ພິທີມອບ-ຮັບເນື້ອທີ່ຕອນດິນກວດກູ້ລະເບີດອອກຈາກເຂດ ປຸກສ້າງ ແລະ ຕອນດີນກະສິກຳ ໂຄງການເກັບກູ້ລະເບີດເພື່ອປົກປ້ອງຊີວິດໃຫ້ແກ່ປະຊາຊົນຢູ່ເມືອງນາກາຍ ແຂວງຄຳມ່ວນ ຈັດຕັ້ງປະຕິບັດໂດຍ ບໍລິສັດ ອູມມາເກັບກູ້ ແລະ ທຳລາຍລະເບີດຈໍາກັດຜູ້ດຽວ ຈັດຂຶ້ນໃນຕອນບ່າຍວັນທີ 9 ພຶດສະພາ 2023 ທີ່ຫ້ອງປະຊຸມ ນໍ້າເທີນ2 ( NT2DF ) ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງ ເມືອງນາກາຍ, ມີຕາງໜ້າບໍລິສັດໄຟຟ້ານໍ້າເທີນ2, ຜູ້ອຳນວຍການບໍລິສັດ, ຊ່ຽວຊານ, ວິຊາການບໍລິສັດອູມມາ, ພ້ອມພາກສ່ວນກ່ຽວຂ້ອງ ແລະ ນາຍບ້ານທີ່ກວດກູ້ລະເບີດສໍາເລັດເຂົ້າຮ່ວມ.
ທ່ານ ຈິດຕະວົງ ຄຳພິລາວັນ ຜູ້ອຳນວຍການ ບໍລິສັດ ອູມມາ ເກັບກູ້ ແລະ ທຳລາຍລະເບີດຈໍາກັດຜູ້ດຽວ ໄດ້ກ່າວລາຍງານວ່າ: ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ ບໍລິສັດໄຟຟ້ານ້ຳເທີນ2 ດ້ວຍງົບປະມານ 500,000 ໂດລາ, ໂດຍເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 4 ມັງກອນ 2023 ຫາ ວັນທີ 5 ພຶດສະພາ 2023 ຊຶ່ງໄດ້ດໍາເນີນການກວດກູ້ລະເບີດຢູ່ 9 ບ້ານຄື: ບ້ານນາກາຍ, ບ້ານຂອນແກ່ນ, ບ້ານດອນ, ບ້ານໂພນສະອອນ, ບ້ານບົວມາ, ບ້ານຫ້ວຍມະໄລ, ບ້ານໜອງຮ່ວມ, ບ້ານສົບຄຳ ແລະ ບ້ານດອນຈະເລີນ ຜ່ານການຈັດຕັ້ງປະຕິບັດສາມາດກວດກູ້ລະເບີດອອກຈາກດິນກະສິກຳໄດ້ທັງໝົດ 301 ຕອນ, ມີເນື້ອທີທັງໝົດ 1,870,863 ຕາແມັດ , ດິນປຸກສ້າງໄດ້ 277 ຕອນ, ມີເນື້ອທີ 174,245 ຕາແມັດ, ລະເບີດທີ່ພົບເຫັນ ແລະ ທໍາລາຍມີ 48 ໜ່ວຍ, ທຽບໃສ່ແຜນການປະຕິບັດໄດ້ 100%
ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງ ນາກາຍກ່າວວ່າ: ເພື່ອແນໃສ່ຄວາມເປັນເອກະພາບບົນພື້ນຖານຄວາມຖືກຕ້ອງສອດຄ່ອງກັບເງື່ອນໄຂຂອງຜູ້ໃຫ້ທຶນ ແລະ ລະບຽບຫຼັກການທາງດ້ານເຕັກນິກວິຊາການທັງແທດເໝາະກັບສະພາບແວດລ້ອມຕົວຈິງຂອງທ້ອງຖິ່ນ ເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນໃຫ້ນັບມື້ນັບຫຼາຍ, ເຮັດໃຫ້ການຈັດຕັ້ງປະຕິບັດແຜນວຽກໃນຕໍ່ໜ້າມີຄວາມສະດວກ ຮັບປະກັນຜົນສໍາເລັດຕາມລະດັບຄາດໝາຍ.

