ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 11 ມີນາ 2022 ນີ້, ທີ່ດອນຊາຍມຸງຄຸນ ເມືອງຈອມເພັດ ແຂວງຫລວງພະບາງ ໄດ້ມີພິທີ ມອບຮັບ ດອນຊາຍມຸງຄຸນ ພາຍຫລັງກໍ່ສ້າງສຳເລັດ, ໂດຍ ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນ ກາງພັກ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍພາກສ່ວນບໍລິສັດຮັບເໝົາກໍ່ສ້າງ, ຜູ້ຕາງໜ້າພະແນກການ-ກົມກອງ, ອົງການປົກຄອງນະຄອນຫຼວງພະບາງ ແລະເມືອງຈອມເພັດເຂົ້າຮ່ວມ.
ທ່ານ ບຸນຄົງ ສຸກສະຫວັດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຄະນະຮັບ ຜິດຊອບຊີ້ນຳໂຄງການກໍ່ສ້າງ ໄດ້ລາຍງານຜົນສຳເລັດການກໍ່ສ້າງວ່າ: ການກໍ່ສ້າງດອນຊາຍມຸງຄຸນຄືນໃໝ່ ໄດ້ມີການຄົ້ນຄວ້າຮ່ວມກັບຫຼາຍພາກສ່ວນ ເພື່ອກໍ່ສ້າງດອນຊາຍໃໝ່ ທົດແທນດອນຊາຍເກົ່າທີ່ຖືກນ້ຳຖ້ວມ, ຜ່ານການຄົ້ນຄວ້າ-ອອກແບບ ໄດ້ເລີ້ມລົງມືກໍ່ສ້າງມາແຕ່ຕົ້ນເດືອນທັນ ວາປີ 2021 ນີ້, ໂດຍແມ່ນບໍລິສັດໄຊຍະບູລີພາວເວີ ເປັນຜູ້ຮັບເໝົາກໍ່ສ້າງ ແລະມອບໃຫ້ ບໍລິສັດ ຊໍການຊ່າງ (ປະເທດໄທ) ເປັນຜູ້ຮັບຜິດຊອບໜ້າວຽກກໍ່ສ້າງ ໂດຍມີເນື້ອທີ່ 1,16 ເຮັກຕາ, ພື້ນທີ່ຂອງດອນມີຄວາມຍາວກ່ວາ 337 ແມັດ, ກວ້າງເກືອບ 45 ແມັດ, ມີຂັ້ນໄດຂຶ້ນ 6 ຈຸດ, ໃນນັ້ນ ເບື້ອງນະຄອນ ຫຼວງພະບາງ 3 ຈຸດ, ແຕ່ລະຈຸດກວ້າງ 8 ແມັດ ແລະເບື້ອງເມືອງຈອມເພັດ 3 ຈຸດ ແຕ່ລະຈຸດກວ້າງ 5 ແມັດ, ຄວາມສູງຂອງດອນທຽບໃສ່ລະດັບນ້ຳຂອງຂື້ນສູງສຸດ 278 ແມັດ, ສ່ວນລະດັບນ້ຳຂອງປົກກະຕິໃນລະດູແລ້ງຕໍ່າສຸດ 276 ແມັດ ກໍລະນີນ້ຳຂອງມີປະລິມານຫຼາຍໃນລະດູຝົນອາດຈະບໍ່ຖ້ວມດອນ, ໂຄງສ້າງຂອງດອນໄດ້ລຽນຫີນທີ່ສາມາດທົນທານຕໍ່ແຮງກະທົບຂອງນ້ຳໄຫຼ, ສ່ວນກາງດອນໄດ້ລົງດີນປະສົມຫີນ ແລະໂລອັດແໜ້ນ, ໃນນັ້ນ ໄດ້ໃຊ້ຫີນທັງໝົດ 27.000 ແມັດກ້ອນ, ດີນ 36.000 ແມັດກ້ອນ ແລະຊາຍລະອຽດ 11.200 ແມັດກ້ອນ, ມູນຄ່າໃນການກໍ່ສ້າງທັງໝົດ 55 ລ້ານບາດ ໂດຍແມ່ນທືນຂອງບໍລິສັດໄຊຍະບູລີພາວເວີຈຳກັດ.
ໂອກາດນີ້ ທ່ານ ຄຳຂັນ ຈັນທະວີສຸກ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ບໍລິສັດໄຊຍະບູລີພາວເວີ ໄດ້ສຸມທືນຮອນເຂົ້າໃນການກໍ່ສ້າງດອນຊາຍມຸງຄຸນ ເຮັດໃຫ້ປະຊາຊົນບັນດາເຜົ່າພາຍໃນແຂວງຫຼວງພະບາງ ໄດ້ມີສະຖານ ທີ່ຈັດກິດຈະກຳຕົບພະທາດຊາຍຄືນໃໝ່ ໃນໄລຍະບຸນກຸດສົງການປີໃໝ່, ພ້ອມນີ້ ທ່ານໄດ້ເນັ້ນໃຫ້ອົງການປົກຄອງນະຄອນ ຫຼວງພະບາງ ແລະເມືອງຈອມເພັດ ຈົ່ງພ້ອມກັນສ້າງແຜນຄຸ້ມຄອງ ແລະນຳໃຊ້ ດອນຊາຍມຸງຄຸນໃຫ້ມີຄວາມຍືນຍົງ ທັງເກີດຜົນປະ ໂຫຍດໃຫ້ກັບປະຊາຊົນບັນດາເຜົ່າ.
ຈາກນັ້ນ ໄດ້ມີການຕັດແຖບຜ້າ ເພື່ອເປີດການນຳໃຊ້ດອນຊາຍມຸງຄຸນຢ່າງເປັນທາງການ ພ້ອມທັງມີການທຳພິທີທາງສາສະໜາ ຕາມຮີດຄອງປະເພນີຕື່ມອີກ.
ຂ່າວ: ອາພຸດເດດ