ໂຄງການກໍ່ສ້າງອາຄານໂຮງຮຽນອະນຸບານ ແລະ ຫ້ອງການຄູ ໂຮງຮຽນເຂດດຈັດສັນ ບ້ານ ດົງບາກໃໝ່ຫີນຄໍາ,ເມືອງ ສະໜາມໄຊ, ແຂວງ ອັດຕະປື ສໍາເລັດການກໍ່ສ້າງແລ້ວ 100%, ພາຍຫຼັງທີດໍາເນີນການກໍ້ສ້າງມາແຕ່ຕົ້ນເດືອນພະຈິກ ປີ 2021 ແລະ ສໍາເລັດກ່ອນກໍານົດ 4 ເດືອນຕາມສັນຍາ,ໂດຍແມ່ນ ບໍລິສັດ ຄໍາພວງ ກໍ່ ສ້າງ ແລະ ສ້ອມແປງເຄຫາສະ ຖານ ເປັນຜູ້ຮັບເໝົາການກໍ່ສ້າງ ແລະ ພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ເປັນເຈົ້າຂອງໂຄງການ, ພາຍໃຕ້ການສະ ໜອງທຶນຂອງ ກະຊວງສຶກສາທະການ ແລະ ກິລາ ໃນມູນຄ່າການກໍ່ສ້າງທັງໝົດ 1,7 ຕື້ກວ່າກີບ.
ສໍາລັບໂຄງການກໍ່ສ້າງອາຄານໂຮງຮຽນອະນຸບານ ແລະ ຫ້ອງ ການຄູຢູ່ບ້ານດົງບາກໃໝ່ຫີນຄໍານີ້ແມ່ນໂຄງການລົງທຶນຂອງກະ ຊວງສຶກສາ ແລະ ກິລາ, ອາຄານໂຮງຮຽນສ້າງຂື້ນເພື່ອຮອງຮັບນັກຮຽນອະນຸບານ ໃນເຂດຈັດສັນ ບ້ານດົງບາກໃໝ່ຫີນຄຳ ແລະ ເຂດບໍລິການບ້ານໃກ້ຄຽງ , ແນໃສ່ເຮັດ ສົ່ງເສີມການສຶກສາ ຢູ່ເຂດຈັດສັນດັ່ງກ່າວໃຫ້ດີຂື້ນ, ໂຄງການກໍ່ສ້າງອາຄານໂຮງຮຽນອະນຸບານເຂດຈັດສັນເປັນອາ ຄານຊັ້ນດຽວມີ 4 ຫ້ອງຮຽນ,ມີຫ້ອງນ້ຳ 3 ຫ້ອງ ແລະ ມີຫ້ອງອາບນ້ຳສຳລັບເດັກອີກ 1 ຫ້ອງພ້ອມສຸຂະພັນ,ມີລວງຍາວ 32 ແມັດ,ລວງກວ້າງ 8 ແມັດ,ສ່ວນອາຄານຫ້ອງການຄູ ເປັນອາຄານຊັ້ນດຽວ ມີ 2 ຫ້ອງ,ພາຍໃນອາ ຄານປະກອບມີຫ້ອງນ້ຳ 2 ຫ້ອງພ້ອມດ້ວຍສຸຂະພັນ,ມີລວງຍາວ 16,5 ແມັດ ລວງກວ້າງ 8 ແມັດ, ອາຄານທັງ 2 ຫລັງ ເປັນອາຄານເບຕົງເສີມເຫຼັກ ພື້ນເບຕົງປູດ້ວຍກາໂຣ, ໂຄງຫຼັງຄາເຫຼັກມຸງດ້ວຍກະເບື້ອງ, ເພດານເຮັດດ້ວຍແຜ່ນລຽບ,ອາຄານດັ່ງກ່າວປະກອບເຟີນີເຈີໂຕະ-ຕັ່ງຄູ, ຕູ້ໃສ່ເອກະ ສານ, ມີລະບົບໄຟຟ້າໃນອາຄານ, ພ້ອມນີ້ ໂຄງການດັ່ງກ່າວ ຍັງໄດ້ມີການສະໜອງນ້ໍາ ແລະ ແທ້ງບັນຈຸນໍ້າ 200 ລິດ ເພື່ອອຳນວຍ ຄວາມສະດວກໃຫ້ແກ່ໂຮງຮຽນຊົມໃຊ້, ນອກຈາກນັ້ນຍັງປະ ກອບມີເຄື່ອງຫຼີ້ນກາງແຈ້ງສຳລັບເດັກນໍາອີກ.
ພິທີມອບ-ຮັບໂຄງການກໍ່ສ້າງໂຮງ ຮຽນອະນຸບານດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 4 ເມສາ 2022 ນີ້ທີ່ໂຮງຮຽນດັ່ງກ່າວຢູ່ບ້ານດົງບາກໃໝ່ຫີນຄຳ,ເມືອງສະໜາມໄຊ ແຂວງອັດຕະປື, ໂດຍການກ່າວມອບຂອງ ທ່ານ ໂພຄາ ວົງພູທອນ ຜູ້ຕາງໜ້າ ບໍລິສັດ ຄຳພວງກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ແລະ ກ່າວຮັບແມ່ນ ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ໂດຍ: ພົມວິຫານ ໄຊຊະນະ. ( ຂ. ອັດຕະປື)
