ພິທີ ມອບ – ຮັບ ແລະ ເປີດການນໍາໃຊ້ຂົວຂ້າມຫ້ວຍຊຽງລົງ ແລະ ອາຄານຮຽນ ໂຮງຮຽນປະຖົມ ບ້ານ ຊຽງແຫວນ ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 2 ມີນາ 2023 ເປັນກຽດເຂົ້າຮ່ວມ ແລະ ຕັດແຖບຜ້າ ເປີດການນຳໃຊ້ໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ຊູເສຈູນ ຮອງຜູ້ອໍານວຍການບໍລິສັດ ເອເຊຍ ໂປຕາສ ຈຳກັດ; ພ້ອມດ້ວຍບັນດາທ່ານໃນຄະນະການນໍ າຂອງແຂວງ, ການນໍາເມືອງທ່າແຂກ, ບັນດາຕາງໜ້າພະແນກການອ້ອມຂ້ າງແຂວງ ແລະ ເມືອງ, ພາກສ່ວນບໍລິສັດ, ຕະຫລອດຮອດອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານດັ່ງກ່າວເຂົ້ າຮ່ວມ.
ໂຄງການກໍ່ສ້າງ ຂົວຂ້າມຫ້ວຍຊຽງລົງ ແມ່ນເປັນປະເພດ ຂົວເບຕົງ, ມີຄວາມຍາວ 45 ແມັດ, ກວ້າງ 4,5 ແມັດ, ງົບປະມານການກໍ່ສ້າງທັງໝົດ 1.266.000 ຢວນ ຫລື ເທົ່າກັບ 3.150 ລ້ານກີບ, ໄດ້ເລີ່ມດໍາເນີນການກໍ່ສ້າງນັ ບແຕ່ກາງເດືອນ ພະຈິກ 2022 ຈົນເຖິງເດືອນ ກຸມພາ 2023 ໃຊ້ເວລາ 3 ເດືອນກວ່າ ຈິ່ງສໍາເລັດ 100%, ຄຽງຄູ່ກັບການກໍ່ສ້າງຂົວກໍ່ຄື ໂຄງການກໍ່ສ້ າງອາຄານຮຽນໂຮງຮຽນປະຖົມສົມບູນ ບ້ານ ຊຽງແຫວນ ເຊິ່ງເປັນອາຄານຖາວອນຊັ້ນດຽວ ປະກອບມີ 5 ຫ້ອງຮຽນ, 1 ຫ້ອງພັກຄູ, ພ້ອມມີໂຕະຕັ່ງນັກຮຽນ-ຄູ ອາຈານ ແລະ ຫ້ອງນໍ້າຄົບຊຸດ ໂດຍໃຊ້ງົບປະມານໃນການກໍ່ສ້າງ ທັງໝົດ 803.000 ຢວນ ຫລື 2.007 ລ້ານກີບ, ຂະໜາດເນື້ອທີ່ ຂອງໂຕອາຄານຮຽນປະມານ 400 ຕາແມັດ ແລະ ອາຄານຫ້ອງນໍ້າປະມານ 36 ຕາແມັດ ມີເດີ່ນກວ້າງ 5.160 ຕາແມັດ ສາມາດຮອງຮັບນັກຮຽນໄດ້ 120 ຄົນ. ທັງສອງໂຄງການແມ່ນການຊ່ວຍເຫລືອລ້ າ ຈາກ ບໍລິສັດຊິໂນ ອາກຣີ ໂປຕາສ ຈຳກັດ, ເຊິ່ງນອນໃນໂຄງການພັດທະນາ ແລະ ແກ້ໄຂຄວາມທຸກຍາກປະຊາຊົນ ໂດຍແມ່ນການເຫັນດີຂອງອຳນາດການປົ ກຄອງແຂວງຄຳມ່ວນ ທີໄດ້ຕົກລົງ ມອບໃຫ້ ບໍລິສັດດັ່ງກ່າວຊ່ວຍພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ບ້ານຊຽງແຫວນ ເມືອງທ່າແຂກ.
ໂອກາດນີ້ ທ່ານ ຮອງຜູ້ອຳນວຍການ ບໍລິສັດ ເອເຊຍ ໂປຕາສ ຈຳກັດ ໄດ້ເປັນກຽດຂື້ນ ກ່າວມອບໂຄງການດັງກ່າວໃຫ້ແກ່ ແຂວງຄຳມ່ວນ, ຕາງໜ້າຂື້ນກ່າວຮັບ ໂດຍ ທ່ານ ສີຫງວນ ອິນທະລາດ ຮອງເຈົ້າເມືອງທ່າແຂກ; ພາຍຫຼັງສໍາເລັດການມອບ-ຮັບ ໂຄງການດັ່ງກ່າວແລ້ວ ທ່ານເຈົ້າແຂວງ ຄໍາມ່ວນ ແລະ ບັນດາແຂກຖືກເຊີນ, ພ້ອມດ້ວຍພາກສ່ວນບໍລິສັດ ກໍ່ໄດ້ສືບຕໍ່ຢ້ຽມຊົມໂຄງການປູກຜັ ກໃນເຮືອນຮົມ, ເຊິ່ງແມ່ນໜຶ່ງໃນບັນດາກິ ດຈະການຂອງບໍລິສັດຊີໂນ-ອາກຣີ ໂປຕາສຈຳກັດ ໜ່ວຍງານພັດທະນາ ແລະ ແກ້ໄຂຄວາມທຸກຍາກ.
ໃນໂອກາດເຂົ້າຮ່ວມ ພິທີມອບ-ຮັບ ຜົນສໍາເລັດ ຂອງໂຄງການທີ່ໄດ້ຮັບການຊ່ວຍເຫຼືອ ໃນຄັ້ງນີ້ ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ກ່າວສະແດງຄວາມຂອບໃຈເປັນຢ່ າງສູງມາຍັງ ທ່ານ ຜູ້ອໍານວຍການບໍລິສັດທີ່ໄດ້ ປະກອບສ່ວນທຶນ ຮອນຢ່າງຫລວງຫລາຍ ຊ່ວຍເຫລືອສ້າງ ໂຮງຮຽນ ແລະ ຂົວ ເຊິ່ງການກໍ່ສ້າງດັ່ງກ່າວ ຈະເປັນຕົວແບບ ແລະ ແບບຢ່າງທີ່ດີນຳໄປສູ່ຂະບວນການອື່ ນ ເພື່ອພັດທະນາສັງຄົມ ເຮັດໃຫ້ພໍ່ແມ່ປະຊາຊົນ ມີຄວາມສະດວກສະບາຍໃນການສັນຈອນໄປ- ມາ ກໍ່ຄືການດຳລົງຊີວິດ, ແລກປ່ຽນຊື້-ຂາຍ ສິນຄ້າ ແລະ ອື່ນໆ. ຕໍ່ກັບຜົນສຳເລັດດັ່ງກ່າວນີ້ ທ່ານຍັງໄດ້ ຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ຈົ່ງຖືເປັນຊັບສົມບັດຂອງບ້ານ ເພື່ອພ້ອມກັນເປັນເຈົ້າ ປົກປັກຮັກສາ ເພື່ອເຮັດແນວໃດໃຫ້ຂົວ ແລະ ໂຮງຮຽນ ດັ່ງກ່າວ ໄດ້ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ນຳໃຊ້ໄດ້ຢ່າງຍາວນານ.
#ວິທະຍຸຄຳມ່ວນ