ໂດຍໄດ້ຮັບການມອບໝາຍຈາກພົນເອກ ໂຕເລິມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ, ໃນຕອນເຊົ້າວັນທີ 12 ພຶດສະພາ 2021, ຄະນະກໍາມະການ ກະຊວງຕຳຫລວດ ນໍາໂດຍ ທ່ານພົນໂທ ຫງວຽນແທງເຊີນ, ຫົວໜ້າກົມການຕ່າງປະເທດ ເປັນຫົວໜ້າຄະນະ ໄດ້ມອບອຸປະກອນການແພດເພື່ອສະກັດກັ້ນ ແລະ ຄວບຄຸມການແພ່ລະບາດ ຂອງເຊື້ອພະຍາດ COVID-19 ເພື່ອຊ່ວຍເຫລືອ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຢູ່ດ່ານສາກົນເກົ່າແຈວ, ແຂວງຮ່າຕິ້ງ.
ໃນພິທີ່ດັ່ງກ່າວ, ທ່ານພົນໂທ ຫງວຽນແທງເຊີນ ໄດ້ສົ່ງຄຳອວຍພອນ, ແບ່ງບັນ ແລະ ສົ່ງຈົດໝາຍຖາມຂ່າວຈາກ ທ່ານລັດຖະມົນຕີ ໂຕເລິມ ເຖິງບັນດາການນຳ ກະຊວງ, ນາຍ ແລະ ພົນຕໍາຫລວດທຸກທ່ານ, ພະນັກງານ, ລັດຖະກອນ ຂອງກະຊວງປ້ອງກັນຄວາມສະຫງົບລາວ ອ້າຍນ້ອງ ໃນສະພາບການແພ່ລະບາດຂອງພະຍາດໂຄວິດ -19 ທີ່ກຳລັງຂະຫຍາຍອອກເປັນວົງກ້ວາງຢ່າງຮຸ່ນແຮງ.
ອຸປະກອນການແພດ ທີ່ກະຊວງຕໍາຫລວດ ຫວຽດນາມ ໄດ້ນຳມາຊ່ວຍເຫລືອໃຫ້ແກ່ ກະຊວງປ້ອງກັນຄວາມສະຫງົບລາວ ລວມມີ ເຄື່ອງວັດແທກອຸນຫະພູມແບບມືຖື ຈໍານວນ 30 ໜ່ວຍ, ຜ້າອັດປາກດັງການແພດ ຈໍານວນ 30.000 ອັນ, ຜ້າອັດປາກ N95 ຈໍານວນ 2.000ອັນ, ຊຸດປ້ອງກັນ ແລະ ຄວບຄຸມການລະບາດ 300 ຊຸດ ແລະ ນໍ້າຢາລ້າງມື ຈໍານວນ 300 ລິດ. ການຊ່ວຍເຫລືອອຸປະກອນການແພດ ຂອງກະຊວງຕໍາຫລວດ ໃນຄັ້ງນີ້ຈະເປັນການປະກອບສ່ວນທີ່ມີຄວາມໝາຍ ແລະ ຊ່ວຍຫລຸດຜ່ອນຄວາມຫຍຸ້ງຍາກ ຈໍານວນໜຶ່ງທີ່ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ອ້າຍນ້ອງກຳລັງຜະເຊີນໜ້າກັບພະຍາດລະບາດໃນປັດຈຸບັນ.
ໂອກາດນີ້, ທ່ານ ກິ ຈັນທະວົງສາ ຫົວໜ້າກົມພົວພັນສາກົນ, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ, ປະຊາຊົນ ແລະ ກຳລັງຕຳຫລວດປະຊາຊົນຫວຽດນາມ ທີ່ໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫລືອປະເທດລາວ ຕະຫລອດມາ, ໂດຍສະເພາະໃນວຽກງານການສະກັດກັ້ນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ COVID-19; ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານລັດຖະມົນຕີ ໂຕເລິມ ທີ່ໄດ້ສົ່ງຈົດໝາຍຖາມຂ່າວ ແລະ ໃຫ້ການຊ່ວຍເຫລືອທັງດ້ານວັດຖຸ ແລະ ຈິດໃຈຈາກ ກະຊວງຕຳຫລວດຫວຽດນາມ; ທ່ານ ໄດ້ຢືນຢັນວ່າຈະນຳໃຊ້ກຳລັງຄວາມສາມາດໃນທຸກດ້ານໃນໄລຍະທີ່ຈະມາເຖິງນີ້ ປະສານສົມທົບກັບບັນດາກຳລັງອື່ນ ເພື່ອຕ້ານການລະບາດຂອງເຊື້ອພະຍາດ COVID-19 ຢ່າງເດັດດ່ຽວ, ເຊິ່ງນຳຄວາມສະຫງົບສຸກມາໃຫ້ແກ່ປະຊາຊົນ, ປະກອບສ່ວນຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ ແລະ ພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ. ຈາກນັ້ນ, ທ່ານ ກິ ຈັນທະວົງສາ ໄດ້ສະແດງຄວາມປາດຖະໜາວ່າຈະພ້ອມຢືນຄຽງບ່າຄຽງໄຫລ່ ເພື່ອປະສານສົມທົບກັບກຳລັງຂອງກະຊວງຕຳຫລວດຫວຽດນາມ ໃນການຕ້ານການລະບາດຂອງເຊື້ອພະຍາດ COVID-19 ແລະ ປະຕິບັດສຳເລັດໜ້າທີ່ປ້ອງກັນຄວາມສະຫງົບຂອງທັງສອງປະເທດ.
ໂດຍ: VNA
Loading...