ໂຄງການກໍ່ສ້າງຫ້ອງນໍ້າສາທາລະນະມາດຕະຖານອາຊຽນ ທີ່ປຸກສ້າງໃສ່ເດີ່ນວັດພະທອງສາມສີ ບ້ານຫລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ, ຂະໜາດ 8 x 10 ແມັດ ໄດ້ຈັດພິທີມອບ- ຮັບ ໃນວັນທີ 9 ກຸມພາ 2022 ຢູ່ທີ່ບ້ານຫລິ່ງຊັນ, ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ນາງ ອິ່ນຄໍາ ພັນດາລາ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວຽງຈັນ ໂດຍມີ ທ່ານ ບຸນທັບ ວົງໄຊ ຮອງເຈົ້າເມືອງທຸລະຄົມ, ແຂວງວຽຈັນ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການກໍ່ສ້າງຫ້ອງນໍ້າສາທາລະນະມາດຕະຖານອາຊຽນ ເປັນໂຄງການຊ່ວຍເຫລືອລ້າ ຂອງທະນາຄານພັດທະນາອາຊີ ຫລື ADB ຕາມສັນຍາຂອງໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວແຂວງວຽງຈັນ ໂດຍ ບໍລິສັດ ສິງທະວີຊັບກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 269,000,000 ກີບ ເພື່ອສົ່ງເສີມການທ່ອງທ່ຽວ ດ້ານວັດທະນະທໍາຕິດພັນກັບທໍາມະຊາດ ເນື່ອງຈາກບ້ານດັ່ງກ່າວມີວັດວາອາຮາມ, ມີພະພຸດທະຮູບ ສັກສິດສໍາຄັນ, ມີຮ່ອງຮອຍສິ່ງຢັ້ງຢືນທາງດ້ານວັດທະນະທໍາທີ່ຫລາກຫລາຍ ເຊື່ອມຈອດກັບໂຄງການ ສ້າງເຮືອນພັກແຮມ ແບບປະຊາຊົນ ມີສ່ວນຮ່ວມ ຫລື HOMESTAY ແລະ ເປົ້າໝາຍພັດທະນາ ອື່ນໆຂອງຂະແໜງ ຖວທ ໃນອະນາຄົດ;
ໂດຍ: ນັກຂ່າວເມືອງທຸລະຄົມ
Loading...