ໂອກາດຮ່ວມຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19ຢູ່ສປປລາວ ໃນຕອນເຊົ້າວັນທີ 13 ກໍລະກົດ 2021, ດຣ.ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກຕາງໜ້າ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ໃຫ້ຮູ້ວ່າ: ປະຈຸບັນ ຄະນະສະເພາະກິດ ພວກເຮົາໄດ້ສຸມໃສ ປົກປ້ອງ ປະຊາຊົນດ້ວຍການ ສັກວັກຊີນ ເຊິ່ງມີເປົ້າໝາຍໃນທ້າຍປີ 2021 ໃຫ້ໄດ້ 50%, ກ່ຽວກັບສະພາບການສັກວັກຊີນປ້ອງກັນ, ມາຮອດວັນທີ 13 ກໍລະກົດ 2021 ສາມາດສັກວັກຊີນເຂັ້ມທີ່ 1 ໄດ້ 1,030,461 ໂດສ ຫຼື ປະມານ 14% ຂອງປະຊາກອນໃນຂອບເຂດທົ່ວປະເທດ ແລະ ເຂັ້ມທີ 2 ໄດ້ 647,872 ໂດສ ປະມານ 8 % ແລະ ປັດຈຸບັນ ກໍາລັງຢູ່ໃນໄລຍະດໍາເນີນການສັກວັກຊີນ ເຂັ້ມທີ 2 ຈຶ່ງຮຽກຮ້ອງໃຫ້ ພໍ່ແມ່, ປະຊາຊົນ ຜູ້ທີ່ໄດ້ຮັບເຂັ້ມທີ 1 ໃຫ້ມາຮັບ ວັກຊີນເຂັ້ມທີ 2 ໃຫ້ໄດ້ຄົບຕາມກໍານົດ, ພ້ອມກັນນັ້ນ ໃນໄລຍະເດືອນ ກໍລະກົດນີ້ ພວກເຮົາ ຈະໄດ້ຮັບວັກຊີນເຂົ້າມາ ຈາກການຊ່ວຍເຫຼືອຂອງ ໂຄງການ COVAX Facility ກໍ່ຄື Johnson & Johnson/Janssen (J&J/Janssen) ຈຳນວນ 1 ລ້ານ ໂດສ ແລະ ຈະແຈກຢາຍ ທຸກແຂວງທົ່ວປະເທດ, ໃນມໍ່ໆນີ້ ພວກເຮົາຈະໄດ້ຮັບວັກຊີນ ສະໜອງໃຫ້ພໍ່ແມ່, ພີ່ນ້ອງ, ປະຊາຊົນ ຢ່າງຕໍ່ເນື່ອງ ຄົບຕາມຄາດໝາຍ ທີ່ວາງໄວ້ໃນປີນີ້.
ສະເພາະ ສປປ ລາວເຮົາ ສະພາບການລະບາດກໍ່ເຫັນວ່າ ຍັງມີການລະບາດຢູ່ໃນຊຸມຊົນ ໃນບາງແຂວງຢູ່ ເຊິ່ງຍັງມີຄວາມສ່ຽງສູງ ທີ່ຈະລະບາດໄປໃນວົງກວ້າງ, ຖ້າເຮົາ ບໍ່ປະຕິບັດມາດຕະການຢ່າງເຂັ້ມງວດ ເປັນຕົ້ນ ການເຝົ້າລະວັງ ຕາມ ຈຸດຊາຍແດນ ແລະ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ.
ສະພາບການລະບາດໃນຊຸມຊົນປະເທດຂອງພວກເຮົາ ຫຼຸດຜ່ອນລົງ ກໍ່ຍ້ອນມີມາດຕະການທີ່ເຂັ້ມງວດຂອງຄະນະສະເພາະກິດ ແລະ ຄວາມປະກອບສ່ວນຂອງບັນດາທ່ານ,ພໍ່ແມ່, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ແຕ່ພວກເຮົາຍັງມີຄວາມສ່ຽງສູງຕໍ່ການແຜ່ເຊື່ອ ເນື່ອງຈາກມີແຮງງານລາວ ກັບຄືນປະເທດເປັນຈໍານວນຫຼວງຫຼາຍ, ໃນນັ້ນ ຈາກການເກັບຕົວຢ່າງກວດຫາເຊື້ອ ພົບວ່າແຮງງານທີ່ກັບມານັ້ນ ມີອັດຕາການຕິດເຊື້ອ ຫຼາຍກວ່າ 15% ເຊິ່ງເປັນໄພຂົ່ມຂູ່ຕໍ່ການແຜ່ເຊື້ອ ແລະ ລະບາດໃນວົງກວ້າງ ໃນປະເທດພວກເຮົາ; ດັ່ງນັ້ນ, ພວກເຮົາຈຳເປັນຕ້ອງໄດ້ເອົາໃຈໃສ່ ວຽກງານກັ່ນຕອງ, ຄົ້ນຫາກໍລະນີຢ່າງເຄັ່ງຄັດ ແລະ ຂໍຮຽກຮ້ອງໃຫ້ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ເປັນຫູເປັນຕາຊ່ວຍກັນ ໃນການແຈ້ງ, ລາຍງານ ຜູ້ທີ່ເຂົ້າມາບໍ່ຖືກຕ້ອງຕາມລະບຽບຫຼັກການໃຫ້ລາຍງານຄະນະສະເພາະກິດ ເພື່ອມາເກັບຕົວຢ່າງ ແລະ ຈຳກັດບໍລິເວນ ເພື່ອຕັດວົງຈອນການລະບາດ ບໍ່ໃຫ້ແຜ່ລາມໄປສູ່ຊຸມຊົນ; ໃນນາມຄະນະສະເພາະກິດ ຈະສົມທົບ ແລະ ຊຸກຍູ້ໃຫ້ບັນດາແຂວງ ໃນການ ກະກຽມໂຮງໝໍພາກສະໜາມ ແລະ ສະຖານທີ່ຈໍາກັດບໍລິເວນ ໂດຍສະເພາະ ບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດໃກ້ຄຽງ ເພື່ອຮອງຮັບແຮງງານທີ່ກັບເຂົ້າມາທັງປະເທດຢ່າງຫຼວງຫຼາຍ;
Loading...