທະນາທືນມະນຸດແລະກຽມຄວາມພ້ອມສຳລັບການພັດທະນາເສດຖະກິດແລະສັງຄົມຂອງປະເທດໃນອານາຄົດ.ເມື່ອເຫັນຄວາມສໍາຄັນຄືແນວນັ້ນ, ແນວທາງນະໂຍບາຍການພັດທະນາຂະແຫນງການສຶກສາຂອງກະຊວງສຶກສາທິການແລະກິລາສປປລາວເວລາໃດກໍຍັງໃຫ້ບຸລິມະສິດແກ່ການພັດທະນາການສຶກສາຂັ້ນພື້ນຖານ ເພື່ອເຮັດໃຫ້ເດັກນ້ອຍລາວມີພື້ນຖານເພື່ອການຮຽນຮູ້ແລະພັດທະນາຕົນເອັງໃນລະດັບຕໍ່ໄປແລະ ຕະຫຼອດຊີວິດ.ໃນໄລຍະຜ່ານມາກະຊວງສຶກສາທິການແລະກິລາໄດ້ເອົາໃຈໃສ່ໃນການຍົກສູງການເຂົ້າເຖີງການສຶກສາທີ່ມີຄຸນນະພາບໃຫ້ແກ່ເດັກໂດຍສະເພາະແມ່ນຜູ້ດ້ອຍໂອກາດແລະຜູ້ທີ່ຢູ່ຊົນນະບົດຫ່າງໄກສອກຫຼີກໂດຍຜ່ານຫຼາຍແຜນງານແລະໂຄງການຊື່ງໄດ້ຮັບການສະຫນັບສະຫນູນທາງດ້ານວິຊາການແລະ ງົບປະມານຈາກອົງການຈັດຕັ້ງສາກົນແລະຄູ່ຮ່ວມພັດທະນາ. ໂຄງການຮຽນອ່ານທີ່ໄດ້ຮັບການສະຫນັບສະຫນູນທືນຈາກອົງການUSAIDແລະໂຄງການຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ກັບການສຶກສາໃນສປປລາວກໍລ້ວນແລ້ວແຕ່ແມ່ນໂຄງການທີ່ໄດ້ປະກອບສ່ວນເຂົ້າອັນສຳຄັນເຂົ້າໃນວຽກງານພັດທະນາການສຶກສາຂັ້ນພື້ນຖານຢູ່ສປປລາວໃນສະພາບທີ່ມີການປ່ຽນແປງຄືປະຈຸບັນ.
ທ່ານ ປອ. ນາງໂຄນແມນ ຮອງຜູ້ບໍລິຫານດ້ານນະໂຍບາຍແລະໂຄງການ ອົງການ USAID ໄດ້ກ່າວ ສະແດງຄວາມຂອບໃຈຕໍ່ກະຊວງສຶກສາທິການ ແລະກິລາ ແລະອົງການ ອຸຍນີເຊັບທີ່ໄດ້ໃຫ້ການຮ່ວມມືກັບອົງການ USAID ໃນການປັບປຸງການສຶກສາຂັ້ນພື້ນຖານ ຢູ່ ສປປ ລາວ. ທ່ານ ປອ. ນາງໂຄນແມນ ກ່າວອີກວ່າ “ກ່ານຮ່ວມມືອັນໃໝ່ນີ້ແມ່ນເນັ້ນໃຫ້ເຫັນຄວາມມຸ່ງໝັ້ນຂອງ ສ. ອາເມລິກາ ທີ່ມີຕໍ່ປະຊາຊົນລາວ, ຕໍ່ການຈະເລີນເຕີບໂຕຂອງເດັກນ້ອຍລາວແລະຄວາມຝັນຂອງພວກເຂົາແລະການສະໜັບສະໜູນລັດຖະບານລາວໃນການບັນລຸເປົ້າໝາຍການພັດທະນາ,” . “ການຮ່ວມມືໃນຄັ້ງນີ້ຈະສະໜັບສະໜູນຄວາມພະຍາຍາມໃນການສ້າງສັງຄົມແບບມີສ່ວນຮ່ວມແລະປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງສປປລາວ.”
ແຜນງານການສຶກສາຂອງອົງການຢູນິເຊັບມີຄວາມສອດຄ່ອງກັບບູລິມະສິດໃນແຜນການພັດທະນາຂະແໜງການສຶກສາຂອງກະຊວງສຶກສາທິການ ແລະກິລາ ທີ່ສຸມໃສ່ການຂະຫຍາຍການເຂົ້າເຖິງການສຶກສາກ່ອນໄວຮຽນທີ່ມີຄຸນນະພາບແລະການກ້າວໄປສູ່ການຮຽນຈົບຊັ້ນປະຖົມຂອງເດັກຢູ່ໃນເຂດຫ່າງໄກສອກຫຼີກ, ເດັກຊົນເຜົ່າແລະເດັກທີ່ມີຄວາມພິການ. ແຜນງານດັ່ງກ່າວຍັງຈະສະໜັບສະໜູນຕໍ່ການຕອບໂຕ້ກັບການລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງກໍ່ຄືການຮັບປະກັນໃຫ້ເດັກນ້ອຍສາມາດສືບຕໍ່ການຮຽນຮູ້ໃນສະພາບແວດລ້ອມພາຍໃນໂຮງຮຽນທີ່ປອດໄພ. ພໍ່ແມ່ຍັງຈະມີສ່ວນຮ່ວມ ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ ແລະ ທັກສະສໍາລັບສະໜັບສະໜູນການພັດທະນາລູກຕົນເອງ.
ທ່ານນາງດຣ. ເພຍຣິເບັນໂລບຣິດໂຕ້ ຜູ້ຕາງໜ້າອົງການ ອຸຍນີເຊັບປະຈຳ ສປປ ລາວ. ກ່າວວ່າ: ການຮຽນຮູ້ເກີດຂຶ້ນຕະຫຼອດຊີວິດ. ແນວໃດກໍ່ຕາມ, ການຮຽນຮູ້ທີ່ເກີດຂຶ້ນໃນໄວເດັກຈະຊ່ວຍສ້າງພື້ນຖານອະນາຄົດຂອງເດັກ. ການຮັບປະກັນການເຂົ້າເຖິງການສຶກສາທີ່ມີຄຸນນະພາບໃນໄວເດັກແລະການກ້າວໄປສູ່ການເຂົ້າຮຽນໃນປະຖົມແມ່ນການລົງທຶນໃສ່ອະນາຄົດຂອງເດັກນ້ອຍຂອງພວກເຮົາ ແລະຈະຊ່ວຍໃຫ້ພວກເຂົາເຕີບໃຫຍ່ເຕັມທີ່ຕາມຂີດຄວາມສາມາດຂອງຕົນເອງ “ການສົມທົບທຶນຂອງອົງການ USAID ເຂົ້າໃນແຜນງານການສຶກສາຂອງອົງການ ອຸຍນີເຊັບຈະກາຍເປັນປະຫວັດສາດໜ້າໃໝ່ຂອງການຮ່ວມມືທີ່ເຂັ້ມແຂງຂອງພວກເຮົາໃນການສະໜັບສະໜູນລະບົບການສຶກສາຂອງ ສປປ ລາວ ທີ່ສອດຄ່ອງກັບນະໂຍບາຍການຊ່ວຍເຫຼືອປະເທດອື່ນຂອງສະຫະລັດແລະສົ່ງເສີມບູລິມະສິດຂອງອົງການ USAID ໃນດ້ານການສຶກສາ.”