ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ສະຫາຍນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສສຍລ ຜູ້ເກົ່າ ແລະ ສະ ຫາຍນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສສຍລ ຜູ້ໃໝ່ ໃນວັນທີ 10 ຕຸລາ 2023 ທີ່ ສສຍລ ໂດຍການເຂົ້າຮ່ວມຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການ ເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງ ການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ມີຮອງປະທານຄະນະບໍລິຫານງານ ສສຍລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ສີສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 08/ກມສພ, ລົງວັນທີ 27 ກັນຍາ 2023 ວ່າດ້ວຍການຍົກ ຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍເຫັນດີຍົກຍ້າຍ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານຄະນະບໍລິຫານງານ ສສຍລ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ; ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 440/ຄລສພ, ລົງວັນທີ 27 ກັນ ຍາ 2023 ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານພັກ ໂດຍຕົກລົງແຕ່ງຕັ້ງ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກໍາມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ສສຍລ; ມະຕິຕົກລົງກົມການເມືອງສູນກາງພັກ ສະບັບເລກທີ 24/ກມສພ, ລົງວັນທີ 27 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິ ຫານງານພັກ ສສຍລ ໂດຍຕົກລົງແຕ່ງຕັ້ງ ສະຫາຍນາງ ອາລີ ວົງໜໍ່ບຸນທຳ ກໍາມະການສູນກາງພັກ ເປັນເລຂາຄະນະບໍລິ ຫານງານພັກ, ປະທານ ສສຍລ ຜູ້ໃໝ່.
ໃນພິທີ, ສະຫາຍ ຄໍາພັນ ພົມມະທັດ ໄດ້ມີຄໍາເຫັນບາງຕອນວ່າ: ພິທີໃນຄັ້ງນີ້, ສຸດທີ່ມີຄວາມ ໝາຍສໍາຄັນ ໃນການສັບປ່ຽນພະນັກງານຂັ້ນສູງຂອງພັກ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ຊຶ່ງຜ່ານມາ ພັກເຮົາໄດ້ດຳເນີນການສັບຊ້ອນພະນັກງານນຳພາຫລັກແຫລ່ງຢ່າງເປັນປົກກະຕິ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ໄດ້ດໍາເນີນການສັບປ່ຽນໜູນວຽນໜ້າທີ່ວຽກງານຂອງພະນັກງານການນໍາໃນລະບົບການຈັດຕັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ຊຶ່ງເປັນວຽກ ງານປົກກະຕິ ແລະ ເປັນຫລັກການອັນ ໜຶ່ງຂອງພັກເຮົາ ໃນວຽກງານພະນັກງານເພື່ອປັບ ປຸງວຽກງານໃຫ້ດີຂຶ້ນ, ທັງເປັນການຍົກລະດັບພະນັກງານການນໍາຂອງພວກເຮົາໃຫ້ມີຄວາມຮູ້, ຄວາມສາມາດໃນວຽກງານຕົວຈິງຮອບດ້ານຫລາຍຂຶ້ນ. ໃນນັ້ນ, ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ ຈົ່ງສືບຕໍ່ເສີມຂະຫຍາຍບົດຮຽນການນໍາພາ-ຊີ້ນໍາຮ່ວມກັບໝູ່ຄະນະ ນຳໄປໝູນໃຊ້ເຂົ້າໃນການຄຸ້ມຄອງ, ບັນຊາ, ນຳພາວຽກງານຂົງເຂດຂອງຕົນໃຫ້ນັບມື້ນັບດີຂຶ້ນ. ພ້ອມນັ້ນ, ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ທີ່ຖືກແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກ, ປະທານຄະນະບໍລິຫານງານ ສສຍລ ຜູ້ໃໝ່ ຊຶ່ງມີຄວາມເຊື່ອໝັ້ນວ່າ: ດ້ວຍຄວາມຮູ້-ຄວາມສາມາດ ແລະ ປະສົບ ການທີ່ມີ ຈະສືບຕໍ່ຮ່ວມແຮງຮ່ວມໃຈກັນ ພ້ອມກັບໝູ່ຄະນະ ຍູ້ຂະບວນການວຽກງານຂອງ ສສຍລ ໃນດ້ານຕ່າງໆໃຫ້ນັບມື້ຂະຫຍາຍຕົວດີຂຶ້ນກວ່າເກົ່າ.
ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ
See insights and ads
Boost post
All reactions:

63