ວັນທີ່ 7 ມີຖຸນາ 2023, ໄດ້ມີພີທີເປີດນຳ້ໃຊ້ໂຄງການກໍ່ສ້າງຊົນລະປະທານຕົວແບບນຳ້ກະຕະ ຢູ່ເມືອງ ບົວລະພາ ແຂວງ ຄຳມ່ວນ ໂດຍເປັນກຽດເຂົ້າຮ່ວມເປັນທານຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສີກຳ ແລະ ປ່າໄມ້,ມີທ່ານຮອງເຈົ້າແຂວງ,ທູດປະເທດຟຣັງ,ຫົວຫນ້າອົງການ AFD, ຜູ້ອຳນວຍ ການໃຫຍ່ບໍລີສັດອີນຊີພັດທະນາກໍ່ສ້າງຈຳກັດ ພ້ອມດ້ວຍພະນັກງານ,ວິຊາການທັງສອງຝ່າຍ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.

ທ່ານ ແຫລວຄຳ ວົງສະຫວັນທອງ ປະທ່ານ ບໍລີສັດອີນຊີພັດທະນາກໍ່ສ້າງ ຈຳກັດໃຫ້ຮູ້ວ່າ: ໂຄງການກໍ່ສ້າງຊົນລະ ປະທານຕົວແບບນໍ້າກະຕະ ຢູ່ເມືອງບົວ ລະພາ ແຂວງ ຄຳມ່ວນ ເປັນຊົນລະ ປະ ທານປະເພດນ້ຳໄຫລ ປະກອບມີ: 2 ປະຕູປ່ອຍນ້ຳ ຊ້າຍ ແລະ ຂວາ, ມີ ຄອງຫລັກ 2 ຄອງ, ຍາວ 3.295 ແມັດ ແລະ ຄອງຍ່ອຍ 13 ຄອງ, ຍາວ 5.016 ແມັດ, ສາ ມາດສະໜອງນ້ຳຫົດເນື້ອທີ່ດິນ ທຳການຜະລິດຂອງພໍ່ແມ່ປະຊາຊົນໄດ້ 100 ກວ່າເຮັກຕາ ຄາດກະໃນລະດູຝົນປະມານ 35 – 70 ເຮັກຕາ ໃນລະດູແລ້ງ, ເຊິ່ງ ກວມເອົາ 3 ໝູ່ບ້ານຄື: ບ້ານນາສົມບູນ, ບ້ານທ່າແຮ່ ແລະ ບ້ານປ່າກ້ວຍໃຕ້, ປະກອບມີ 375 ຄອບຄົວ ທີ່ໄດ້ຊົມໃຊ້.


ໂຄງການດັ່ງກ່າວ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ ທ້າຍປີ 2020 – 2023 ແມ່ນສຳເລັດ, ມີມູນຄ່າ ໃນການກໍ່ສ້າງ 4,8 ລ້ານ ຢູໂຣ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກອົງການ ເພື່ອການພັດທະນາປະທດຝຣັ່ງ (AFD) 4,5 ລ້ານຢູໂຣ ແລະ ລັດ ຖະບານ ສປປ ລາວ 200.000 ຢູໂຣ ແລະ ຜູ້ໄດ້ຮັບຜົນປະໂຫຍດ 100.000 ຢູໂຣ.

ໂຄງການຊົນລະປະທານຕົວແບບນໍ້າກະຕະ ຢູ່ເມືອງບົວລະພາ ເຊິ່ງເຈົ້າຂອງໂຄງການຮັບເຫມົາກໍ່ສ້າງໂດຍ ແມ່ນບໍລິສັດອີນຊີພັດທະນາກໍ່ສ້າງຈຳກັດ ເຊິ່ງ ແມ່ນໂຄງການໜຶ່ງ ແຂວງ ຄຳມ່ວນ ແມ່ນນອນຢູ່ໃນແຜນການພັດທະນາພື້ນຖານໂຄ່ງລາງຂອງຂະແໜງການກະສິກຳ ແລະ ປ່າໄມ້ ເມືອງ, ແຂວງ ກໍຄືຂັ້ນສູນກາງ ເພື່ອພັດທະນາໂຄງການຄໍ້າປະກັນດ້ານສະບ່ຽງອາຫານ ແລະ ຫຼຸດຜ່ອນຄວາມທຸກຍາກ ຄວາມດອຍພັດທະນາຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຫຼຸດໜ້ອຍຖອຍລົງເທື້ອລະກ້າວ.
ຂ່າວ: ເກນ ວິໄລສານ