ບັນດາບຸກຄະລາກອນທີ່ເຮັດວຽກດ່ານໜ້າ ເຊິ່ງລວມໄປເຖິງບຸກຄະລາກອນທາງການແພດ, ຜູ້ສູງອາຍຸ (ອາຍຸ 60 ປີຂຶ້ນໄປ) ແລະ ຜູ້ທີ່ມີພະຍາດປະຈໍາໂຕ
ກຸ່ມຄົນເຫຼົ່ານີ້ຄືກຸ່ມບູລິມະສິດທີ່ຈະໄດ້ຮັບການສັກວັກຊີນຕ້ານພະຍາດໂຄວິດ19. ການສັກວັກຊີນຕ້ານພະຍາດໂຄວິດ19ແມ່ນຈໍາເປັນ ແລະ ສໍາຄັນຫຼາຍໂດຍສະເພາະຕໍ່ກັບກຸ່ມຜູ້ທີ່ມີຄວາມສ່ຽງສູງເຫຼົ່ານີ້, ເພາະເຂົາເຈົ້າມີຄວາມສ່ຽງຫຼາຍທີ່ຈະອາການຈະໜັກ ຖ້າຫາກຕິດເຊື້ອໂຄວິດ19ຖ້າທ່ານຍັງບໍ່ແນ່ໃຈວ່າ ທ່ານຢູ່ໃນກຸ່ມສ່ຽງກຸ່ມໃດ, ທ່ານສາມາດປຶກສາກັບບັນດາແພດໝໍ ຫຼື ໂທ 165, 166 ເພື່ອຂໍຄໍາແນະນໍາເພີ່ມເຕີມ