ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິິທີມອບ-ຮັບ ໜ້າທີ່ ເລຂາຄະນະບໍລິຫານງານ ພັກ ຮັກສາການປະທານສານປະ ຊາຊົນສູງສຸດ ຂຶ້ນໃນວັນທີ 10 ມີນາ 2021 ນີ້, ລະ ຫວ່າງ ສະຫາຍ ຄຳພາ ແສງດາຣາ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ (ຜູ້ເກົ່າ) ອອກພັກການ-ຮັບອຸດໜູນບຳນານ ແລະ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການ ສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ຮັກສາການປະທານສານປະຊາຊົນສູງສຸດ (ຜູ້ໃໝ່) ໂດຍມີ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະ ນະເລຂາທິການສູນກາງພັກ ຫົວ ໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງ ສປສສ ເຂົ້າຮ່ວມ. ສະຫາຍ ກັ້ງ ເຕັມສົມບັດ ຄະນະພັກ ຫົວໜ້າກົມຈັດຕັ້ງ-ພະ ນັກງານສານປະຊາຊົນສູງສຸດ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິ ຫານງານພັກສານປະຊາຊົນ ສູງສຸດ. ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະ ບັບເລກທີ 031/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ, ອີງຕາມການຕົກລົງໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 26-27 ມັງກອນ 2021 ແລະ ຄັ້ງວັນທີ 24-25 ກຸມພາ 2021, ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 57/ຄຈສພ, ລົງວັນທີ 2 ມີນາ 2021. ກົມການເມືອງສູນການພັກ ຕົກ ລົງແຕ່ງຕັ້ງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ຮັກສາການປະທານສານປະ ຊາຊົນສູງສຸດໃນພິທີດັ່ງກ່າວ ເພື່ອເປັນການສືບຕໍ່ປະຕິບັດວຽກງານຂອງສານໃຫ້ໄດ້ຮັບຜົນສຳ ເລັດສູງສຸດ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຮຽກຮ້ອງໃຫ້ຜູ້ມາຮັບໜ້າທີ່ໃໝ່ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວສານ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ຕື່ມບາງບັນຫາດັ່ງລຸ່ມນີ້: ໃຫ້ສືບຕໍ່ເອົາໃຈໃສ່ຜັນຂະຫຍາຍມະຕິ, ຄຳສັ່ງ, ກໍຄືແຜນການວາງອອກໄປຄົ້ນຄວ້າ, ປຶກສາຫາລືໃຫ້ມີຄວາມເຂົ້າໃຈເອກະພາບຢູ່ສານແຕ່ລະຂັ້ນ ແລ້ວຜັນຂະຫຍາຍເປັນແຜນການກິດຈະກໍາປະຕິ ບັດໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງສານແຕ່ລະຂັ້ນ; ສືບຕໍ່ປົກປັກຮັກສາຄວາມສາ ມັກຄີພາຍໃນພັກ, ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ; ສືບຕໍ່ເອົາໃຈໃສ່ສຶກສາອົບຮົມນຳພາແນວຄິດສະມາຊິກພັກ, ພະນັກງານທົ່ວສານປະຊາຊົນໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ສະ ພາບການຜັນແປຂອງພາກ ພື້ນ ແລະ ສາກົນ, ໃຫ້ມີຄວາມ ເຂົ້າໃຈຕໍ່ຜົນສຳເລັດ ແລະ ໄຊຊະນະໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ 46 ປີ ຜ່ານມາ, ກໍຄືການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ສືບຕໍ່ເອົາໃຈໃສ່ການກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນ, ຮອບດ້ານ ໂດຍສະເພາະຢູ່ສານຂັ້ນຕົ້ນຕ້ອງຮັບປະກັນໃຫ້ປະຊາຊົນເຂົ້າຫາການບໍລິການຂອງສານມີຄວາມສະດວກ ແລະ ງ່າຍ, ໃຫ້ປະຊາຊົນສາມາດໃຊ້ສິດເປັນເຈົ້າໃນການປົກປ້ອງສິດຜົນປະ ໂຫຍດຕາມກົດໝາຍ ແລະ ເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຄະດີໃຫ້ມີຄວາມວ່ອງໄວ ແລະ ມີຄຸນນະພາບ ໂດຍສ້າງລະບຽບກົນໄກແກ້ໄຂໃຫ້ເຂົ້າສູ່ລະບົບຕາມກົດໝາຍກຳນົດ, ເຮັດໃຫ້ບັນຫາດຳເນີນໄປຕາມຂັ້ນຕອນທີ່ກຳນົດໄວ້ ໃນກົດໝາຍຢ່າງເຄັ່ງຄັດແຕ່ເບື້ອງຕົ້ນ; ເອົາໃຈໃສ່ໂຄສະນາ, ເຜີຍແຜ່ກົດໝາຍ ແລະ ວຽກງານຂອງສານ ໃຫ້ກວ້າງຂວາງ, ທົ່ວເຖິງ ເພື່ອຈຳກັດ, ສະກັດກັ້ນການລະເມີດກົດໝາຍ ທັງເປັນການແກ້ໄຂບັນຫາທີ່ຕົ້ນເຫດ ເພາະໃນປັດຈຸບັນປະຊາຊົນມີຄວາມຫຍຸ້ງຍາກໃນການເຂົ້າຫາກົດ ໝາຍ ແລະ ບໍ່ທັນປະຕິບັດຕາມກົດໝາຍກໍານົດ, ການກູ້ຢືມ, ຊື້- ຂາຍ, ມອບໂອນ ແລະ ບັນຫາອື່ນໆ; ສືບຕໍ່ປັບປຸງວຽກງານການບໍລິຫານສານໃຫ້ມີຄຸນນະພາບ ແລະ ປະສິດທິພາບສູງ, ເອົາ ໃຈໃສ່ເກັບ ແລະ ຄຸ້ມຄອງລາຍຮັບໃຫ້ມີຄວາມເຄັ່ງຄັດ ແລະ ຄົບຖ້ວນຕາມກົດໝາຍກຳນົດ. ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງຕາມກົດໝາຍ ແລະ ຕົວຈິງຂອງ ແຕ່ລະທ້ອງຖິ່ນ ແລະ ຕ້ອງຖືສຳ ຄັນຕໍ່ວຽກກວດກາ, ປະເມີນຜົນຜູ້ພິພາກສາ, ພະນັກງານຂອງສານຢ່າງເປັນປົກກະຕິຕາມທີ່ກຳນົດໄວ້ໃນກົດໝາຍຜູ້ພິພາກສາ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ. ການກວດກາການປະເມີນຜົນຕ້ອງຮັບປະກັນທາງດ້ານເນື້ອໃນ, ຮູບການ, ກຳນົດມາດຕະຖານ ແລະ ເງື່ອນໄຂສະເພາະແຕ່ລະເປົ້າໝາຍໃຫ້ລະອຽດ.
