ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຮງຮຽນທິດສະດີການເມືອງກອງທັບ ຢູ່ບ້ານນາຄວາຍ ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ໂດຍໄດ້ຮັບການຊ່ວຍເຫລືອຈາກກະຊວງປ້ອງກັນປະເທດຫວຽດນາມ ມີຂຶ້ນໃນວັນທີ 9 ສິງຫາ 2021 ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະ ເທດແຫ່ງ ສປປ ລາວ; ສະຫາຍ ພົນເອກ ຟານວັນຢາງ ກໍາ ມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສສ ຫວຽດນາມ.
ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວຫນ້າກົມໃຫຍ່ການເມືອງກອງທັບ ກ່າວວ່າ: ມີຄວາມພາກພູມໃຈເປັນຢ່າງຍິງ ແລະ ເປັນກຽດຢ່າງສູງ ທີ່ໄດ້ຕາງຫນ້າ ຄະນະນໍາກະຊວງປ້ອງ ກັນປະເທດກໍຄືກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໃນນາມເຈົ້າ ຂອງໂຄງການ ຂຶ້ນມາກ່າວຮັບໂຄງການກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບທີ່ໄດ້ ຮັບທຶນຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດຫວຽດນາມ ໂດຍມີເນື້ອທີ່ການກໍ່ສ້າງທັງຫມົດ 10 ເຮັກຕາ, ມີມູນຄ່າການກໍ່ສ້າງທັງຫມົດ 301 ຕື້ດົ່ງຫວຽດນາມ ເຊິ່ງເລີ່ມກໍ່ສ້າງແຕ່ປີ 2018 ສໍາເລັດຕາມຄາດຫມາຍ ສ່ວນວຽກກໍ່ສ້າງແມ່ນ ບໍລິສັດລາວີນາໂກປະກອບມີ 36 ຜູ້ຮັບເຫມົາກໍ່ສ້າງ ທີ່ໄດ້ມີຄວາມພະຍາຍາມດໍາເນີນການກໍ່ສ້າງໃຫ້ສໍາເລັດຕາມສັນຍາ ແລະ ບັນລຸຕາມມາດຖານທີ່ໄດ້ກໍານົດໄວ້.
ທ່ານກ່າວຕື່ມວ່າ: ໂຄງການກໍ່ສ້າງອາຄານໂຮງຮຽນທິດ ສະດີການເມືອງກອງທັບນີ້, ຈະເປັນເບົ້າຫຼໍ່ສ້າງພະນັກງານສືບທອດດ້ານການເມືອງ-ແນວຄິດ ແກ່ກອງທັບປະຊາຊົນລາວ ໃຫ້ມີການພັດທະນາກ້າວຂຶ້ນເປັນກອງທັບປະຕິວັດ, ມີແບບແຜນທັນສະໄຫມ ເຊິ່ງພາຍຫຼັງສໍາເລັດການກໍ່ສ້າງທາງໂຮງຮຽນກໍ່ໄດ້ຈັດຕັ້ງເປີດຊຸດອົບຮົມ, ບໍາລຸງພະນັກ ງານໄດ້ສໍາເລັດຈໍານວນຫນຶ່ງເຊັ່ນ : ປີ 2020 – 2021 ໄດ້ເປີດຊຸດບໍາລຸງທິດສະດີ ມາກ – ເລນິນ (ລະບົບ 5 ເດືອນ) ມີຈໍານວນພົນເຂົ້າຮ່ວມ 30 ສະຫາຍ, ຊຸດບໍາລຸງວຽກງານກວດກາກອງທັບ (ລະບົບ 2 ເດືອນ) ມີຈໍານວນພົນເຂົ້າ ຮ່ວມ 30 ສະຫາຍ, ບໍາລຸງວຽກງານກໍ່ສ້າງຮາກຖານການເມືອງ (ລະບົບ 3 ເດືອນ)ມີຈໍານວນພົນເຂົ້າຮ່ວມ 30 ສະຫາຍ ແລະ ຊຸດບໍາລຸງວຽກງານປ້ອງກັນພາຍໃນກອງ ທັບ (ລະບົບ 5 ເດືອນ) ມີຈໍານວນພົນເຂົ້າຮ່ວມ 30 ສະຫາຍ. ພິເສດປັດຈຸບັນກໍາລັງດໍາເນີນການຝຶກອົບຮົມວຽກງານ ສືບສວນ-ສອບສວນ (ລະບົບ 2 ເດືອນ) ມີຈໍານວນພົນເຂົ້າຮ່ວມ 40 ສະຫາຍໂດຍແມ່ນ ຊ່ຽວຊານຈາກກົມສືບສວນ-ສອບສວນ ກອງທັບປະຊາຊົນຫວຽດນາມມາຊ່ວຍ.
ຜົນສໍາເລັດການກໍ່ສ້າງໂຄງການດັ່ງກ່າວນີ້ເປັນການປະ ກອບສ່ວນອັນສໍາຄັນເຂົ້າໃນ ການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນ ສອງຊາດ ລາວ – ຫວຽດນາມ ຫວຽດນາມ- ລາວ ໃຫ້ຈະເລີນງອກງາມຂຶ້ນຢ່າງບໍ່ຢຸດຢັ້ງ ຕາງຫນ້າໃຫ້ກະຊວງປ້ອງກັນປະເທດແຫ່ງ ສປປລາວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງກະຊວງປ້ອງກັນປະເທດຫວຽດນາມອ້າຍນ້ອງ ໃນການກໍ່ສ້າງໂຮງຮຽນທິດສະດີ ການເມືອງກອງທັບສໍາເລັດຜົນ, ຈະນໍາໃຊ້ໂຮງ ຮຽນດັ່ງກ່າວໃຫ້ມີປະໂຫຍດ ສູງສຸດ, ໂດຍສະເພາະແມ່ນຈະນໍາໃຊ້ເຂົ້າໃນການບໍາລຸງ-ກໍ່ສ້າງນາຍທະຫານການເມືອງຮຸ່ນສືບທອດໃຫ້ມີຄຸນນະພາບ.
Cr: ຈັນນະພາ