ວັນທີ 18 ຕຸລາ 2021ນີ້. ທີ່ສູນກາງແນວລາວສ້າງຊາດ (ສນຊ) ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ນໍາໂດຍພຣະອາຈານ ພຸດທະສອນ ອ່ອນວົງສາ ປະທານທີ່ປຶກສາຝ່າຍສົງ ຂອງມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕາງໜ້າບັນດາທ່ານຜູ້ໃຈບຸນ ມອບເງິນ ຈໍານວນ 300 ລ້ານກີບ ໃຫ້ພຣະສົງ-ສາມະເນນ ທີ່ວັດຜາໂອ ນະຄອນ ຫຼວງພະບາງ.
ເປັນກຽດເຂົ້າຮ່ວມເປັນສັກຂີພິຍານ ແລະມີຄໍາເຫັນໂອ້ລົມຕໍ່ພິທີດັ່ງກ່າວໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມຄະນະນໍາ ສນຊ, ມີ ພຣະອາ ຈານໃຫຍ່ ມະຫາ ບຸນມາ ສິມມາພົມ ຮັກສາການປະທານສູນກາງອົງການພຸດທະສາສະໜາສໍາພັນລາວ, ມີທ່ານ ປ້າ ນາລີ ສີສຸລິດ ຕາງໜ້າຄອບຄົວການນຳ, ທ່ານ ປ້າ ສີສະຫລຽວ ທໍາມະເທວາ ກໍາມະການສູນກາງແນວລາວສ້າງຊາດ, ປະທານມູນນິທິຊ່ວຍ ເຫລືອຄົນທຸກຍາກແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ເງິນທີ່ໄດ້ຮັບ ແລະມອບໃນຄັ້ງນີ້, ແມ່ນໄດ້ມາຈາກການປຸກລະດົມ ຂອງມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄປຍັງບັນດາທ່ານຜູ້ໃຈບຸນທັງຫລາຍໃນສັງຄົມ ເພື່ອຊ່ວຍເຫລືອພຣະສົງ-ສາມະເນນ ຢູ່ວັດຜາໂອ ນະຄອນ ຫຼວງພະບາງ ເພື່ອນຳໄປແກ້ໄຂບັນຫາທີ່ຈໍາເປັນໃນໄລຍະທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19.
ໂອກາດນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ໄດ້ເປັນເຈົ້າການປຸກລະດົມ, ແຜ່ປັດໄຈ ແລະຂອບໃຈນໍາບັນດາທ່ານ ຜູ້ໃຈບຸນທັງຫຼາຍໃນສັງຄົມ ທີ່ໄດ້ບິແບ່ງນໍ້າໃຈ ປະກອບສ່ວນຊ່ວຍເຫຼືອເງິນຈຳນວນດັ່ງກ່າວ ໃຫ້ພຣະສົງ-ສາມະເນນ ທີ່ວັດຜາໂອ ໃນຄັ້ງນີ້.
ຂ່າວ-ຮູບ: ເຢ້
ບກ: ອິນທະຫວາ


