ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ນາງ ພິຈິກາ ບຸນກວ້າງ ປະຕິບັດຕາມສັນຍາທີ່ໃຫ້ໄວ້ກັບນັກກິລາບານເຕະຊາຍ ຮຸ່ນອາຍຸ 23 ປີ ຫຼື ຢູ-23 ທີ່ໄດ້ອັນດັບທີ 3 ຮ່ວມ ໃນການແຂ່ງຂັນບານເຕະຊີງແຊ໋ມອາຊຽນ ຮຸ່ນອາຍຸ 23 ປີ ຈັດຂຶ້ນໃນລະຫວ່າງວັນທີ 14-26 ກຸມພາ 2022 ຜ່ານມານີ້ ທີ່ນະຄອນຫລວງພະນົມເປັນ, ປະເທດກຳປູເຈ່ຍ, ເຊີ່ງລາຍການນີ້ທີມຊາດຫວຽດນາມ ໄດ້ຄອງແຊ້ມສໍາເລັດ.
ໃນການແຂ່ງຂັນຄັ້ງນີ້ ພາຍຫລັງທີ່ ຢູ-23 ທີມຊາດລາວ ສາມາດຜ່ານເຂົ້າຮອບຮອງຊະນະເລີດດ້ວຍການເອົາຊະນະ ທີມຊາດລາວ ເອົາຊະນະ ທີມຊາດມາເລເຊຍ ທັງ 2 ນັດ ໃນຮອບຄັດເລືອກ ໄດ້ເຂົ້າຮອບເປັນທີ 1 ຂອງ B ໂດຍຮອບຮອງຊະນະເລີດ ຫລື ເຂົ້າຮອບ 4 ທີມສຸດທ້າຍ ພົບກັບ ທີມຊາດໄທ.
ດ້ວຍຄວາມດີໃຈ ແລະ ພາກພູມໃຈ, ພ້ອມທັງເປັນການສ້າງຂັວນກໍາລັງໃຈ ທ່ານ ນາງ ພິຈິກາ ບຸນກວ້າງ ໄດ້ປະກາດໃຫ້ເງິນສະໜັບສະໜູນແກ່ນັກກິລາຢູ-23 ຂອງລາວ 40.000.000 ກີບ. ຢ່າງ ໃດກໍຕາມ, ເຖີງວ່າທີມຊາດລາວ ບໍ່ສາມາດເອົາຊະນະ ທີມຊາດໄທໄດ້ ແລະ ໂຊກຮ້າຍກວ່ານັ້ນແມ່ນບໍ່ສາມາດລົງແຂ່ງຊີງອັນດັບທີ 3 ກັບ ທີມຊາດ ຕີມໍ ເລສເຕ ໄດ້ຍ້ອນວ່ານັກກິລາລາວຈຳນວນຫຼາຍຕິດເຊື້ອພະຍາດໂຄວິດ-19 ເຮັດໃຫ້ຈໍາເປັນຕ້ອງຂໍຖອນຕົວ, ແຕ່ສະຫະພັນບານເຕະອາຊຽນ (AFF) ໄດ້ຕັດສິນໃຫ້ ຢູ-23 ຂອງລາວ ແລະ ຢູ-23 ຕີມໍເລສເຕ ຄອງອັນດັບທີ 3 ຮ່ວມກັນ. ຂະນະທີ່ ທ່ານ ນາງ ພິຈິກາ ບຸນກວ້າງ ໄດ້ລະດົມທຶນຈາກຫລາຍພາກສ່ວນສົມທົບເຮັດໃຫ້ຈໍານວນເງິນເພີ່ມຂຶ້ນເປັນທັງໝົດ 100.000.000 ກີບ ເພື່ອມອບໃຫ້ ຢູ-23 ລາວ.
ພິທີມອບ-ຮັບເງິນສະໜັບສະໜູນ 100 ລ້ານກີບ ໃຫ້ນັກກິລາບານເຕະ ຢູ-23 ທີມຊາດລາວໃນຄັ້ງນີ້ ຈັດຂຶ້ນໃນຕອນຄໍ່າວັນທີ 14 ມີນາ 2022 ທີ່ໂຮງແຮມແລນມາກ, ນະຄອນຫລວງວຽງຈັນ, ເຊີ່ງໃນພິທີນຄັ້ງນີ້ ຍັງມີບາງພາກສ່ວນມອບເງິນສົມ ທົບ ຄື ບໍລິສັດ ບຸນມາສີແສງຄຳອາສັງ ຫາລິມະຊັບ ຈຳກັດຜູ້ດຽວ ມອບໃຫ້ 20.000.000 ກີບ, ບໍລິສັດ VND ຈຳກັດ ແລະ ຮ້ານດາວິນາ ດີຊາຍ ເຟີນີເຈີ ມອບ ໃຫ້ພາກສ່ວນລະ 5.000.000 ກີບ.
May be an image of 3 people, people sitting, people standing and indoor
May be an image of 11 people, people standing and indoor
May be an image of 4 people