ສປ ຈີນ ແມ່ນໜຶ່ງໃນບັນດາປະເທດແຖວໜ້າຂອງໂລກທີ່ມີລະບົບການສຶກສາໄດ້ຄຸນນະພາບສູງ ແລະ ກາຍ ເປັນເປົ້າໝາຍສໍາຄັນຂອງນັກສຶກສາຈາກຫລາຍປະເທດທີ່ຕ້ອງການເຂົ້າໄປສຶກສາວິຊາຊີບສາຂາຕ່າງໆ ໃນແຕ່ລະລະ ດັບ ເຮັດໃຫ້ບັນດາສະຖາບັນການສຶກສາຂອງຈີນຢູ່ແຕ່ລະແຂວງ ປະກອບສ່ວນສໍາຄັນໃນການກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບໃຫ້ຕ່າງປະເທດຈໍານວນບໍ່ຫນ້ອຍໃນແຕ່ລະປີ.
ມະຫາວິທະຍາໄລໝິນຊູຢຸນນານ ຫລື ມະຫາວິທະຍາ ໄລຊົນເຜົ່າຢຸນນານ (Yunnan Minzu University) ຕັ້ງຢູ່ນະຄອນຄຸນໝິງ ແມ່ນໜຶ່ງໃນບັນດາມະຫາວິທະຍາໄລຂອງແຂວງຢຸນນານ ທີ່ໄດ້ປະກອບສ່ວນກໍ່ສ້າງນັກສຶກສາຕ່າງປະເທດຈໍານວນບໍ່ໜ້ອຍໃນແຕ່ລະປີ, ໃນນີ້ ລວມເຖີງນັກສຶກສາຈາກ ສປປ ລາວ.

ສາດສະດາຈານ ຈາງ ສ່ຽວກຸ່ຍ (Zhang Qiaogui), ອະທິການບໍດີມະຫາວິທະຍາໄລໝິນຊູຢຸນນານ ໃຫ້ຮູ້ໃນໂອກາດທີ່ສື່ມວນຊົນຈາກອາຊີ-ປາຊີຟິກ ຫລາຍກວ່າ 20 ຄົນ ຢ້ຽມຢາມມະຫາວິທະຍາໄລດັ່ງກ່າວ ໃນວັນທີ 19 ພະຈິກ 2022 ວ່າ: ໝິນຊູຢຸນນານ ເປັນໜຶ່ງໃນມະຫາວິທະ ຍາໄລທີ່ເກົ່າແກ່ຂອງຈີນ ທີ່ສ້າງຕັ້ງຂຶ້ນໃນວັນທີ 1 ສິງຫາ ປີ 1951 ແລະ ເປັນມະຫາວິທະຍາໄລຊົນເຜົ່າແຫ່ງທໍາອິດຂອງຈີນ. ຕະຫລອດໄລຍະ 71 ປີ ຂອງການກໍ່ສ້າງ ແລະ ພັດທະນາ ເຮັດໃຫ້ໝິນຊູຢຸນນານ ກາຍເປັນມະຫາວິທະ ຍາໄລທີ່ເປັນແຫລ່ງກໍາເນີດ ແລະ ກໍ່ສ້າງນັກສຶກສາທີ່ມີຄວາມຮູ້-ຄວາມສາມາດຈາກຫລາກຫລາຍຊົນເຜົ່າໃນປະເທດຈີນ. ນອກຈາກນີ້, ນັບແຕ່ມື້ກໍ່ສ້າງມີແຂກຫລາຍກວ່າ 100.000 ຄົນ ຈາກ 80 ປະເທດ ແລະ ພາກພື້ນ, ໃນນີ້ ລວມເຖີງການນໍາລະດັບປະເທດທີ່ສໍາຄັນຫລາຍທ່ານໄດ້ໄປຢ້ຽມຊົມ ເຊີ່ງລ້ວນແຕ່ຍ້ອງຍໍຊົມເຊີຍການຮຽນ-ການສອນຂອງມະຫາວິທະຍາໄລໝິນຊູຢຸນນານ.

ທ່ານໃຫ້ຮູ້ຕື່ມວ່າ: ນັບແຕ່ປີ 1981, ມະຫາວິທະຍາໄລໄດ້ເປີດຮັບນັກສຶກສາຕ່າງປະເທດເຂົ້າໄປສຶກສາ ເຊີ່ງເປັນມະຫາວິທະຍາ ໄລແຫ່ງທໍາອິດຂອງແຂວງຢຸນນານ ທີ່ໄດ້ເປີດຮັບເອົານັກສຶກສາຕ່າງປະເທດເຂົ້າໄປສຶກສາແລະ ສອນເປັນພາສາຈີນ. ປັດຈຸບັນ, ມະຫາວິທະຍາໄລໝິນຊູຢຸນນາໄດ້ສ້າງຄວາມພັນກັບຫລາຍກວ່າາ 80ມະຫາວິທະຍາໄລ ຫລື ສະຖາບັນການສຶກສາໃນຫລາຍກວ່າ 30 ປະເທດ ແລະ ເປີດການຮຽນ-ການສອນໃນຫລາຍລະດັບ ໃນຫລາຍກວ່າ 10 ສາຂາ ເປັນຕົ້ນ: ປັດຊະຍາ, ເສດຖະ ສາດ, ກົດໝາຍ, ວັນນະກໍາ, ວິທະຍາສາດ, ວິສະວະກໍາ ແລະ ອື່ນໆ. ນອກຈາກນີ້ ຍັງມີການຮຽນ-ການສອນ 15 ພາສາຂອງ 14 ປະເທດໃນອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້, ເປັນຕົ້ນ: ລາວ, ຫວຽດນາມ , ພາສາໄທ, ມາເລ ເຊຍ, ອິນໂດເນເຊຍ, ຮິນດີ ແລະ ອື່ນໆ.

ສາດສະດາຈານ ຈາງ ສ່ຽວກຸ່ຍ ຍັງຢືນຢັນວ່າ: ມະຫາວິທະຍາໄລໝິນຊູຢຸນນານ ໄດ້ເປີດກວ້າງສູ່ໂລກພາຍນອກຕະຫຼອດມາ ແລະ ໃຫ້ຄວາມສໍາຄັນເປັນຢ່າງຍິ່ງຕໍ່ການຮ່ວມມືດ້ານການສຶກສາແລະການແລກປ່ຽນການສຶກສາລະດັບສາກົນ. ພວກເຮົາມີພື້ນຖານທີ່ເຂັ້ມແຂງ ແລະ ມີຄວາມເຕັມໃຈຢ່າງຈິງໃຈທີ່ຈະຮ່ວມມື ແລະ ແລກປ່ຽນກັບມະຫາ ວິທະຍາໄລ, ສະຖາບັນຄົ້ນຄວ້າ, ອົງການຈັດຕັ້ງສາ ກົນ ແລະ ສະຖາບັນຕ່າງໆ ຈາກທົ່ວໂລກ ແລະ ຫວັງທີ່ຈະເກັບກ່ຽວຫມາກຜົນຂອງການຮ່ວມມືດັ່ງກ່າວ ເພື່ອສ້າງມະ ຫາວິທະຍາໄລໃຫ້ນັບມື້ເຂັ້ມແຂງ ແລະ ຮ່ວມກັນສ້າງຊຸມ ຊົນແຫ່ງອະນາຄົດຂອງມວນມະນຸດຊາດທີ່ນັບມື້ດີຂຶ້ນ.

ສ່ວນ ອາຈານ ຄຳແກ້ວ ມະຫາໄຊ, ອາຈານສອນພາສາລາວຢູ່ມະຫາວິທະຍາໄລດັ່ງກ່າວ ໃຫ້ຮູ້ວ່າ: ໃນແຕ່ລະປີມະຫາວິທະຍາໄລໝິນຊູຢຸນນານ ໄດ້ຮັບເອົານັກສຶກສາຈາກ ສປປ ລາວ ເຂົ້າໄປສຶກສາ ສະເລ່ຍຫລາຍກວ່າ 30 ຄົນຕໍ່ປີ ເຊີ່ງສ່ວນໃຫຍ່ແມ່ນນັກສຶກສາທີ່ໄດ້ທຶນຕ່າງໆ ແລະ ເລືອກຮຽນຫລາຍກວ່າໝູ່ແມ່ນເສດຖະກິດ, ວິທະຍາ ສາດທໍາມະຊາດ ແລະ ອື່ນໆ. ປັດຈຸບັນ ມີນັກສຶກສາລາວທີ່ມີຊື່ເປັນນັກສຶກສາຢູ່ປະມານຫລາຍກວ່າ 100 ຄົນ. ມາຮອດປັດຈຸບັນ ມີນັກສຶກສາລາວຮຽນຈົບຈາກມະຫາວິທະຍາໝິນຊູຢຸນນານໃນລະດັບຕ່າງໆ ແລ້ວຫລາຍສົມຄວນ ເຊີ່ງເຫັນວ່າມີຄຸນນະພາບດີ.

ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບການຮຽນ-ການສອນພາສາລາວຢູ່ມະຫາວິທະຍາໄລໝິນຊູຢຸນນານ, ນອກຈາກນໍາໃຊ້ຄູຈາກມະຫາວິທະຍາໄລແລ້ວ ຍັງໄດ້ເຊີນອາຈານພາສາລາວຈາກມະຫາວິທະຍາໄລແຫ່ງຊາດລາວ ໄປເປັນຊ່ຽວຊານຊ່ວຍໂດຍມີການຮຽນ-ການສອນທັງໃນລະດັບອະນຸປະລິນຍາຕີ ແລະ ລະດັບປະລິນຍາຕີ ເຊີ່ງໃນແຕ່ລະປີ ມີນັກສຶກສາຈີນສົນໃຈເຂົ້າຮຽນພາສາລາວທັງສອງລະດັບສະເລ່ຍປະມານ 30 ຄົນ.
ໃນໂອກາດນີ້, ສື່ມວນຊົນຈາກອາຊີ-ປາຊີຟິກ ຍັງໄດ້ແລກປ່ຽນບົດຮຽນຕົວຈິງກັບອາຈານ ແລະ ນັກສຶກສາຕ່າງປະເທດຈໍານວນໜຶ່ງທີ່ກໍາລັງສິດສອນ ແລະ ສຶກສາຮໍ່າຮຽນໃນລະດັບຕ່າງໆ ຢູ່ມະຫາວິທະຍາໄລດັ່ງກ່າວ ຕື່ມອີກ.