ພິທີມອບ-ຮັບ ລົດນໍາສົ່ງຄົນເຈັບ ຫຼື ລົດອໍາບູລັງ (Ambulances) 1 ຄັນ ມູນຄ່າ 90.000 ກວ່າ ໂດລາສະຫະລັດ ໃຫ້ໂຮງໝໍຊຸມຊົນເມືອງນ້ຳບາກ ແຂວງຫຼວງພະບາງ ໄດ້ຈັດຂຶ້ນຢູ່ສູນປະຕິບັດງານສຸກເສີນ ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ພະ ແນກສາທາລະນະສຸກແຂວງ ໃນວັນທີ່ 29 ກັນຍາ 2021 ນີ້ ກ່າວມອບໂດຍ ດຣ ຄໍາສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງ ທ່ານກ່າວວ່າ: ລົດອາມບູລັງ ຫຼື ລົດນໍາສົ່ງຄົນເຈັບ ທີ່ນໍາມາມອບໃຫ້ໂຮງໝໍຊຸມຊົນເມືອງນໍ້າບາກຄັ້ງນີ້ ຍ້ອນເຫັນໄດ້ຄວາມຈໍາເປັນ ທາງດ້ານການຂາດເຂີນພາຫະນະນໍາສົ່ງຄົນເຈັບ ຢູ່ພາຍໃນເມືອງນໍ້າບາກ ໃນການນຳສົ່ງສົ່ງຄົນເຈັບ ເຂົ້າປິ່ນປົວຢູ່ແຂວງໃຫ້ທ່ວງທັນ, ເຊິ່ງເປັນນະໂຍບາຍຂອງລັດຖະບານ ໃນການຈັດຫາອຸປະກອນ ແລະພາຫະນະ ແຈກຍາຍໃຫ້ທ້ອງຖິ່ນພາຍໃນທົ່ວປະ ເທດ, ແນໃສ່ບັນລຸຄາດໝາຍການຖືເອົາການປິ່ນປົວ ແລະສະໜອງບໍລິການສຸຂະພາບ ຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທຳ ແລະສະເໝີພາບເປັນສຳຄັນ, ເຊີ່ງພັກ ແລະລັດຖະບານ ເຫັນໄດ້ເຖິງຄວາມຈຳເປັນ ຈຶ່ງຕົກລົງແກ້ໄຂການເຂົ້າເຖິງການບໍລິການຂອງປະຊາຊົນ ແລະຫຼຸດຜ່ອນອັດຕາການເສຍຊີວິດ ຂອງແມ່ຍິງຖືພາ ແລະເດັກນ້ອຍ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ, ຕາງຫນ້າຮັບລົດນໍາສົ່ງຄົນເຈັບຄັ້ງນີ້ແມ່ນ ດຣ ສີໄພ ສີສຸພັນ ຫົວໜ້າຫ້ອງການສາທາລະນະສຸກເມືອງນໍ້າບາກ ແລະພະນັກງານວິຊາການ, ມີຂະແໜງການພາຍໃນພະແນກສາທາ ລະນະສຸກແຂວງເຂົ້າຮ່ວມເປັນສັກຂີພະ ຍານ. ລົດນໍາສົ່ງຄົນເຈັບ ຫຼື ລົດອໍາບູລັງ (Ambulances) ທີ່ແຂວງຫຼວງພະບາງ ໄດ້ຮັບຈາກລັດຖະບານ ກໍ່ຄືກະຊວງສາທາລະນະສຸກ ແບ່ງປັນໃຫ້ຄັ້ງນີ້ ມີທັງໝົດ 3 ຄັນ ນອກຈາກມອບໃຫ້ໂຮງໝໍຊຸມຊົນເມືອງນ້ຳບາກແລ້ວ ຈະມອບໃຫ້ໂຮງໝໍຊຸມຊົນເມືອງໂພນທອງ ແລະເມືອງພູຄູນ ຕື່ມອີກ.
ຂ່າວ: ເພັດສາຄອນ ສິມມະວົງ