ພິທີມອບ-ຮັບໜ້າທີ່ ລະຫວ່າງ ປະທານ, ຄະນະປະຈໍາ, ຄະນະກໍາມາທິການ, ເລຂາ ທິການສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ 1 ແລະຊຸດທີ 2 ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2021 ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍເປັນປະທານຂອງ ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ, ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ, ພ້ອມດ້ວຍ ຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າກຳມາທິການ ແລະເລຂາທິການສະພາປະຊາຊົນແຂວງ ເຂົ້າຮ່ວມ.
ພິທີ ທ່ານ ສາຍສະໜອນ ຄົມທະວົງ ປະ ທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ 1 ໄດ້ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງ ຂຶ້ນຜ່ານບົດລາຍງານການເຄື່ອນໄຫວວຽກງານ ຂອງຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ 1 ໂດຍຫຍໍ້ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ 1 ໄດ້ປະຕິບັດໜ້າທີ່ຂອງຕົນ ມີຜົນສຳ ເລັດຫຼາຍດ້ານທີ່ພົ້ນເດັ່ນ ແລະຍັງມີວຽກ ງານບາງດ້ານ ທີ່ຄົງຄ້າງຈຳນວນໜຶ່ງ ທີ່ຄະ ນະປະຈຳສະພາປະຊາຊົນແຂວງ ຊຸດທີ 2 ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເພື່ອເຮັດໃຫ້ວຽກງານມີຜົນສຳເລັດເປັນກ້າວໆ ເປັນ ຕົ້ນ ສືບຕໍ່ຊຸກຍູ້ວຽກງານສຶກສາອົບ ຮົມການເມືອງແນວຄິດ ໃຫ້ແກ່ພະນັກ ງານ-ລັດຖະກອນ, ວຽກງານກໍ່ສ້າງພະ ນັກງານ, ວຽກງານດ້ານວິຊາການ ແລະວິຊາສະເພາະ, ການປົກປັກຮັກສາວັດຖຸ ຊັບສິນສ່ວນລວມ ຂອງສະພາປະຊາຊົນແຂວງ, ຈາກນັ້ນ ໄດ້ມີພິທີເຊັນບົດບັນທຶກການມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນແຂວງ ຊຸດທີ 1 ແລະທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະ ຊາຊົນແຂວງຊຸດທີ່ 2, ພ້ອມດ້ວຍຮອງປະທານສະພາປະຊາຊົນແຂວງ, ເລຂາ ທິການສະພາປະຊາຊົນແຂວງ, ປະທານຄະນະກໍາມາທິການເສດຖະກິດແຜນ ການການເງິນ, ປະທານຄະນະກໍາມາທິ ການ ຍຸຕິທໍາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະທານຄະນະກໍາມາທິການວັດທະນະທໍາ-ສັງຄົມ ແລະບັນດາເຜົ່າ ຂອງສະພາປະຊາຊົນແຂວງຫຼວງຫລວງພະບາງ ໂດຍຊ່ອງໜ້າ ຄະນະປະ ທານກອງປະຊຸມ ແລະຜູ້ເຂົ້າຮ່ວມ,ໂດຍປະຕິບັດມາດຕະການປ້ອງກັນພະຍາດ ໂຄວິດ 19 ຢ່າງເຂັ້ມງວດ. ໂອກາດທີ່ມີຄວາມໝາຍສໍາຄັນນີ້ ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍ ຄະນະນຳຂອງສະພາປະຊາຊົນແຂວງ ຊຸດທີ 1 ທີ່ ໄດ້ມີຜົນງານທີ່ພົ້ນເດັ່ນຫລາຍດ້ານ, ພ້ອມທັງເນັ້ນໜັກ ໃຫ້ຄະນະນຳຂອງສະ ພາປະຊາຊົນແຂວງຊຸດທີ 2 ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ທີ່ຄະນະນຳຂອງສະພາປະຊາຊົນແຂວງ ຊຸດທີ 1 ໄດ້ສ້າງໄວ້, ທັງຈັດຕັ້ງປະຕິບັດວຽກງານ ຂອງສະພາປະຊາຊົນແຂວງ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ດ້ວຍການປະຕິບັດສິດ-ພາລະບົດບາດຂອງວຽກ ງານສະພາປະຊາຊົນ, ທັງສອດຄ່ອງຕາມສະພາບຄວາມເປັນຈິງ ຂອງແຂວງຫຼວງພະບາງ ຕາມນິຕິກໍາ, ກົດລະບຽບ ແລະກົດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ.
ຂ່າວ: ທະນຸສີນ ອິດທິພົນ

