ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 12 ພຶດສະພາ 2022 ທີ່ກະ ຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບປື້ມ “ ຫາຍະນະຈາກໄວຣັສ ໂຄໂຣນ່າສູ່ມະນຸດໃນທົ່ວໂລກ ” ທີ່ຂຽນແລະຮີບ ໂຮມໂດຍທ່ານ ກະຕ່າຍ ມາກໂນຊາ ນັກຂ່າວ-ໂຄສົກ ວິທະຍຸກະຈາຍສຽງແຫ່ງ ຊາດລາວໃຫ້ແກ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ໂດຍຕາງໜ້າກ່າວມອບແມ່ນ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ກ່າວຮັບໂດຍ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ.
ທ່ານ ກະຕ່າຍ ມາກໂນຊາ ໃຫ້ຮູ້ວ່າ: ຕົນເອງໃຊ້ເວລາສອງປີກວ່າ ໃນການຮວບຮວມຂໍ້ມູນກ່ຽວກັບສະພາບການລະບາດ ແລະ ຄວາມອັນຕະລາຍຮ້າຍແຮງຂອງໂຄວິດ-19 ທີ່ເລີ່ມລະບາດໃນທ້າຍປີ 2019ເປັນຕົ້ນມາ ເພື່ອຖ່າຍທອດລົງໃນປື້ມຫົວນີ້ວ່າໂຄວິດ-19 ເປັນພະຍາດຕິດຕໍ່ທີ່ມີຄວາມອັນຕະລາຍ, ສົ່ງຜົນກະທົບຮ້າຍແຮງຕໍ່ຮ່າງກາຍ ແລະຈິດໃຈຂອງມວນມະນຸດ, ເສດຖະ ກິດ-ສັງຄົມ ແລະການດໍາລົງຊີວິດ.
ໃນພິທີມອບ-ຮັບດັ່ງກ່າວປະກອບມີປື້ມ ຫາຍະນະຈາກໄວຣັສ ໂຄໂຣນ່າສູ່ມະນຸດໃນທົ່ວໂລກ ຈໍານວນ 1.000 ຫົວ ແລະຜ້າອັດປາກ-ອັດດັງ ຈໍານວນ 10 ແກັດ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລວມມູນຄ່າທັງໝົດ 37.500.000 ກີບແລະຈະຖືກມອບຕໍ່ໃຫ້ບັນດາແຂວງ ແລະ ພາກສ່ວນຕ່າງໆໃນທົ່ວປະເທດລາວ.