ຕອນເຊົ້າວັນທີ 3 ມິນາ 2022 ທີ່ສໍານັກນາຍົກລັດຖະມົນຕີ ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ ຖະແຫລງ ກ່ຽວກັບການດັດປັບບາງມາດຕະການເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19. ນັບແຕ່ວັນທີ 2 ມີນາເປັນຕົ້ນໄປ ບາງຕອນ ທ່ານນາງ ທິບພະກອນ ຈັນທະວົງສາ ກ່າວວ່າ: ປັດຈຸບັນ, ສະພາບການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ແມ່ນມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ໃນຂອບເຂດທົ່ວປະເທດ, ສະນັ້ນ ເພື່ອຮັບປະກັນການອຳນວຍຄວາມສະດວກໃຫ້ແກ່ນັກການທູດ, ນັກລົງທຶນ, ນັກທຸລະກິດ, ຊ່ຽວຊານ, ວິຊາການ, ແຮງງານ, ນັກທ່ອງທ່ຽວຕາມແຜນທ່ອງທ່ຽວສີຂຽວ ແລະ ຄົນລາວທີ່ຈະກັບຄືນປະເທດ ໃຫ້ມີຄວາມວ່ອງໄວ, ແຕ່ຮັດກຸມ ແລະ ຂໍ້ມູນຊັດເຈນ, ລັດຖະບານ ຈຶ່ງໄດ້ຄົ້ນຄວ້າປັບມາດຕະການ ໃຫ້ສອດຄ່ອງກັບສະພາບຕົວຈິງໃນໄລຍະໃໝ່ ດັ່ງທີ່ໄດ້ກຳນົດແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຊຶ່ງເນື້ອໃນຂອງແຈ້ງການ ສ່ວນໃຫຍ່ແມ່ນຜ່ອນຜັນບັນດາຂໍ້ຈຳກັດໃນການເດີນທາງເຂົ້າ-ອອກປະເທດ ໂດຍແນະນຳບາງເງື່ອນໄຂ, ບາງຂັ້ນຕອນ ແລະ ວິທີການ ໃນການຈັດຕັ້ງປະຕິບັດ ເພື່ອໃຫ້ມີຄວາມເປັນເອກະພາບ.ລາຍລະອຽດ ຂ້າພະເຈົ້າ ຂໍອະນຸຍາດ ແຈ້ງເນື້ອໃນ ຂອງແຈ້ງການ ດັ່ງນີ້:
1. ເຫັນດີອະນຸຍາດໃຫ້ກະຊວງການຕ່າງປະເທດອອກວີຊາໃຫ້ບັນດາກຸ່ມເປົ້າໝາຍທີ່ໄດ້ລົງທະບຽນQR-Code (Vaccine ID) ໃນເວັບໄຊ laogreenpass.gov.la ໂດຍບໍ່ຜ່ານຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ດັ່ງນີ້:
1.1 ນັກການທູດແລະພະນັກງານສະຖານທູດຕ່າງປະເທດ, ພະນັກງານຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ນອນໃນເຄືອຂ່າຍຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນທີ່ໄດ້ຮັບເອກະສິດແລະອະພິສິດທາງການທູດ.
1.2 ກຸ່ມນັກທຸລະກິດແລະນັກລົງທຶນ.
1.3 ຄົນຕ່າງປະເທດ ທີ່ເປັນ ຊ່ຽວຊານ, ວິຊາການ, ແຮງງານ, ພໍ່ຄ້າຊາວຂາຍ,ນັກສຶກສາ, ຄົນເຊື້ອຊາດລາວແລະຄອບຄົວຂອງພົນລະເມືອງລາວ. ພາຍຫຼັງອະນຸມັດອອກວີຊາແລ້ວ ໃຫ້ມີກົນໄກສະຫຼຸບລາຍງານປະຈຳວັນ ໃຫ້ຄະນະສະເພາະກິດຂັ້ນສູນກາງ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຄະນະສະເພາະກິດນະຄອນຫຼວງ ແລະ ບັນດາແຂວງ ຊາບ ເພື່ອຮັບປະກັນຄວາມພ້ອມຂອງການກວດຫາເຊື້ອພະຍາດໂຄວິດ-19, ການຈອງໂຮງແຮມຈຳກັດບໍລິເວນ ໄລຍະລໍຖ້າຜົນກວດ, ການມາສືບຕໍ່ຈຳກັດບໍລິເວນຢູ່ເຮືືອນ ຫຼື ທີ່ຢູ່ອາໃສຂອງຕົນ.
2. ມອບໃຫ້ກະຊວງການຕ່າງປະເທດ ສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງຄຳແນະນຳກ່ຽວກັບລາຍລະອຽດການປະກອບເອກະສານເຂົ້າ-ອອກ ສປປ ລາວເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ພ້ອມກັນນີ້, ໃຫ້ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຜີຍແຜ່ຄຳແນະນຳສະບັບປັບປຸງດັ່ງກ່າວນີ້ ຜ່ານທຸກຊ່ອງທາງ ລວມທັງສື່ອີເລັກໂຕຣນິກ ເພື່ອໃຫ້ທຸກຄົນທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດ ຢ່າງເປັນເອກະພາບ.
3. ເຫັນດີໃຫ້ຍົກເລີກການໃສ່ອຸປະກອນຕິດຕາມທາງການແພດສຳລັບທຸກກຸ່ມເປົ້າໝາຍທີ່ຈະເດີນທາງເຂົ້າມາ ສປປ ລາວໂດຍໃຫ້ຫັນໄປນຳໃຊ້ລະບົບQR Code ຂອງLao KYC.
4. ເຫັນດີໃຫ້ສືບຕໍ່ການຜ່ອນຜັນ ໄລຍະເວລາໃນການຈໍາກັດບໍລິເວນ ສຳລັບຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຄື:
4.1 ສໍາລັບຄະນະຜູ້ແທນ ຫຼືພະນັກງານລັດທີ່ໄປເຄື່ອນໄຫວເຮັດວຽກແລະສໍາມະນາຢູ່ຕ່າງປະເທດ ແລະ ພົນລະເມືອງລາວ ທີ່ ມາຈາກຕ່າງປະເທດ ເມື່ອມາເຖິງ ສປປ ລາວຕ້ອງໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດCOVID-19 ດ້ວຍເຄື່ອງກວດRT-PCR, ເຂົ້າພັກກັກຕົວຢູ່ສະຖານທີ່ທີ່ຄະນະສະເພາະກິດອະນຸມັດໃນໄລຍະລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ (ໄລຍະນີ້ຫ້າມອອກຈາກບໍລິເວນຈົນກ່ວາຈະຮູ້ຜົນ)ແລະຖ້າຜົນກວດບໍ່ພົບເຊື້ອແມ່ນໃຫ້ສືບຕໍ່ຈໍາກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນໃຫ້ຄົບ 07ວັນພ້ອມທັງປະຕິບັດມາດຕະການປ້ອງກັນແລະຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
4.2 ສຳລັບນັກການທູດແລະພະນັກງານສະຖານທູດຕ່າງປະເທດ, ພະນັກງານຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ນອນໃນເຄືອຂ່າຍຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນທີ່ໄດ້ຮັບເອກະສິດແລະອະພິສິດທາງການທູດລວມທັງສະມາຊິກຄອບຄົວ, ເມື່ອມາເຖິງ ສປປ ລາວຕ້ອງໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດCOVID-19 ດ້ວຍເຄື່ອງກວດRT-PCR ແລະ ໃຫ້ລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ຢູ່ສະຖານທີ່ພັກເຊົາຂອງຕົນ. ຖ້າຜົນກວດບໍ່ພົບເຊື້ອອະນຸຍາດໃຫ້ໄປບ່ອນເຮັດວຽກໄດ້ເທົ່ານັ້ນ ໃນໄລຍະ 07ວັນ ແລະ ຕ້ອງປະຕິບັດມາດຕະການປ້ອງກັນແລະຄວບຄຸມການຕິດເຊື້ອ ຢ່າງເຂັ້ມງວດ.
4.3 ສຳລັບກຸ່ມນັກທຸລະກິດ ແລະນັກລົງທຶນເມື່ອມາເຖິງ ສປປ ລາວ ແລ້ວຕ້ອງໄດ້ກວດຫາເຊື້ອພະຍາດCOVID-19 ດ້ວຍເຄື່ອງກວດRT-PCR ແລະຈຳກັດບໍລິເວນ ຢູ່ສະຖານທີ່ ທີ່ຄະນະສະເພາະກິດ ກຳນົດ ເພື່ອລໍຖ້າຜົນກວດບໍ່ເກີນ48ຊົ່ວໂມງ (ໄລຍະນີ້ຫ້າມອອກຈາກບໍລິເວນຈົນກ່ວາຈະຮູ້ຜົນ), ຖ້າຜົນກວດບໍ່ພົບເຊື້ອສາມາດອອກໄປປະຕິບັດວຽກງານຕາມແຜນທີ່ກຳນົດໄວ້ແລະ ຕ້ອງປະຕິບັດມາດຕະການປ້ອງກັນແລະຄວບຄຸມການຕິດເຊື້ອ ຢ່າງເຂັ້ມງວດ;
4.4 ສໍາລັບຄົນຕ່າງປະເທດ ທີ່ເປັນ ຊ່ຽວຊານ, ວິຊາການ, ແຮງງານເມື່ອມາເຖິງສປປລາວຕ້ອງໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດCOVID-19ດ້ວຍເຄື່ອງກວດRT-PCRແລະລໍຖ້າຜົນກວດບໍ່ເກີນ48ຊົ່ວໂມງຢູ່ໂຮງແຮມທີ່ຄະນະສະເພາະກິດກໍານົດ (ໄລຍະນີ້ຫ້າມອອກຈາກບໍລິເວນຈົນກ່ວາຈະຮູ້ຜົນ), ຖ້າຜົນກວດບໍ່ພົບເຊື້ອແມ່ນໄປສະຖານທີ່ພັກເຊົາຂອງຕົນ ແລະ ອະນຸຍາດໃຫ້ໄປບ່ອນເຮັດວຽກໄດ້ເທົ່ານັ້ນ ໃນໄລຍະ 07ວັນ ແລະຕ້ອງປະຕິບັດມາດຕະການປ້ອງກັນແລະຄວບຄຸມການຕິດເຊື້ອ ຢ່າງເຂັ້ມງວດ.
4.5 ສຳລັບຄົນຕ່າງປະເທດ ທີ່ເປັນ ພໍ່ຄ້າຊາວຂາຍ,ນັກສຶກສາ, ຄົນເຊື້ອຊາດລາວແລະຄອບຄົວຂອງພົນລະເມືອງລາວ, ເມື່ອມາເຖິງສປປລາວຕ້ອງໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດCOVID-19ດ້ວຍເຄື່ອງກວດRT-PCR ແລະລໍຖ້າຜົນກວດບໍ່ເກີນ48ຊົ່ວໂມງຢູ່ໂຮງແຮມທີ່ຄະນະສະເພາະກິດກໍານົດ (ໄລຍະນີ້ຫ້າມອອກຈາກບໍລິເວນຈົນກ່ວາຈະຮູ້ຜົນ), ຖ້າຜົນກວດບໍ່ພົບເຊື້ອແມ່ນໃຫ້ສືບຕໍ່ຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນ ໃຫ້ຄົບ07ວັນ ແລະ ຕ້ອງປະຕິບັດມາດຕະການປ້ອງກັນແລະຄວບຄຸມການຕິດເຊື້ອ ຢ່າງເຂັ້ມງວດ;
4.6 ສຳລັບ ນັກທ່ອງທ່ຽວເປັນກຸ່ມທີ່ຈະເດີນທາງເຂົ້າມາລາວພາຍໃຕ້ໂຄງການເສັ້ນທາງທ່ອງທ່ຽວສີ ຂຽວ, ເມື່ອມາເຖິງ ສປປ ລາວຕ້ອງໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດCOVID-19ດ້ວຍເຄື່ອງກວດRT-PCR, ເຂົ້າພັກຢູ່ໂຮງແຮມທີ່ຄະນະສະເພາະກິດໄດ້ກຳນົດໄວ້ເພື່ອລໍຖ້າຜົນກວດບໍ່ເກີນ48ຊົ່ວໂມງ (ໄລຍະນີ້ຫ້າມອອກຈາກບໍລິເວນຈົນກ່ວາຈະຮູ້ຜົນ) ແລະຖ້າຜົນກວດບໍ່ພົບເຊື້ອຈຶ່ງອະນຸຍາດໃຫ້ອອກໄປເຄື່ອນໄຫວກິດຈະກຳຕາມແຜນທ່ອງທ່ຽວ ແລະ ຕ້ອງປະຕິບັດມາດຕະການປ້ອງກັນແລະຄວບຄຸມການຕິດເຊື້ອ ຢ່າງເຂັ້ມງວດ.
ສໍາລັບຄ່າໃຊ້ຈ່າຍໃນການຈໍາກັດບໍລິເວນແລະຄ່າກວດຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງRT-PCRແມ່ນໃຫ້ຜູ້ເດີນທາງເຂົ້າປະເທດ ຮັບຜິດຊອບເອງ.
5. ໃຫ້ບຸກຄົນທີ່ອາໄສຢູ່ ສປປ ລາວ ແລະ ບຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ດໍາເນີນການຕິດຕັ້ງ ແລະ ລົງທະບຽນ ໂປຣແກຣມ (ແອັບ) LaoKYCໃນໂທລະສັບມືຖືຂອງຕົນ ເພື່ອໃຊ້ບໍລິການ “ລາວ ສູ້ສູ້” ແລະ ສະໝັກສ້າງລະຫັດວັກຊີນ (Vaccine ID)ເພື່ອໃຊ້ເປັນບັດຢັ້ງຢືນການສັກວັກຊີນ ແລະ ສະຖານະຄວາມສ່ຽງຂອງຕົນ ໃນເວລາເຄື່ອນໄຫວ, ເດີນທາງ, ເຂົ້າໄປສໍານັກງານຂອງລັດ, ໂຮງງານ, ຮ້ານຄ້າ, ຮ້ານອາຫານ ແລະ ສະຖານທີ່ຕ່າງໆ.
6. ໃຫ້ສໍານັກງານຂອງລັດ, ໂຮງງານ, ຮ້ານຄ້າ, ຮ້ານອາຫານ, ສະຖານທີ່ສາທາລະນະຕ່າງໆແລະຜູ້ໃຫ້ບໍລິການໂດຍສານ (ເຮືອບິນ, ເຮືອໂດຍສານ, ລົດໄຟ, ແລະລົດໂດຍສານຕ່າງໆ) ມີການຕິດຕັ້ງQR-Codeເພື່ອໃຫ້ສະແກນໂດຍນໍາໃຊ້ການບໍລິການລາວສູ້ສູ້ແລະມີການກວດQR-Code (Vaccine ID)ກ່ອນອະນຸຍາດໃຫ້ເຂົ້າໃຊ້ບໍລິການ.
7. ເຫັນດີອະນຸຍາດໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ພິຈາລະນາອະນຸມັດ ຖ້ຽວບິນ ເຂົ້າ-ອອກ ສປປ ລາວ ໂດຍບໍ່ຜ່ານຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19ແຕ່ຕ້ອງຮັບປະກັນໃຫ້ບັນດາຖ້ຽວບິນທີ່ໄດ້ຮັບອະນຸຍາດ ປະຕິບັດມາດຕະການປ້ອງກັນແລະຄວບຄຸມການຕິດເຊື້ອ ຢ່າງເຂັ້ມງວດ. ພ້ອມກັນນີ້ ໃຫ້ມີກົນໄກການປະສານງານ ກັບ ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ກ່ອນອອກອະນຸຍາດທຸກຄັ້ງ ເພື່ອການຮັບປະກັນການກວດຫາເຊື້ອພະຍາດ COVID-19ແລະ ການຈອງໂຮງແຮມຈຳກັດບໍລິເວນ ໃນໄລຍະລໍຖ້າຜົນກວດ.
ສໍາລັບຄ່າໃຊ້ຈ່າຍໃນການຈໍາກັດບໍລິເວນແລະຄ່າກວດPCR ແມ່ນໃຫ້ຜູ້ເດີນທາງເຂົ້າປະເທດຮັບຜິດຊອບເອງ.
ແຈ້ງການສະບັບນີ້ ມີຜົນສັກສິດ ນັບແຕ່ເວລາ 00:00 ໂມງ ຂອງວັນທີ 02 ມີນາ 2022 ເປັນຕົ້ນໄປ, ພວກເຮົາ ຈະສືບຕໍ່ປະເມີນສະພາບການ, ທົບທວນ ແລະ ດັດປັບມາດຕະການ ໃຫ້ເໝາະສົມກັບສະພາບຕົວຈິງຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.
ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ,ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການກ່າວໃນຕອນທ້າຍວ່າ: ໃນສະພາບເງື່ອນໄຂໃໝ່ ແລະ ມາດຕະການໃໝ່ ທີ່ມີລັກສະນະເປີດກວ້າງ, ອຳນວຍຄວາມສະດວກ ໃຫ້ແກ່ການດຳລົງຊີວິດໃນສັງຄົມ ຈະເຮັດໃຫ້ການເດີນທາງໄປມາ ແລະ ພົວພັນເຊິ່ງກັນ ແລະ ກັນ ຫຼາຍຂຶ້ນ, ຈຶ່ງຂໍໃຫ້ທຸກຄົນ ມີຄວາມຮັບຜິດຊອບ ການປ້ອງກັນຕົນເອງ ແລະ ຄອບຄົວ ຕະຫຼອດຮອດຊຸມຊົນທີ່ຕົນເອງດຳລົງຊີວິດຢູ່ຈາກເຊື້ອພະຍາດໂຄວິດ-19 ດ້ວຍການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ຜູ້ໃດທີ່ຍັງບໍ່ທັນໄດ້ຮັບວັກຊີນ ຂໍໃຫ້ໄປຮັບວັກຊີນຕາມສະຖານບໍລິການ ທີ່ຄະນະສະເພາະກິດໄດ້ກຳນົດໄວ້ ເພື່ອສ້າງພູມຄຸ້ມກັນໃຫ້ຕົນເອງ ແລະພູມຄຸ້ມກັນໝູ່ໃຫ້ສັງຄົມ. ເມື່ອໄດ້ຮັບວັກຊີນແລ້ວ ໂອກາດຕິດເຊື້ອກໍ່ໜ້ອຍລົງ ຫຼື ຖ້າຕິດເຊື້ອ ກໍຊ່ວຍໃຫ້ອາການເຈັບປ່ວຍບໍ່ຮຸນແຮງ ແລະ ບໍ່ເສຍຊີວິດ.
ນອກຈາກນີ້, ຂໍໃຫ້ຕິດຕາມຂໍ້ມູນຂ່າວສານຈາກແຫຼ່ງຂ່າວທາງການ, ຕິດຕາມການຖະແຫຼງຂ່າວປະຈຳວັນຂອງຄະນະສະເພາະກິດ ຊຶ່ງນອກຈາກຈະແຈ້ງສະຖິຕິການຕິດເຊື້ອ ແລະ ການເສຍຊີວິດ ທັງພາຍໃນ ແລະ ຕ່າງປະທດແລ້ວ, ຍັງໃຫ້ມີຂໍ້ແນະນຳທາງດ້ານການແພດ, ນິຕິກຳ ແລະ ມາດຕະການຕ່າງໆ ທີ່ຂະແໜງການ ຫຼື ທ້ອງຖິ່ນວາງອອກ. ພ້ອມກັນນີ້, ຂໍທຸກຄົນໃຫ້ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ ແລະ ບໍ່ໃຫ້ສົ່ງຕໍ່ຂໍ້ມູນທີ່ບໍ່ມີຄວາມຈິງ ຫຼື ບິດເບືອນຄວາມຈິງ.
ໃນໂອກາດນີ້, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທຸກອົງການຂອງພັກ, ລັດ, ທຸກການຈັດຕັ້ງ ແລະ ທຸກຄົນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັນ ໃນການປະຕິບັດມາດຕະການ ທີ່ລັດຖະບານ ກໍຄືຄະນະສະເພາະກິດ ວາງອອກ ຢ່າງເປັນເອກະພາບ ແລະ ເຂັ້ມງວດ; ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ທີ່ເປັນພື້ນຖານ ເປັນຕົ້ນ:ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ຮັກສາໄລຍະຫ່າງ, ໄປຮັບວັກຊີນໃຫ້ຄົບ ລວມທັງເຂັມກະຕຸ້ນ.