ຕອນບ່າຍວັນທີ 27 ກັນຍາ 2021 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບ ລົດນໍາສົ່ງຄົນເຈັບ ( Ambulance) ໃຫ້ໂຮງໝໍສູນກາງ ແລະໂຮງໝໍຊຸມຊົນ ທົ່ວປະເທດຈໍານວນ 50ຄັນ. ກ່າວມອບໂດຍ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດຍມີຕາງໜ້າຈາກພະແນກສາທາລະນະສຸກທົ່ວປະເທດເປັນຜູ້ຮັບ.
ທ່ານ ດຣ.ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນພິທີວ່າ: ຂ້າພະເຈົ້າຮູ້ສຶກປາບປື້ມ ປິຕິ ທີ່ໄດ້ເປັນກຽດມອບ-ຮັບລົດ Ambulances ເຊີ່ງນັບໄດ້ວ່າເປັນຄັ້ງປະຫັວດສາດ ທີ່ກະຊວງສາທາລະນະສຸກໄດ້ຮັບລົດຈາກລັດຖະບານ ໂດຍທືນກູ້ຢືມ ຈາກທະນາຄານພັດທະນາອາຊີ ຈຳນວນ 50 ຄັນໃນຄັ້ງນີ້
ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ ໄດ້ກໍານົດແນວທາງສາທາລະນະສຸກ ໄວ້ວ່າ: ຖືເອົາການປິ່ນປົວ ແລະ ສະໜອງບໍລິການສຸຂະພາບ ຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທຳ ແລະ ສະເໝີພາບເປັນສຳຄັນ. ປະຕິຮູບສາທາລະນະສຸກ ຢ່າງຮອບດ້ານ, ສ້າງລະບົບບໍລິການສຸຂະພາບທີ່ດີ ທີ່ຖືເອົາຄົນເປັນໃຈກາງ ໂດຍໃຫ້ບໍລິການທີ່ມີຄຸນນະພາບ.
ວຽກງານຈຸດສຸມປະຕິຮູບສາທາລະນະສຸກໄລຍະ III (2021-2025), ແຜນພັດທະນາສາທາລະນະສຸກ 5 ປີຄັ້ງທີ IX (2021-2025) ຕາມ 8 ແຜນງານ, 48 ແຜນງານຍ່ອຍ ແລະ 139 ໂຄງການແມ່ນແນໃສ່ບັນລຸເປົ້າໝາຍການປົກຄຸມສຸຂະພາບທົ່ວປວງຊົນ ດ້ວຍການຍົກລະດັບຄຸນນະພາບຂອງການບໍລິການ ຫັນເປັນທັນສະໄໝ, ຮັບປະກັນໃຫ້ທຸກຄົນ ໄດ້ເຂົ້າເຖິງການບໍລິການ ໃນເວລາເຈັບເປັນ ໂດຍຫຼີກເວັ້ນບັນຫາດ້ານການເງິນ ໄປຄຽງຄູ່ກັບ ການສ້າງເງື່ອນໄຂກຸ້ມຕົນເອງເທື່ອລະກ້າວ ຕາມທິດທີ່ຍືນຍົງໂດຍບໍ່ປະປ່ອຍຜູ້ໃດໄວ້ທາງຫຼັງ.
ປີ 2021 ແມ່ນປີທໍາອິດໃນການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX ໃນເງື່ອນໄຂການລະບາດຂອງພະຍາດໂຄວິດ 19 ເຊິ່ງໄດ້ແຜ່ລາມໄປຫຼາຍແຂວງ ແລະ ເປັນໄພອັນ ຕະລາຍຮ້າຍແຮງຕໍ່ການຈັດຕັ້ງປະຕິບັດການບໍລິການທາງດ້ານການແພດຢູ່ໂຮງໝໍລະດັບຕ່າງໆໃນທົ່ວປະເທດແມ່ນມີຕົວເລກບໍລິການທີ່ຫລຸດລົງ.
ການເຂົ້າເຖີງການບໍລິການສາທາລະນະສຸກຂອງປະຊາຊົນຢູ່ເຂດຫ່າງໄກສອກຫລີກ, ການນຳສົ່ງຄົນເຈັບ ບໍ່ວ່າຈະເປັນການນຳສົ່ງແມ່ຍີງຖືພາທີ່ມີບັນຫາ,ແມ່ຍີງເກີດລູກ, ຕົກເລືອດ,ເດັກເຈັບ, ອຸປະຕິເຫດທ້ອງຖະໜົນ ແລະອື່ນໆ ທີ່ຈະນຳສົ່ງຈາກໂຮງໝໍໜື່ງໄປຫາໂຮງໝໍອື່ນທີ່ມີການບໍລິການທີ່ສູງກວ່າ ຍັງເປັນບັນຫາຫລາຍສົມຄວນຍ້ອນບໍ່ມີພາຫະນະນຳສົ່ງທີ່ເໝາະສົມ, ອັນທີ່ມີກໍ່ເກົ່າ ເຮັດໃຫ້ມີການເສັຍຊີວິດ ໃນໂຮງໝໍ ແລະໃນລະຫວ່າງການນຳສົ່ງມີຕົວເລກສູງ.
ດັ່ງນັ້ນ,ພັກ ແລະລັດຖະບານ ເຫັນໄດ້ເຖີງຄວາມຈຳເປັນ ແລະຕ້ອງແກ້ໄຂຢ່າງຮິບດ່ວນ ຈື່ງໄດ້ຕົກລົງ ແກ້ໄຂການເຂົ້າເຖີງການບໍລິການ ຂອງປະຊາຊົນ ແລະ ຫລຸດຜ່ອນອັດຕາການເສຍຊີວິດຂອງແມ່ຍີງຖືພາ ແລະ ເດັກນ້ອຍ ໂດຍສະເພາະຢູ່ເຂດຫ່າງໄກສອກຫລີກ ຈື່ງໄດ້ຕັດສີນໃຈ ກູ້ຢືມຈາກທະນາຄາານພັດທະນາອາຊີ ເພື່ອຈັດຊື້ ລົດ Ambulances ຈຳນວນ 50 ຄັນ ເພື່ອສະໜອງໃຫ້ບັນດາໂຮງໝໍຊຸມຊົນໃນທົ່ວປະເທດ, ແຕ່ເນື່ອງຈາກສະພາບການລະບາດຂອງພະຍາດ COVID- 19 ເພື່ອເປັນການປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ຈື່ງບໍ່ອາດຈັດພິທີມອບຮັບເວລາດຽວໄດ້ ຈະເຮັດໃຫ້ມີຄົນຫລາຍ ຈື່ງໄດ້ແບ່ງພິທີຮັບເປັນ 02 ຄັ້ງ; ຄັ້ງທີ 1 ແມ່ນວັນຈັນທີ 27 ກັນຍາ 2021 ແລະ ຄັ້ງທີ 2 ຈະມອບ-ຮັບ ວັນທີ 28-29 ກັນຍາ 2021.
ໃນພິທີມອບຮັບຄັ້ງນີ້ ມີ 11 ແຂວງ, ນະຄອນຫລວງ ,ໂຮງໝໍ 103 ກອງທັບ ແລະ ສູນປິ່ນປົວແລະ ຮັກສາສຸຂະພາບຕາ ນອກຈາກນີ້ ຍັງຈະໄດ້ຮັບການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນຕື່ມ 80 ກວ່າຄັນ.
ຕອນທ້າຍ ທ່ານ ດຣ.ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫັວງເປັນຢ່າງຍີ່ງວ່າລົດດັ່ງກ່າວນີ້ຈະໃຊ້ເຂົ້າໃນການບໍລິການສາທາລະນະສຸກ ບໍ່ວ່າຈະເປັນການຮັບໃຊ້ວຽກງານຕ້ານພະຍາດໂຄວິດ ກໍ່ຄືການບໍລິການຮັບສົ່ງຄົນເຈັບທົ່ວໄປໃຫ້ມີປະສິດທິພາບ ເພື່ອແກ້ໄຂບັນຫາການນຳສົ່ງ ເພື່ອຮັບປະກັນການເຂົ້າເຖີງການບໍລິການຂອງປະຊາຊົນບັນດາເຜົ່າ, ແມ່ ຍີງ ແລະ ເດັກນ້ອຍ ເພື່ອເຮັດໃຫ້ບັນລຸແຜນພັດທະນາສາທາລະນະສຸກ 5 ປີຄັ້ງທີ IX, ບັນລຸ 11 ຕົວຊີ້ບອກ ແລະ ເຮັດໃຫ້ ສປປລາວ ໄດ້ພົ້ນຈາກຄວາມທຸກຍາກ.
ໂດຍ: ເຂີຍຫລ້າ