ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານປົ່ງຫວານ ເມືອງປາກລາຍ ແຂວງໄຊຍະບູລີ ທີ່ເລີ່ມລົງມືກໍ່ສ້າງ ມາແຕ່ວັນທີ 3 ພະຈິກ 2020 ຂະໜາດ 8 ຄູນ 12m ມີ 6 ຫ້ອງຮຽນ ໂຄງສ້າງເບຕົງເສີມເຫຼັກ, ຫຼັງຄາມຸງດ້ວຍແຜ່ນອາລູຊິງ, ໂດຍໄດ້ຮັບທຶນສົມທົບລະຫວ່າງ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຈໍານວນ 300ລ້ານກີບ , ທຶນສົມທົບຈາກ ທ່ານ ແສງເພັດ ມັກຄະຜົນ 50ລ້ານກີບ ແລະ ທຶນສົມທົບ ຂອງປະຊາຊົນບ້ານປົ່ງຫວານ ຈໍານວນ150ລ້ານກີບ ລວມມູນຄ່າການກໍ່ສ້າງທັງໝົດ 500ລ້ານກີບ ມາຮອດ ວັນທີ 3 / 3 / 2021 ແມ່ນກໍ່ສ້າງສໍາເລັດ 100% ລວມໄລຍະເວລາການກໍ່ສ້າງ 4 ເດືອນ ໂດຍແມ່ນບໍລິສັດປາກລາຍກໍ່ສ້າງເປັນຜູ້ຮັບເໝົາກໍ່ສ້າງ
ພິທີມອບ-ຮັບ ໂຄງການກໍ່ສ້າງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 31 ມີນາ 2022 ນີ້ທີ່ໂຮງຮຽນປະຖົມບ້ານປົ່ງຫວານ ເມືອງ ປາກລາຍ, ໂດຍການເຂົ້າຮ່ວມ ຂອງ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ອອ່ນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງໆປາກລາຍ, ມີທ່ານ ຈັນເພັງ ແກ້ວຈັນລາ ຮອງຫົວໜ້າທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງໄຊຍະບູລີ ມີອໍານາດການປົກຄອງບ້ານປົ່ງຫວານ, ບ້ານອອ້ມຂ້າງ ຄູອາຈານ , ນ້ອງນັກຮຽນ ເຂົ້າຮວ່ມ.
ທ່ານ ຈັນເພັງ ແກ້ວຈັນລາ ຮອງຫົວໜ້າທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງໄຊຍະບູລີ ໃນນາມຜູ້ໃຫ້ທຶນ ກໍ່ໄດ້ກ່າວມອບໂຄງການດັ່ງກ່າວໃຫ້ອໍານາດການປົກຄອງເມືອງ ປາກລາຍ, ອໍານາດການປົກຄອງບ້ານ, ຄູອາຈານ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ຢ່າງເປັນທາງການ, ຈາກນັ້ນໄດ້ຕັດແຖບຜ້າ ແລະ ຄັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນໃນການເປີດນໍາໃຊ້ໂຮງຮຽນດັ່ງກ່າວ ໃນພິທີຍັງໄດ້ມອບໃບຍ້ອງຍໍ ແລະ ໃບກຽດຕິຄຸນໃຫ້ບຸກຄົນໃນການປະກອບສວ່ນລະດົມທຶນກໍ່ສ້າງໂຮງຮຽດັ່ງກ່າວຢ່າງສົມກຽດ ນອກຈາກນີ້ທາງພະແນກສຶກສາທິການ ແລະ ກິລາແຂວງ ແລະ ອົງການຈັດຕັ້ງມະຫາຊົນຂອງທະນາຄານທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງໄຊຍະບູລີຍັງໄດ້ມອບອຸປະກອນກິລາ ແລະ ອຸປະກອນການຮຽນໃຫ້ໂຮງຮຽນບ້ານປົ່ງຫວ່ານຕຶ່ມອີກ.
ພາບ-ຂ່າວ: ກ່າ ຄຸທະວົງສັກ


