ພິທີມອບຮັບ ໜ້າທີ່ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງອະນຸວົງ, ລະ ຫວ່າງ ຜູ່ເກົ່າ ແລະ ຜູ່ໃໝ່ໄດ້ຈັດຂື້ນ ໃນວັນທີ 25 ພຶດສະພາ 2021 ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ແດງ ປະທຸມທອງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊສົມບູນ, ມີ ຄະນະປະຈໍາ, ກໍາມະການພັກເມືອງ, ຄະນະຮັບຜິດຊອບຂັ້ນແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານອາວຸດໂສບໍານານ ແລະ 2 ບ້ານເທດສະບານຮ່ວມເປັນສັກຄີພິຍານ.
ໃນພິທີ ທ່ານ ເລັ່ງລໍ່ ຢົງຊະເຈ່ຍວ່າ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ໄດ້ຂື້ນຜ່ານຄໍາສັ່ງຍົກຍ້າຍ ແລະ ມະຕິຕົກລົງແຕ່ງຕັ້ງພະນັກງານ ຄື: ຍົກຍ້າຍ ທ່ານ ຄໍາພູທອນ ວົງພະຈັນ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້້າເມືອງອະນຸວົງ ໄປຮັບໜ້າ ທີ່ໃໝ່ຢູ່ ສະພາປະຊາຊົນແຂວງ, ຍົກຍ້າຍ ທ່ານ ຮືທໍ່ ເພຍຫຼວງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ, ໄປຮັບໜ້າທີ່ເປັນ ເລຂາພັກເມືອງ, ເຈົ້້າເມືອງອະນຸວົງ ຜູ່ໃໝ່ ພ້ອມ ນັ້ນ ທ່ານ ຄໍາພູທອນ ວົງພະຈັນ ເລຂາພັກເມືອງ, ເຈົ້າເມືອງອະນຸວົງ ຜູ່ເກົ່າ ໄດ້ຂື້ນຜ່ານບົດບັນທຶກ ແລະ ກ່າວມອບໜ້າທີ່ ພ້ອມໄດ້ລົງນາມເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫ່ວາງ ທ່ານ ຄໍາພູທອນ ວົງພະຈັນ ເຈົ້າເມືອງອະນຸວົງ ຜູ່ເກົ່າ ແລະ ທ່ານ ຮືທໍ່ ເພຍຫຼວງ ເຈົ້າເມືອງອະນຸວົງ ຜູ່ໃໝ່ ຢ່າງເປັນທາງການ ໂດຍຊ່ອງໜ້າ ທ່ານ ແດງ ປະທຸມທອງ, ຮອງເລຂາພັກແຂວງ, ປະທານສະພາປະຊາ ຊົນແຂວງ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມເປັນສັກທິພິຍານ.
ທ້າຍພິທີ ທ່ານ ແດງປະທຸມທອງ ໄດ້ມີຄໍາເຫັນໂອ້ລົມ ຕໍ່ພິທີ ເຊີ່ງກ່ອນອື່ນ ທ່ານ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງເລຂາພັກເມືອງ, ເຈົ້າເມືອງອະນຸວົງ ຜູ່ເກົ່າ ທີ່ຍາດໄດ້ຜົນງານຫຼາຍດ້ານ ໃນໄລຍະຜ່ານມາ ພ້ອມນັ້ນທ່ານ ຍັງໄດ້ຮຽກຮ້ອງມາຍັງ ເລຂາພັກເມືອງ, ເຈົ້າເມືອງອະນຸວົງ ຜູ່ໃໝ່ ແລະ ຜູ່ຖຶກຍົກຍ້າຍໄປປະຈໍາການບ່ອນໃໝ່ ຈົ່ງພ້ອມກັນສຶບຕໍ່ເຊື່ອມຊື່ມ ກໍາແໜ້ນບັນດານິຕິກໍາ, ກົດໝາຍຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຂອງຕົນ, ສືບຕໍ່ປັບປຸງ ແບບແຜນວິທີເຮັດວຽກ ໃຫ້ມີບາດກ້າວໃໝ່ ແລະ ດີຂື້ນເທື່ລະກ້າວ.
ພາບ,ຂ່າວ:ນັກຂ່າວເມືອງອະນຸວົງ
Loading...