ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີມອບ-ຮັບໜ້າທີ່ລະຫວ່າງ ຮັກສາການຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະ ເທດ (ຜູ້ ເກົ່າ) ແລະ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ(ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2021, ຢູ່ທີ່ກະ ຊວງປ້ອງກັນ ປະ ເທດ, ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີສະຫາຍ ພົນຈັດ ຕະວາ ໄພວັນ ຈັນທະພົມມາ ຮັກ ສາການຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດຜູ້ເກົ່າ, ສະ ຫາຍ ພົນຈັດຕະວາ ສາຍໃຈ ກົມ ມະສິດ ຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດຜູ້ໃໝ່, ມີຄະ ນະພັກກະຊວງປ້ອງກັນປະເທດ, ມີຄະ ນະພັກກົມໃຫຍ່, ຄະນະກົມ, ຫ້ອງການ ແລະ ບັນດາບໍລິສັດ ລັດວິສາຫະກິດທີ່ຂຶ້ນກັບກະຊວງ ປ້ອງກັນປະເທດເຂົ້າ ຮ່ວມ.
ໃນພິທີ ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ໄດ້ລາຍ ງານສະພາບການໃນຕະຫຼອດ ໄລຍະເວລາທີ່ໄດ້ດໍາລົງຕໍາແໜ່ງຮັກສາການຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ເຖິງວ່າ ພຽງໄລຍະສັ້ນ ແລະ ໃນທ່າມກາງ ສະພາບ ການລະບາດຂອງເຊື້ອ ພະຍາດ ໂຄວິດ- 19, ແຕ່ກໍໄດ້ສູ້ຊົນ ພ້ອມກັບບັນດາສະຫາຍໃນຄະ ນະພັກອົງການຫ້ອງວ່າການກະ ຊວງຊີ້ນຳ-ນຳພາທຸກວຽກງານ ແລະ ຍາດໄດ້ຜົນງານຫຼາຍດ້ານ ໂດຍຕິດພັນກັບຜົນງານລວມ ຂອງກະຊວງປ້ອງກັນປະເທດ, ເຮັດໃຫ້ສະພາບທົ່ວຫ້ອງວ່າ ການກະຊວງມີຄວາມສະຫງົບ-ປອດໄພ ແລະ ມີການ ພັດທະນາ ຕໍ່ເນື່ອງ, ສະມາ ຊິກພັກ-ພະນັກ ງານ ແລະ ນັກຮົບມີແນວຄິດ-ການ ເມືອງໜັກແໜ້ນ, ມີຄວາມຈົງ ຮັກ-ພັກດີຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມ ອົດທົນຜ່ານຜ່າອຸປະສັກຫຍຸ້ງ ຍາກ ແລະ ເຮັດສຳເລັດໜ້າທີ່ການ ເມືອງຂອງຕົນເປັນຢ່າງດີ. ຜົນ ສໍາເລັດດັ່ງກ່າວນັ້ນກໍຍ້ອນມີ ການຊີ້ນຳ-ນຳພາຢ່າງໃກ້ຊິດ ຂອງຄະນະ ພັກກະຊວງ, ຄະນະ ພັກຂັ້ນເທິງ, ການອຸ້ມຊູຊ່ວຍ ເຫຼືອ ແລະ ການຮ່ວມໄມ້- ຮ່ວມມື ຈາກອົງການຈັດຕັ້ງທຸກຂັ້ນ, ຄະ ນະພັກ ແລະ ບັນດາສະຫາຍພະ ນັກງານ- ສະມາຊິກພັກ ໃນຫ້ອງ ວ່າການກະຊວງປ້ອງກັນປະ ເທດ, ຈຶ່ງເຮັດໃຫ້ຫ້ອງວ່າການກະ ຊວງພວກເຮົາ ມີຜົນສໍາເລັດໜ້າ ທີ່ການເມືອງຂອງຕົນເປັນຢ່າງດີ. ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ກໍໄດ້ກ່າວຮັບໜ້າທີ່ ໂດຍໄດ້ກ່າວວ່າ: ຈະໃຊ້ທຸກຄວາມ ພະຍາຍາມໃນການຈັດຕັ້ງປະ ຕິ ບັດການຊີ້ນໍາ-ນໍາພາຂອງຂັ້ນ ເທິງໃຫ້ດີທີ່ສຸດ ເປັນຕົ້ນແມ່ນ ການເພີ່ມທະວີຄວາມຮັບຜິດຊອບ ຂອງຕົນຕໍ່ໜ້າທີ່ການເມືອງທີ່ໄດ້ ຮັບການມອບໝາຍ, ຈະສືບຕໍ່ສຶກ ສາຄົ້ນຄວ້າສົມທົບກັບໝູ່ຄະ ນະ ເພື່ອສືບຕໍ່ໃນການຈັດຕັ້ງປະຕິບັດ ບັນດາໜ້າວຽກເພື່ອເຮັດໃຫ້ວຽກ ງານຕ່າງໆດໍາເນີນໄປຕາມແຜນ ການຊີ້ນໍາຂອງຂັ້ນເທິງ, ສືບຕໍ່ຊີ້ ນໍາການປັບປຸງແບບແຜນວິທີ ເຮັດວຽກ, ເພີ່ມທະວີຄວາມສາມັກ ຄີຄວາມເປັນເອກະພາບຢູ່ພາຍ ໃນ, ຍຶດຖືຫຼັກການ ຜົນປະໂຫຍດ ສ່ວນລວມໃຫ້ສູງກວ່າຜົນປະ ໂຫຍດສ່ວນຕົວ ແລະ ບັນຫາອື່ນໆ ຕາມທີຂັ້ນເທິງຊີ້ນໍາ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີ ຄຳ ເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ໄດ້ກ່າວຊົມເຊີຍຕໍ່ກັບ ຜົນງານທີ່ຍາດມາໄດ້ໃນໄລຍະ ຜ່ານມາ ພ້ອມທັງເນັ້ນໜັກໃຫ້ ຍົກສູງຄວາມຮັບ ຜິດຊອບໜ້າທີ່ ການເມືອງຂອງຕົນໃນການຊີ້ ນຳ- ນຳ ພາຂົງເຂດວຽກງານຕາມ ພາລະບົດບາດຂອງກົມກອງ, ສຸມໃສ່ປັບປຸງແບບແຜນວິທີ ເຮັດວຽກ, ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນ ເອງໃນທຸກດ້ານ, ເພີ່ມທະວີຄວາມ ສາມັກ ຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງໃນທຸກດ້ານ ກ້າວໄປສູ່ການປັບປຸງບູລະນະກົງຈັກການ ຈັດຕັ້ງພາຍໃນໃຫ້ຖືກຕ້ອງສອດ ຄ່ອງກັບໜ້າທີ່ວິຊາສະເພາະຕົວ ຈິງຂອງກົມກອງ.
ໂດຍ: ແສງເດືອນ