ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2022 ນີ້, ຢູ່ທີ່ຫ້ອງການສາທາລະນະສຸກເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບເຮືອຈຳນວນ 6 ລຳໃຫ້ 6 ບ້ານຂອງເມືອງທຸລະຄົມ ຄື: ບ້ານບຸ່ງພ້າວ, ຫລິ່ງຊັນ, ໂພນແພງ, ຫາດສ້ຽວ, ບ້ານຈຸ້ມ, ບ້ານແຈ້ງ, ໃນຈໍານວນ 6 ບ້ານດັ່ງກ່າວ ແມ່ນນອນຢູ່ໃນເປົ້າໝາຍຂອງໂຄງການຫຼຸດຜ່ອນຄວາມສ່ຽງໄພພິບັດທໍາມະຊາດຂອງເມືອງ ທີ່ໄດ້ຜ່ານການຄົ້ນຄວ້າ ແລະ ກໍານົດເຂົ້າໃນແຜນການໃນໄລຍະຜ່ານມາແລ້ວ, ເນື່ອງຈາກເປັນບ້ານທີ່ຢູ່ໃກ້ກັບນໍ້າງື່ມເຄີຍຖືກນໍ້າຖ້ວມຫລາຍຄັ້ງໃນຮອບຫລາຍປີຜ່ານມາ, ເຮືອທີ່ມອບ-ຮັບເປັນເຮືອຜະລິດຈາກໂລຫະແບບຕິດຕັ້ງເຄື່ອງຈັກ, ມີຂະໜາດກວ້າງ-ຍາວເໝາະສົມ ຕາມມາດຕະຖານທີ່ໂຄງການກໍານົດໄວ້ ສາມາດບັນ ທຸກເຄື່ອງຂອງ, ຄົນ ຫລື ສັດ ໃນເວລານໍ້າຖ້ວມສຸກເສີນ;
ເປັນກຽດເຂົ້າຮ່ວມພິທີຂອງ ທ່ານ ຮສຈ.ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ, ມີພາກສ່ວນກ່ຽວຂ້ອງແຕ່ລະຂັ້ນ ແລະ ຕາງໜ້າອົງການປົກຄອງບ້ານເປົ້າໝາຍ. ທ່ານ ດຣ ບຸນເນົາ ພະຈອມພົນ ປະທານອົງການກາແດງແຂວງວຽງຈັນ ໄດ້ຂຶ້ນຜ່ານບົດລາຍງານຂອງໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາໃນສົກປີ 2020-2021, ຍົກໃຫ້ເຫັນຜົນສໍາເລັດ, ຂໍ້ສະດວກ ແລະ ຈຸດຄົງຄ້າງ, ຈາກນັ້ນ ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມ, ທີ່ຕັ້ງພາລະບົດບາດ, ຂອບເຂດສິດ, ໜ້າທີ່ຕົ້ນຕໍ, ຜົນສໍາເລັດການເຄື່ອນໄຫວໃນຊຸມປີຜ່ານມາ ແລະ ຍົກໃຫ້ເຫັນລະບົບການຈັດຕັ້ງຂອງອົງການກາແດງລາວ; ໂອກາດດຽວກັນ ທ່ານ ເຈົ້າເມືອງທຸລະຄົມ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຢືນຢັນຈະເອົາໃຈໃສ່ຊຸກຍູ້ບ້ານ ໃຫ້ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາເຮືອທີ່ໄດ້ຮັບການຊ່ວຍເຫຼືອໃຫ້ເປັນຊັບສິນລວມຂອງບ້ານ ເພື່ອຈະໄດ້ນໍາມາໃຊ້ຍາມມີວຽກສຸກສີນ ໂດຍສະເພາະໃນເວລາຫາກມີນໍ້າຖ້ວມ, ໃນວາລະຕອນທ້າຍໄດ້ເຂົ້າສູ່ພິທີມອບຮັບເຮືອ 6 ລໍາ ລວມມູນຄ່າທັງໝົດ 162,000,000 ກີບ, ໂດຍຮັບການສະໝັບສະໝູນຈາກ ອົງການກາແດງ ສປ ຈີນ.






