ເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກຄອມມູນິດຈີນ ໃຫ້ປະກົດຜົນເປັນຈິງ, ພັກ, ລັດຖະບານ ແລະປະຊາຊົນຈີນ ໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມໃຫ້ມີການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ພັກຄອມມູນິດຈີນ ໄດ້ຮັບຮອງເອົາແລ້ວນັ້ນ, ໂດຍສະເພາະແມ່ນ ແຜນການ 5 ປີ ຄັ້ງທີ 14 (2021-2025), ວິໄສທັດຮອດປີ 2035 ແລະ ຮອດກາງສັດຕະວັດທີ 21 ຂອງ ພັກຄອມມູນິດຈີນ. ໃນແຜນພັດທະນາເສດຖະກິດນີ້ ພັກຄອມມູນິດໄດ້ກໍານົດເປົ້າໝາຍສໍາຄັນ ແລະ ບັນດາຫລັກການ ໃນການຈັດຕັ້ງປະຕິບັດຢ່າງລະອຽດ ຕໍ່ກັບຂົງເຂດຕ່າງໆເຊັ່ນເລີ່ມຈາກການປົກຄອງ, ນະໂຍບາຍການຕ່າງປະເທດ, ສະພາບແວດລ້ອມໃນການດໍາເນີນທຸລະກິດຕ່າງໆ, ການພັດທະນາດ້ານສັງຄົມ, ສົ່ງເສີມການສ້າງພອນສະຫວັນ ແລະ ນະວັດຕະກໍາຕ່າງໆ, ການປ່ຽນແປງຂອງດິນຟ້າອາ ກາດ ແລະ ສະພາບແວດລ້ອມ ແລະ ຂົງເຂດອື່ນໆ ທີ່ປິ່ນອ້ອມການພັດທະນາເສດຖະກິດ-ສັງຄົມຂອງ ສປ ຈີນ.
ຄວາມຈິງແລ້ວແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງພັກຄອມມູນິດຈີນ, ໃນກອງປະຊຸມໃຫຍ່ ຂອງພັກຄອມມູນິດຈີນ ແມ່ນໄດ້ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 14 ໃຫ້ປະກົດຜົນເປັນຈິງ ເພື່ອເປັນພື້ນຖານໃຫ້ແກ່ການກ້າວໄປສູ່ຜົນສໍາເລັດໃນການປະຕິບັດເປົ້າໝາຍແຫ່ງການພັດທະ ນາປະເທດຮອດປີ 2035 ໃຫ້ປະກົດຜົນເປັນຈິງ. ເປົ້າໝາຍທີ່ສັດເຈນທີ່ກໍານົດອອກແມ່ນ: ຍົກສູງການກຸ້ມຕົນເອງທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ຕ້ອງໃຫ້ມີຄວາມສົມດຸນກັນທີ່ສຸດ ລະຫວ່າງ ການເພີ່ມຂຶ້ນຂອງລາຍໄດ້ຂອງປະຊາຊົນ ກັບການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ; ຮັບປະກັນໃຫ້ການພັດທະນາເສດຖະກິດ ມີບາດ ກ້າວຂະຫຍາຍຕົວໃໝ່ ທີ່ພຽບພ້ອມໄປດ້ວຍຄຸນນະພາບທີ່ດີ; ເອົາໃຈໃສ່ໃນການປະຕິຮູບ ແລະ ການເປີດປະຕູສູ່ພາຍນອກພາຍຫລັງການລະບາດຂອງພະຍາດ ໂຄວິດ-19; ການພັດທະນາເສດຖະກິດຕ້ອງຕິດພັນກັບການປົກປັກຮັກສາສິ່ງ ແວດລ້ອມ; ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສີວິໄລ, ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບດີຂຶ້ນ, ເຮັດໃຫ້ລະດັບຄວາມແຕກໂຕນກັນໜ້ອຍທີ່ສຸດລະຫວ່າງຜູ້ທີ່ອາໄສຢູ່ຕົວເມືອງ ແລະ ຜູ້ທີ່ຢູ່ຊົນ ນະບົດ; ຕ້ອງໃຫ້ມີຄວາມສົມດຸນລະຫວ່າງການເພີ່ມຂຶ້ນຂອງຄ່າຈ້າງງານກັບການເພີ່ມຂຶ້ນຂອງຜົນຜະລິດ; ໃຫ້ມີພື້ນ ຖານທີ່ເທົ່າທຽມກັນທີ່ສຸດລະຫວ່າງພະນັກງານ, ຍົກສູງການນໍາພາຂອງພັກ ແລະ ການບໍລິຫານລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
ສໍາລັບເປົ້າໝາຍໄລຍະຍາວໃນການພັດທະນາເສດຖະກິດ ຄືແຕ່ປີ 2020 ເຖິງ 2035 ໃຫ້ບັນລຸຜົນສໍາເລັດພື້ນຖານໃນການເປັນປະເທດສັງຄົມນິຍົມທີ່ທັນສະໄໝ; ແລະ ຈາກປີ 2035 ເຖິງປີ 2050 ສ້າງໃຫ້ ສປ ຈີນ ເປັນປະເທດສັງຄົມນິຍົມທີ່ຫຍິ່ງໃຫຍ່ ແລະ ທັນສະໄໝ ທີ່ປະກອບດ້ວຍຄວາມສີວິໄລ, ຄວາມເຂັ້ມແຂງ, ຄວາມມີປະຊາທິ ປະໄຕ, ມີຄວາມກ້າວໜ້າດ້ານວັດທະນະທໍາ, ມີຄວາມເປັນປຶກແຜ່ນກົມກຽວ ແລະ ມີຄວາມສວຍສົດງົດງາມ. ການທີ່ຈະໃຫ້ບັນລຸຜົນສໍາເລັດພື້ນຖານໃນການເປັນປະເທດສັງຄົມນິຍົມທີ່ທັນສະໄໝໃນປີ 2035 ນັ້ນ, ເປົ້າໝາຍຫລັກ ແມ່ນຈະພະຍາຍາມໃຫ້ບັນລຸຜົນສໍາເລັດດັ່ງນີ້: ລາຍໄດ້ຕໍ່ຫົວຄົນ ຂອງການເຕີບຕົວດ້ານເສດຖະກິດ ໃຫ້ບັນລຸລະດັບ ປະເທດທີ່ພັດທະນາແລ້ວ; ການພັດທະນາທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ຢູ່ໃນລະດັບສູງ, ສາມາດກຸ້ມຕົນເອງໄດ້ ແລະ ໃຫ້ຢືນຢູ່ແຖວໜ້າຂອງບັນດາປະເທດກ້າວໜ້າດ້ານນະວັດຕະກໍາ; ສ້າງລະບົບເສດຖະກິດທີ່ທັນສະໄໝ, ພັດທະ ນາການປະດິດຄິດສ້າງແບບໃໝ່, ໃຫ້ເປັນປະເທດທີ່ພັດທະນາອຸດສາຫະກໍາໃໝ່, ຂໍ້ມູນຂ່າວສານ, ພັດທະນາຕົວເມືອງ ແລະ ກະສິກໍາທີ່ທັນສະໄໝ; ສ້າງປະເທດໃຫ້ມີຄວາມເຂັ້ມແຂງດ້ານການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ, ພອນສະຫວັນ, ວັດທະນະທໍາ, ກິລາກາຍຍະກໍາ ແລະ ທີ່ສໍາຄັນທີ່ສຸດແມ່ນການເພີ່ມທະວີຄວາມສາມາດໃນການຮ່ວມມືກັບສາກົນຂອງ ສປ ຈີນ; ເພີ່ມທະວີລາຍໄດ້ຕໍ່ຫົວຄົນຂອງປະຊາຊົນໃຫ້ສູງ, ເພີ່ມທະວີຈໍານວນກຸ່ມຜູ້ທີ່ມີລາຍຮັບປານກາງໃຫ້ສູງຂຶ້ນ; ສ້າງໃຫ້ມີຄວາມເທົ່າທຽມກັນລະຫວ່າງພະນັກງານ ແລະ ຮັບປະກັນໃຫ້ປະຊາຊົນທີ່ຢູ່ຊົນນະບົດສາມາດບັນລຸການດໍາລົງຊີວິດທີ່ມີສະພາບແບບທັນສະໄໝ; ສົ່ງເສີມໃຫ້ບັນລຸຜົນສໍາເລັດໃນການດໍາລົງຊີວິດຂອງປະຊາຊົນໄປຄຽງຄູ່ກັບການຜະລິດສີຂຽວ, ສ້າງຄວາມສົມດຸນ ແລະ ຫລຸດຜ່ອນການປ່ອຍກາກໂບນິກ ເມື່ອເຖິງປີ 2030 ແລະ ໃຫ້ປະສົບຜົນສໍາເລັດໃນການສ້າງໃຫ້ສະພາບແວດລ້ອມຂອງລະບົບນິເວດດີຂຶ້ນ.
ການຜັນຂະຫຍາຍຍຸດທະສາດໃນການພັດທະນາທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ຢູ່ໃນລະດັບສູງ ແລະ ສາມາດກຸ້ມຕົນເອງໄດ້ນັ້ນ, ທ່ານ ປະທານປະເທດ ສີ ຈິ້ນຜິງ ໄດ້ຊີ້ນໍາໃນກອງປະຊຸມຄະນະຄົ້ນຄວ້າ ກົມການ ເມືອງສູນກາງພັກ ສະໄໝ ທ່ີ 20, ເມື່ອຕົ້ນເດືອນ ກຸມພາ 2023 ນີ້ວ່າ: “ສປ ຈີນ ຈໍາເປັນຕ້ອງໄດ້ເພີ່ມທະວີການລົງທຶນໃນຂະແໜງເຕັກໂນໂລຊີລະດັບສູງ ແລະ ຍຸດທະສາດດ້ານອຸດສາຫະກໍາແບບໃໝ່, ຄວາມພະຍາຍາມໃນການສົ່ງເສີມຄວາມໝັ້ນຄົງ ແລະ ຄວາມມີສະຖຽນລະພາບຂອງປະເທດ ມັນຮຽກຮ້ອງໃຫ້ໃຊ້ບາດກ້າວທີ່ວ່ອງໄວ ໃນການຮັບປະ ກັນການກຸ້ມຕົນເອງ ທາງດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ, ເພື່ອຫລີກລ້ຽງການຖືກສະກັດກັ້ນຈາກຕ່າງຊາດ.“ ມາເຖິງປັັດຈຸບັນ ສປ ຈີນ ໄດ້ມີຄວາມລໍ້າໜ້າກວ່າປະເທດທີ່ພັດທະນາແລ້ວ ໃນການພັດທະນາດ້ານເຕັກໂນໂລຊີ. ອິງຕາມການສໍາຫລວດຂອງສະຖາບັນຍຸດທະສາດການເມືອງຂອງ ອົດສະຕຣາລີ ທີ່ໄດ້ເຮັດລາຍງານໃນວັນທີ 2 ມີນາ 2023 ນີ້ໃນຫົວຂໍ້ ເກັບກໍາຂໍ້ມູນການແຂ່ງຂັນດ້ານເຕັກໂນໂລຊີທີ່ສໍາຄັນທີ່ສຸດ, ຊຶ່ງໃນນີ້ໄດ້ລະບຸວ່າ ມີ 5 ປະເທດ ທີ່ນໍາໜ້າໃນການແຂ່ງຂັນການຜະລິດດ້ານເຕັກໂນໂລຊີ ທີ່ສໍາຄັນທີ່ສຸດ ມີຈໍານວນ 44 ຊະນິດ, ໃນຈໍານວນນີ້ ສປ ຈີນ ເປັນຜູ້ນໍາໜ້າດ້ານເຕັກໂນໂລຊີເຖິງ 37 ຊະນິດ ແລະ ສະຫະລັດ ນໍາໜ້າຢູ່ 7 ຊະນິດ. ເຕັກໂນໂລຊີດ້ານປ້ອງກັນຊາດ, ອາວະກາດ, ໂຣເບີດ ແລະ ການຂົນສົ່ງມີ 6 ຊະນິດ, ສປ ຈີນ ນໍາໜ້າ 4 ຊະນິດ; ເຕັກໂນໂລຊີດ້ານປັນຍາປະດິດ ມີ 10 ຊະນິດ, ສປ ຈີນນໍາໜ້າ 7 ຊະນິດ; ເຕັກໂນໂລຊີດ້ານຄອມພິວເຕີ Quantum ມີ 4 ຊະນິດ, ສປ ຈີນ ນໍາໜ້າ 3 ຊະນິດ. ສິ່ງນີ້ເປັນການຢັ້ງຢືນວ່າ ການທີ່ຖືກກົດດັນ ຫລືຈໍາກັດຮັດແຄບຈາກພາຍນອກ ທາງດ້ານເຕັກໂນໂລຊີນັ້ນ, ກໍ່ຍິ່ງເຮັດໃຫ້ ສປ ຈີນ ມີຈິດໃຈບຸກບືນ ແລະ ມີຄວາມຕັດສິນໃຈສູງເພື່ອຄວາມຢູ່ລອດ ແລະ ຄວາມວັດທະນາຖາວອນຂອງຕົນ.
ໃນປີ 2022 ເຖິງວ່າສະພາບການແຜ່ລະບາດຂອງ ພະຍາດ ໂຄວິດ-19 ຍັງສືບຕໍ່ເປັນໄພຂົ່ມຂູ່ ແລະ ມີຜົນກະທົບໃນດ້ານລົບທີ່ຮ້າຍແຮງຕໍ່ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຈີນ ບວກກັບຜົນກະທົບທີ່ເກີດຈາກໄພທໍາມະຊາດ ໃນຫລາຍພື້ນທີ່ ແລະ ເຂດແຄ້ວນຂອງ ສປ ຈີນ, ແຕ່ພັກ ຄອມມູນິດຈີນ, ກໍຄືລັດຖະບານ ໄດ້ນໍາພາປະຊາຊົນ ໃຫ້ເປັນຈິດໜຶ່ງໃຈດຽວພ້ອມກັນບຸກບືນ, ສູ້ຊົນຜ່ານຜ່າ ວິກິດການ ແລະ ສາມາດເຮັດໃຫ້ເສດຖະກິດຂອງ ສປ ຈີນ ຍັງສືບຕໍ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ, ສາມາດນໍາເອົາຄວາມສົມບຸນພູນສຸກມາໃຫ້ປະຊາຊົນ. ອີງຕາມບົດລາຍງານຂອງກອງທຶນສາກົນ (IMF) ວັນທີ 3 ກຸມພາ 2023 ທີ່ສອດຄ່ອງກັບ ຂໍ້ມູນຈາກສູນສະຖິຕິແຫ່ງຊາດຈີນ ລາຍງານວ່າ ການເຕີບຕົວທາງດ້ານເສດຖະກິດ (GDP) ຂອງຈີນ ໃນປີ 2022 ບັນລຸ 121.020,7 ຕື້ຢວນ ເພີ່ມຂຶ້ນ 3 % ທຽບໃສ່ປີ ຜ່ານມາ. ການຜະລິດອຸດສາຫະກໍາເພີ່ມຂຶ້ນ 3,6%; ການບໍລິການກໍມີການຟື້ນຕົວຄືນ ແລະຂະຫຍາຍຕົວ 2,3%; ການລົງທຶນໃນຂະແໜງຊັບສິນຄົງທີ່ ບັນລຸ 57.213,8 ຕື້ຢວນ ຫລືເພີ່ມຂຶ້ນ 5,1%; ການສົ່ງອອກສິນຄ້າບັນລຸ 23.965,4 ຕື້ຢວນ ເພີ່ມຂຶ້ນ 10,5% ແລະ ການນໍາເຂົ້າສິນຄ້າ ບັນລຸ 18.102,4 ຕື້ຢວນ ເພີ່ມຂຶ້ນ 4,3%; IMF ລາຍງານວ່າ ລາຍໄດ້ຕໍ່ຫົວຄົນຂອງ ສປ ຈີນ ໃນປີ 2022 ບັນລຸ 12.970 ໂດລາ ແລະ ອັດຕາເງິນເຟີ້ ຢູ່ໃນລະດັບ 2,2%; ອິງຕາມຂໍ້ມູນຈາກສະຖາບັນການຄ້າ ແລະ ການເງິນ Santander Trade ໄດ້ສະຫລຸບວ່າໃນຊ່ວງຫົກເດືອນຕົ້ນປີ 2022 ການລົງທຶນຈາກຕ່າງປະເທດ ລົງທຶນຢູ່ຈີນມີເຖິງ 147,78 ຕື້ໂດລາ. ຄືທີ່ຮັບຮູ້ກັນວ່າ ສປ ຈີນ ແມ່ນປະເທດທີ່ນໍາໜ້າໃນການຟື້ນຕົວທາງດ້ານເສດຖະກິດຫລັງຈາກຜົນກະທົບຂອງ ໂຄວິດ-19. ເຖິງແມ່ນວ່າ ສປ ຈີນ ຈະປະເຊີນກັບຄວາມເຄັ່ງຕຶງດ້ານການເງິນ ແລະ ເສດຖະກິດ ບວກກັບມາດຕະການ ກີດກັນການໂອນດ້ານເຕັກໂນໂລຊີ ກໍ່ຕາມ, ສປ ຈີນ ຍັງສາມາດ ສືບຕໍ່ດຶງດູດການລົງທຶນຈາກຕ່າງປະເທດ. ລັດຖະບານຈີນຈະໃຊ້ຄວາມພະຍາຍາມເພື່ອສົ່ງເສີມບັນຍາກາດການລົງທຶນຂອງຕ່າງປະເທດ ຢູ່ ສປ ຈີນ ໃຫ້ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ເພາະການລົງທຶນຈາກຕ່າງປະເທດ ແລະ ການດໍາເນີນທຸລະກິດ ຈະສືບຕໍ່ມີບົດບາດທີ່ສໍາຄັນໃນການຕັດສິນອະນາຄົດຂອງການພັດທະນາຢູ່ໃນປະ ເທດ ສປ ຈີນ.
ການຕີລາຄາ ແລະ ຄາດຄະເນທ່າຂະຫຍາຍຕົວທາງດ້ານເສດຖະກິດຂອງປະເທດນັ້ນ ບັນດານັກເສດຖະສາດທັງຫລາຍກໍໄດ້ນໍາໃຊ້ຂໍ້ມູນ ໂດຍອີງໃສ່ ສະພາບການຂະຫຍາຍຕົວ ແລະ ພາກປະຕິບັດຕົວຈິງທີ່ສາມາດບັນລຸຜົນໄດ້ ໃນໄລຍະຜ່ານມາ, ອັນມີທັງດ້ານດີ, ດ້ານຄົງຄ້າງ, ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທີ່ພັກ, ລັດຖະບານ ແລະ ປະຊາ ຊົນຈີນ ປະສົບພົບພໍ້ຜ່ານມາ, ເພື່ອເປັນສິ່ງອ້າງອິງໃນການກໍານົດຜົນສໍາເລັດໃນການບັນລຸເປົ້າໝາຍ. ສະນັ້ນ, ການປະເມີນຄວາມສາມາດໃນການພັດທະນາເສດຖະກິດ-ສັງຄົມຂອງ ສປ ຈີນ ໃນປີ 2022 ຜ່ານມາ ກໍສາມາດຄາດຄະເນທ່າຂະຫຍາຍຕົວ ແລະ ການເຕີບຕົວທາງດ້ານເສດຖະກິດຂອງ ສປ ຈີນໄດ້ ໃນຊຸມປີຕໍ່ໜ້າ. ສໍາລັບການພັດທະນາດ້ານເສດຖະກິດ ຂອງ ສປ ຈີນ ໃນປີ 2023 ນີ້ ນັກຄົ້ນຄວ້າດ້ານເສດຖະກິດຊື່ດັງຂອງໂລກໄດ້ມີການຕີລາຄາວ່າ ສປ ຈີນ ເປັນປະເທດທີ່ຟື້ນຕົວຄືນ ໄວທີ່ສຸດ ທຽບກັບປະເທດຕ່າງໆໃນໂລກ ຈາກຜົນກະທົບດ້ານເສດຖະກິດ ຍ້ອນການແຜ່ລະບາດຂອງ ພະຍາດ ໂຄວິດ-19. ອິງຕາມການລາຍງານຂອງສໍານັກຂ່າວ ບີບີຊີ ໄດ້ລະບຸວ່າ ເສດຖະກິດຂອງ ສປ ຈີນ ທີ່ໃຫຍ່ເປັນອັນດັບ ສອງຂອງໂລກ ໃນປີ 2022 ເຕີບຕົວປະມານ 3%, ຖືວ່າເປັນການເຕີບຕົວທີ່ຕໍ່າທີ່ສຸດໃນຮອບເກືອບເຄິ່ງສັດຕະວັດຜ່ານມາ, ພ້ອມທັງລະບຸວ່າສາເຫດຂອງເສດຖະກິດທົດຖອຍ ຍ້ອນລັດຖະບານມີຄວາມເຂັ້ມງວດໃນການປະຕິບັດມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງມີຜົນກະທົບໂດຍກົງຕໍ່ການດໍາເນີນທຸລະກິດ. ເຖິງແນວໃດກໍຕາມຍັງ ຖືວ່າເສດຖະກິດຍັງສືບຕໍ່ມີການຂະຫຍາຍຕົວ ບໍ່ໄດ້ຕິດລົບຄືກັບປະເທດອື່ນ. ອິງຕາມຂໍ້ມູນຂອງ ວາລະສານ Statista ໄດ້ພິມເຜີຍແຜ່ຜົນການສໍາຫລວດວ່າ ເສດຖະກິດ ສປ ຈີນ ໃນປີ 2023 ຈະມີອັດຕາການຂະຫຍາຍຕົວປະມານ 4,9%. ສໍານັກຂ່າວຣອຍເຕີ ໄດ້ລາຍງານ ໂດຍອິງຕາມຂໍ້ມູນຈາກ ທີ່ປຶກສາດ້ານເສດ ຖະສາດຂອງລັດຖະບານຈີນທີ່ໄດ້ກໍານົດຄາດໝາຍສູ້ຊົນຂອງ ສປ ຈີນ,ໃນປີ 2023 ຈະໃຫ້ຂະຫຍາຍຕົວໃນລະດັບແຕ່ 4,5% ຫາ 5,5%. ສ່ວນ ສະຖາບັນການເງິນ IMF ໄດ້ຄາດຄະເນວ່າເສດຖະກິດ ສປ ຈີນ ຈະຂະຫຍາຍຕົວໃນລະດັບ 5,2% ໃນປີ 2023. ສໍາລັບ ສໍານັກຂ່າວ Fitch Ratings ກໍໄດ້ຄາດຄະເນວ່າ ເສດຖະກິດຈີນ ຈະຂະຫຍາຍຕົວໃນລະດັບ 5% ໃນປີ 2023, ຊຶ່ງປ່ຽນຈາກການຄາດຄະເນເມື່ອເດືອນ ທັນວາ 2022 ວ່າໃນລະດັບ 4,1%.
ການເປີດປະເທດຂອງ ສປ ຈີນ, ບໍ່ສະເພາະແຕ່ເປັນການຟື້ນຄືນຂະບວນການພັດທະນາເສດຖະກິດແຫ່ງຊາດໃຫ້ມີການເຄື່ອນໄຫວຢ່າງເຕັມຮູບແບບຂອງທຸກຂະແໜງການ, ແຕ່ຍັງເປັນການປະກອບສ່ວນກະຕຸ້ນໃຫ້ເສດຖະກິດໂລກມີການພັດທະນາເຊັ່ນກັນ, ໂດຍສະເພາະໄດ້ເປັນການປະກອບສ່ວນທີ່ສໍາຄັນ ໃຫ້ແກ່ການຟື້ນຕົວຂອງຂະແໜງການ ທ່ອງທ່ຽວ ແລະ ການບໍລິການຢູ່ທຸກມູມໂລກທີ່ມີນັກທ່ອງທ່ຽວ ຈີນໄປຮອດໄປເຖິງ.
(ຄົ້ນຄວ້າຮຽບຮຽງໂດຍ:ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດ)
