ໃນວັນທີ 14 ມິຖຸນາ 2021, ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງ ມອບ-ຮັບໜ້າທີ່ຜູ້ອໍານວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໃຫ້ກຽດເຂົ້າ ຮ່ວມໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານສະພາຜູ້ບໍລິຫານ ທຄຕລ ພ້ອມດ້ວຍຄະນະສະພາບໍລິຫານ, ຄະນະອໍານວຍການ, ຄະນະພະແນກ, ຄະນະສູນ, ຄະນະສາຂາທົ່ວລະບົບເຂົ້າຮ່ວມຜ່ານລະບົບອອນລາຍ ໂປຣແກມ Zoom.

ໃນພິທີທ່ານ ຄໍາສຸກ ສູນດາລາ ຮອງປະ ທານສະພາບໍລິຫານ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຜູ້ອໍານວຍການ ທຄຕລ (ຜູ້ໃໝ່) ແລະ ການຍົກຍ້າຍໄປຮັບໜ້າທີ່ໃໝ່ຂອງຜູ້ອໍານວຍການ ທຄຕລ (ຜູ້ເກົ່າ) ໂດຍແມ່ນທ່ານ ຄໍາພຸດ ສິດທິລາດ ຖືກແຕ່ງຕັ້ງເປັນຜູ້ອໍານວຍການທະ ນາຄານການຄ້າຕ່າງປະເທດລາວ ມະຫາ ຊົນ (ຜູ້ໃໝ່) ແລະ ທ່ານ ພູຂົງ ຈັນທະຈັກ ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ທະນາຄານແຫ່ງ ສປປ ລາວ.


ໃນໂອກາດນີ້ ທ່ານ ສອນໄຊ ສິດພະໄຊ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຜ່ານມາຂອງ ທ່ານ ພູຂົງ ຈັນທະຈັກ ທີ່ໄດ້ທຸ້ມເທເຫື່ອແຮງທັງກາຍ ແລະ ໃຈ ເຂົ້າໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍຕະຫຼອດໄລຍະເວລາທີ່ຜ່ານມາ ດ້ວຍຄວາມຮັບຜິດຊອບສູງ ຊຶ່ງລ້ວນແລ້ວແຕ່ເປັນໝາກຜົນສໍາເລັດທີ່ພົ້ນເດັ່ນທີ່ສະແດງອອກໃນຫຼາຍໆດ້ານ, ພ້ອມກັນນັ້ນ ທ່ານຍັງໄດ້ໃຫ້ທິດຊີ້ນໍາອັນລວມໃນຕໍ່ໜ້າ ໂດຍໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມ ແລະ ສຸມໃສ່ຜັນຂະຫຍາຍໄປຕາມແນວທາງນະໂຍບາຍຂອງພັກ-ລັດ ໃຫ້ທຸກຄົນຮ່ວມແຮງພ້ອມກັນພັດທະນາສ້າງສາ ທຄຕລ ໃຫ້ເປັນທະນາຄານທີ່ເຂັ້ມແຂງ ທັນສະໄໝ ບົນພື້ນຖານການຮັບໃຊ້ສັງຄົມກໍຄືປະຊາຊົນລາວທົ່ວປະເທດ.

ຂ່າວ-ພາບ: ທຄຕລ