ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີມອບ-ຮັບ ແລະ ເປີດນຳໃຊ້ ໂຄງການສ້ອມແປງຍົກລະດັບ ເຂດອະນຸສອນ ປະທານ ໂຮ່ຈິມິນ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ ນີ້ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄຳມ່ວນ ໃຫ້ກຽດເຂົ້າຮ່ວມ ຝ່າຍລາວນຳໂດຍ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄຳມ່ວນ, ມີທ່ານ ເພັດຖາວອນ ພິລະວັນ ຄະນະປະຈຳພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ປປ ລາວ, ຝ່າຍຫວຽດນາມນຳໂດຍ ທ່ານ ປອ. ຫວູແມ໋ງຮ່າ ອຳນວຍການຫໍພິພິທະພັນ ໂຮ່ຈິມິນ ສສ ຫວຽດນາມ, ມີຕາງໜ້າສະຖານທູດ ສສ ຫວຽດນາມປະຈຳລາວ, ເຈົ້າເມືອງໜອງບົກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທີ່ມີຄວາມໝາຍຄວາມສຳຄັນ ທ່ານ ພັນເອກ ຫງຽນຫວຽດອ່ຽນ ຮອງອຳນວຍການໃຫຍ່ບໍລິສັດ ໂກເອໂກ ແລະ ທ່ານ ປອ. ຫວູແມ໋ງຮ່າ ໄດ້ຂຶ້ນລາຍງານຫຍໍ້ ແລະ ກ່າວມີຄຳເຫັນກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການສ້ອມແປງ ຍົກລະດັບເຂດອະນຸສອນສະຖານ ປະທານ ໂຮ່ຈິມິນ ທີ່ບ້ານຊຽງຫວາງ ໃນມູນຄ່າທັງໝົດ 13 ຕື້ກວ່າດົງ (ສະ​ກຸນ​ເງິນ​ຫວຽດ​ນາມ) ໂດຍແມ່ນ ບໍລິສັດ ຮ່ວມມືເສດຖະກິດໂກເອໂກ ແລະ ບໍລິສັດຫຸ້ນສ່ວນອອກແບບຜັງເມືອງຫວຽດນາມ ເປັນຜູ້ຮັບເໜົາກໍ່ສ້າງ, ພາຍຫຼັງ 4 ເດືອນກວ່າໃນການຈັດຕັ້ງການກໍ່ສ້າງ: ປັບປຸງສະພາບຊໍາລຸດຊຸດໂຊມ ແລະ ເພີ່ມເຕີມບາງເນື້ອໃນທີ່ຍັງບໍ່ທັນຄົບຖ້ວນ ມາຮອດວັນທີ 25 ມິຖຸນາ ກໍໄດ້ສຳເລັດ.
ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ແລະ ທ່ານ ໄພມະນີ ພົມມະສານ ຮອງຫົວໜ້າຫ້ອງວ່າການແຂວງຄຳມ່ວນ ໄດ້ຜັດປ່ຽນກັນຂຶ້ນກ່າວຮັບ ແລະ ກ່າວສະແດງຄວາມຂອບໃຈຮູ້ບຸນຄຸນຢ່າງສູງຕໍ່ພັກ-ລັດຖະບານ ລາວ-ຫວຽດນາມ ອັນໄດ້ເຮັດໃຫ້ສະຖານທີ່ແຫ່ງນີ້ມີໂສມໜ້າໃໝ່ໂດດເດັ່ນ ສົມກັບເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດອັນສຳຄັນຂອງແຂວງຄຳມ່ວນ. ໂຄງການຍົກລະດັບເຂດອະນຸສອນສະຖານແຫ່ງນີ້ແມ່ນການຊ່ວຍເຫຼືອ ແລະ ເປັນຂອງຂວັນຈາກພັກ-ລັດຖະບານ ແລະ ປະຊາຊົນຊາວຫວຽດນາມ, ທັງນີ້ກໍແມ່ນໄດ້ສະແດງເຖິງຄວາມເອົາໃຈໃສ່, ຄວາມຫວ່ງໃຍຂອງສອງພັກ-ສອງລັດ, ເປັນການເສີມຂະຫຍາຍເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ ປະທານ ໄກສອນ ພົມວິຫານ ແລະ ປະທານ ໂຮ່ຈິມິນ ຜູ້ນຳທີ່ແສນເຄົາລົບຮັກພວກເຮົາໄດ້ສ້າງໄວ້. ການເປີດນຳໃຊ້ເຂດອະນຸສອນດັ່ງກ່າວຈະເປັນໂອກາດ ແລະ ເງື່ອນໄຂທີ່ດີໃຫ້ປະຊາຊົນລາວບັນດາເຜົ່າ, ຊາວຫວຽດນາມຕ່າງດ້າວ ແລະ ຊາວຕ່າງປະເທດທີ່ເຂົ້າມາຢ້ຽມຢາມ, ສັກກາ ລະບູຊາ, ສຶກສາຄົ້ນຄວ້າຮໍ່າຮຽນກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈິມິນ ກໍຄືສາຍພົວພັນຄວາມສາມັກຄີພິເສດຂອງສອງຊາດລາວ-ຫວຽດນາມ ແລະ ເພື່ອເປັນການຊົມເຊີຍ ແລະ ຕ້ອນຮັບການສະເຫຼີມສະຫຼອງປີແຫ່ງຄວາມສາມັກຄີມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນເຕັມໄປດ້ວຍເນື້ອໃນຄວາມໝາຍສຳຄັນເລິກເຊິ່ງ.
ໃນພິທີຕາງໜ້າຜູ້ແທນທັງສອງຝ່າຍ ແລະ ຕາງໜ້າບໍລິສັດຮັບເໝົາກໍ່ສ້າງຍັງໄດ້ພ້ອມກັນ ລົງນາມເຊັນບົດບັນທຶກມອບ-ຮັບ ແລະ ເປີດນໍາໃຊ້ຢ່າງເປັນທາງການ ແລະ ມອບໃຫ້ແຂວງຄໍາມ່ວນ ເປັນຜູ້ຄຸ້ມຄອງເບິ່ງແຍງ ແລະ ປົກປັກຮັກສາ, ໂອກາດນີ້ ທ່ານເຈົ້າແຂວງຄຳມ່ວນ ແລະ ຄະນະຜູ້ແທນທີ່ເຂົ້າຮ່ວມ ຍັງໄດ້ຢ້ຽມຊົມພິພິທະພັນ ພ້ອມທັງຮ່ວມປູກຕົ້ນໄມ້ ຢູ່ເດີ່ນສວນເຂດອະນຸສອນສະຖານແຫ່ງນີ້ ເພື່ອເປັນທີ່ລະນຶກອີກດ້ວຍ.
(ຂ່າວ: ມະນີວັນ)