ພິທີ ມອບຮັບ ໂຄງການກໍ່ສ້າງ ໂຮງໝໍມະໂຫສົດ, ໄລຍະ ທີ 1 ພາຍຫລັງສຳເລັດການກໍ່ສ້າງ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນ ຕອນເຊົ້າ ຂອງວັນທີ 11 ພະຈິກ 2021, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ Jlang Zaidong, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ປະຊາຊົນຈີນ ປະຈຳລາວ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ພ້ອມດ້ວຍແຂກທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການກໍ່ສ້າງໂຮງໝໍມະ ໂຫສົດເປັນໂຄງການຊ່ວຍເຫລືອລ້າຈາກລັດຖະບານ ສປ ຈີນ ໂດຍມີມູນຄ່າການກໍ່ສ້າງ ທັງໝົດ 592 ກວ່າລ້ານ ຢວນ, ມີເນື້ອທີ່ປຸກສ້າງ 54.792.64 ຕາແມັດ ໂດຍແມ່ນ ບໍລິສັດ ຈູ້ຈົົງປັກກິ່ງ ຈໍາກັດ ເປັນ ຜູ້ ເໝົາກໍ່ສ້າງ ໂດຍແບ່ງ ເປັນສອງໄລຍະ, ສະເພາະ ໄລຍະທີ 1 ໄດ້ເລີ່ມລົງມືກໍ່ສ້າງມາ ແຕ່ເດືອນພະຈິກ ປີ 2018 ລວມມີ ການກໍ່ສ້າງພາກສ່ວນໃຕ້ດິນ, ອາຄານນອນ ຄົນເຈັບ 8 ຊັ້ນ ກໍ່ສ້າງສຳເລັດແລ້ວ 100% ແລະ ອາຄານຊຶມເຊື້ອ 4 ຊັ້ນ. ແລະ ເລີ່ມກໍ່ສ້າງ ໄລຍະທີ 2 ຄາດວ່າຈະ ໃຫ້ສຳເລັດໃນປີ 2022.
ໃນໂອກາດຂຶ້ນມີຄວາມເຫັນຕໍ່ໃນການມອບຮັບໂຮງໝໍມະໂຫສົດ, ໄລຍະ ທີ 1 ທ່ານ Jlang Zaidong, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ປະຊາຊົນຈີນ ປະຈຳລາວໄດ້ມີຄວາມເຫັນວ່າ:
ໃນເດືອນພະຈິກ ປີ 2017 ປະທານ ສີຊິນຜິງ ປະທານປະເທດ ແຫ່ງ ສປ ຈີນ ແລະ ທ່ານ ບຸນຍັງ ວໍລະຈິດ ອາດີດປະທານ ປະເທດ ແຫ່ງ ສປປ ລາວ ໄດ້ພ້ອມກັນ ເປັນປະທານໃນພິທີວາງ ຫີນສີລາລຶກ ການກໍ່ສ້າງ ໂຮງໝໍມະໂຫສົດນີ້.
ຈາກວັນສໍາຄັນ ແລະ ມີຄວາມໝາຍປະຫວັດສາດທີ່ກ່າວມານັ້ນ ທັງສອງຝ່າຍ ພວກເຮົາໄດ້ພ້ອມກັນ ແລະ ສາມັກຄີກັນຈັດຕັ້ງປະຕິບັດການຕົກລົງຂອງຜູ້ນຳສູງສຸດ ຂອງສອງປະເທດພວກເຮົາ ໄດ້ຫ້າງຫາກະກຽມວຽກຕ່າງໆ ແລະ ພ້ອມທັງຜ່ານຜ່າຂໍ້ ຫຍຸ້ງຍາກຕ່າງໆເພື່ອໃຫ້ໂຄງການນີ້ສຳເລັດໃນໄລຍະທີໜຶ່ງ ແລະ ສາມາດຈັດພິທີມອບຮັບໂຄງການຊ່ວຍເຫລືອໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກໃນມື້ນີ້.
May be an image of 16 people and people standing
Loading...